KPL
ເພື່ອແນໃສ່ຍົກສູງ ຄຸນນະພາບ ການຂົນສົ່ງ ຜູ້ໂດຍສານ ສາທາລະນະ ກໍ່ຄື ປະກອບສ່ວນ ປົກປັກຮັກສາ ສິ່ງແວດລ້ອມ, ແມ່ນໜຶ່ງໃນບັນດາທິດ ກ້າວເດີນໂດຍ ນະຄອນຫລວງ ຮ່າໂນ້ຍຂອງ ສສ ຫວຽດນາມ ບຸລິມະສິດ ແມ່ນຄ່ອຍໆ ປ່ຽນແທນ ລົດເມ ທີ່ໃຊ້ນ້ຳມັນ ກາຊວນ (diesel) ດ້ວຍປະເພດ ລົດເມ ນຳໃຊ້ໄຟຟ້າ, ພະລັງງານ ສີຂຽວ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເພື່ອແນໃສ່ຍົກສູງ ຄຸນນະພາບ ການຂົນສົ່ງ ຜູ້ໂດຍສານ ສາທາລະນະ ກໍ່ຄື ປະກອບສ່ວນ ປົກປັກຮັກສາ ສິ່ງແວດລ້ອມ, ແມ່ນໜຶ່ງໃນບັນດາທິດ ກ້າວເດີນໂດຍ ນະຄອນຫລວງ ຮ່າໂນ້ຍຂອງ ສສ ຫວຽດນາມ ບຸລິມະສິດ ແມ່ນຄ່ອຍໆ ປ່ຽນແທນ ລົດເມ ທີ່ໃຊ້ນ້ຳມັນ ກາຊວນ (diesel) ດ້ວຍປະເພດ ລົດເມ ນຳໃຊ້ໄຟຟ້າ, ພະລັງງານ ສີຂຽວ. ນະຄອນຫລວງ ຮ່າໂນ້ຍ ຂອງ ສສ ຫວຽດນາມ ແມ່ນໜຶ່ງ ໃນບັນດາ ທ້ອງຖິ່ນ ນຳໜ້າ ໃນການນຳໃຊ້ ພະລັງງານ ສີຂຽວ ເມື່ອປີ 2021 ບັນດາ ລົດເມສີຂຽວ, ພະລັງງານສະອາດ ເປັນຄັ້ງທຳອິດໄດ້ ແລ່ນຢູ່ຖະໜົນ ບາງສາຍຂອງນະຄອນຫລວງ ຮ່າໂນ້ຍ. ທ່ານ ຟ້າມດິ່ງຕຽນ, ສັງກັດສູນຄຸ້ມຄອງ ບັນຊາຄົມມະນາຄົມ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: “ພະແນກ ຄົມມະນາຄົມ ຂົນສົ່ງ ໄດ້ສ້າງແຜນຮ່າງຫັນປ່ຽນ ພາຫະນະ ນຳໃຊ້ພະລັງງານ diezen ທີ່ກໍ່ມົນລະພິດ ຕໍ່ສິ່ງແວດລ້ອມ ມານຳໃຊ້ ພະລັງງານໄຟຟ້າ, ພະລັງງານສີຂຽວດ້ວຍເປົ້າໝາຍ 100% ພາຫະນະ ນຳໃຊ້ ພະລັງງານ ສີຂຽວ, ພະລັງງານສະອາດ, ພະລັງງານໄຟຟ້າ”.ປະຈຸບັນ ນະຄອນ ຮ່າໂນ້ຍ ມີລົດເມ ປະມານ 370 ຄັນ ທີ່ໄດ້ນຳໃຊ້ພະລັງງານສີຂຽວພວມເຄື່ອນໄຫວ ລວມມີ ລົດຂະໜາດໃຫຍ່, ຂະຫນາດກາງ ແລະ ນ້ອຍ. ກວມເອົາ 19,7% ໃນຍອດ ຈຳນວນ ລົດເມ ເກືອບ 2.000 ຄັນ ທີ່ມີໃນປະຈຸບັນ ຢູ່ນະຄອນ ຮ່າໂນ້ຍ. ເຖິງວ່າ ນຳເຂົ້າ ໃຊ້ງານ ຍັງບໍ່ທັນຍາວນານ ແຕ່ລະບົບ ລົດເມໄຟຟ້າ, ນຳໃຊ້ ພະລັງງານ ສີຂຽວ ລ້ວນແຕ່ ໄດ້ຮັບຄວາມນິຍົມ ເລືອກເຟັ້ນ ຈາກຊາວນະຄອນຫລວງ. ທ່ານ ນິງວັນແຄງ ຢູ່ ຕາແສງ ໂອເຈີ້ເຢື່ອ ເມືອງ ດົງດາ ຜູ້ເຄີຍໄປມາດ້ວຍລົດເມເປັນປະຈຳ ໃຫ້ຮູ້ວ່າ: “ລົດເມໄຟຟ້າ ຂ້າພະເຈົ້າ ຫາກໍ່ໄດ້ຂີ່ ແຕ່ເຫັນວ່າ ມັນສະອາດ, ທັນສະໄຫມ, ວິທີການປະພຶດ ຂອງພະນັກງານ ບໍລິການ ເທິງລົດຕໍ່ກັບ ຜູ້ໂດຍສານ ແມ່ນມີມາລະຍາດດີ, ຮອດບ່ອນຈອດ ແຕ່ລະປ້າຍ ລ້ວນແຕ່ ມີການປະກາດກ່ອນ ແລະ ມີປ້າຍ ເອເລັກໂຕນິກໃຫ້ອ່ານ ຈຸດຈອດ ຢ່າງຈະແຈ້ງ”. ຮູບແບບຂົນສົ່ງ ຜູ້ໂດຍສານ ພິເສດ ແມ່ນພາຫະນະ ນຳໃຊ້ພະລັງງານສີຂຽວ, ພະລັງງານສະອາດ ແມ່ນທ່າອ່ຽງ ທີ່ຈຳເປັນ ຢ່າງແນ່ນອນ ຂອງຫລາຍປະເທດໃນໂລກ. ຈາກບັນດາຄຸນລັກສະນະ ໂດດເດັ່ນ ຂອງປະເພດ ລົດເມໄຟຟ້າ, ໃຊ້ພະລັງງານ ສີຂຽວ, ຮ່າໂນ້ຍ ຍັງສຸມໃສ່ ພັດທະນາ, ທະວີຄູນ ຢ່າງກວ້າງຂວາງ ຢູ່ບໍລິເວນ ນະຄອນ. “ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດ ທີ່ມີລົດເມໄຟຟ້າຄົບ 3 ຂະຫນາດນ້ອຍ, ກາງ ແລະໃຫຍ່ ແລະ ມີການຈະສົມທົບກັນ ຢ່າງແໜ້ນແຟ້ນກັບ ບັນດາຫົວໜ່ວຍ ໃຫ້ຄຳປຶກສາເພື່ອສ້າງ ປະມວນລາຄາ ໃຫ້ລົດ ເມຂະໜາດນ້ອຍ ແລະ ກາງ ເປັນພື້ນຖານ ເພື່ອເປີດກວ້າງ ບັນດາພາຫະນະ ຂົນສົ່ງ ສາທາລະນະ ຢູ່ບໍລິເວນ ນະຄອນ ຜ່ານນັ້ນ ກໍ່ຍູ້ແຮງເລື່ອງຫັນລະບົບລົດເມ ເປັນສີຂຽວ”.ຕາມບັນດາຜູ້ຊ່ຽວຊານແລ້ວ, ເລື່ອງນຳໃຊ້ລົດເມໄຟຟ້າ ໄດ້ປະກອບສ່ວນ ຫລາຍສົມຄວນ ໃນການຫລຸດຜ່ອນ ອາຍພິດ ກອກບອນ ປ່ອຍອອກສູ່ ສິ່ງແວດລ້ອມ, ຖ້າຫາກຫັນມານຳໃຊ້ລົດເມໄຟຟ້າ ແທນໃຫ້ລົດເມໃຊ້ນ້ຳມັນ diesel ຄືປະຈຸບັນ, ປະລິມານ ອາຍພິດ ກອກບອນ ທີ່ປ່ອຍອອກສູ່ສິ່ງແວດລ້ອມອາດຈະໄດ້ຫລຸດລົງປະມານ 170.480 ໂຕນຕໍ່ປີ.ນອກຈາກ ຜົນປະໂຫຍດ ຕໍ່ສິ່ງແວດລ້ອມ, ລົດເມໄຟຟ້າ ຍັງມີຫລາຍຈຸດໂດດເດັ່ນ ກ່ຽວກັບ ດ້ານເສດຖະກິດ. ລາຍຈ່າຍ ພະລັງງານ ໄຟຟ້າ ແມ່ນຕ່ຳກວ່າ ຫລາຍສົມຄວນ ເມື່ອທຽບໃສ່ ພະລັງງານ diesel, ໃນຂະນະນັ້ນ ສະມັດຕະພາບ ການເຄື່ອນໄຫວ ແມ່ນສູງກວ່າ. ທ່ານ ຫງວຽນ ຮວ່າງຫາຍ, ຮອງປະທານ ສະຫະ ສະມາຄົມ ການຂົນສົ່ງຜູ້ໂດຍສານ ສາທາລະນະ ໄດ້ວິເຄາະວ່າ: ນີ້ແມ່ນ ການຫັນປ່ຽນ ທີ່ເໝາະສົມ ກັບທ່າອ່ຽງ ແລະ ເໝາະສົມ ກັບແຜນນະໂຍບາຍ ພັດທະນາ ຂົນສົ່ງ ສາທາລະນະ ຂອງນະຄອນ ຮ່າໂນ້ຍ. ເປັນຄັ້ງອິດ ນຳໃຊ້ລະບົບປິ້ລົດ ອັດສະລິຍະ, ສະດວກ ໃຫ້ທັງຜູ້ໃຊ້ ແລະ ທັງຜູ້ຄຸ້ມຄອງ. ສຸດທ້າຍ ແມ່ນລະບົບບໍລິຫານ ທັນສະໄຫມ, ເຊື່ອມຕໍ່ ກັບສູນ ບັນຊາຂອງພະແນກຄົມມະນາຄົມ”.ເລື່ອງນຳເອົາລົດເມໄຟຟ້າ ແທນໃຫ້ລົດເມ ທຳມະດາ ແມ່ນການສ້າງຂີດໝາຍ ແຫ່ງບາດກ້າວໃໝ່ ໃນວິວັດ ການກໍ່ສ້າງ ຕົວເມືອງສີຂຽວ ແລະ ຍືນຍົງ. ການກະທຳນີ້ ບໍ່ພຽງແຕ່ຕອບສະຫນອງ ຄວາມຕ້ອງການ ໃນການໄປມາ ທາງສາທາລະນະ ທີ່່ນັບມື້ ນັບຫລາຍຂຶ້ນຂອງ ນະຄອນຫລວງ ເທົ່ານັ້ນ ຫາກຍັງສົ່ງເສີມ ປະຊາຊົນ ປ່ຽນແປງ ຄວາມຊິນເຄີຍໃນການໄປມາ, ປະກອບສ່ວນ ຫລຸດຜ່ອນ ຄວາມກົດດັນ ທາງຄົມມະນາຄົມ ແລະ ມົນລະພິດ ຕໍ່ສິ່ງແວດລ້ອມ. ແລະ ຕາມແຜນການ ຜັນຂະຫຍາຍ ແຜນຮ່າງພັດທະນາ ລະບົບຄົມມະນາຄົມຂົນສົ່ງ ສາທາລະນະ ດ້ວຍລົດເມໄຟຟ້າ, ພະລັງງານສີຂຽວ ໂດຍຄະນະ ກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ປະກາດໃຊ້ ທ້າຍເດືອນພຶດສະພາ ຜ່ານມາ, ຊ້າສຸດແມ່ນຮອດປີ 2030 ຮ່າໂນ້ຍ ຈະສຳເລັດ ການຫັນປ່ຽນ ລົດເມ ໃຊ້ນ້ຳມັນ diesel ມາເປັນລົດເມ ໃຊ້ໄຟຟ້າ, ພະລັງງານສີຂຽວ”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL