KPL
ຂປລ. ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໃຫ້ສໍາພາດວ່າ: ໃນຕະຫລອດໄລຍະ 70 ປີຜ່ານມາ

ຂປລ. ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໃຫ້ສໍາພາດວ່າ: ໃນຕະຫລອດໄລຍະ 70 ປີຜ່ານມາ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ອັນປີຊາສາມາດ ຂອງພັກ ປະຊາຊົນປະຕິວັດລາວ ເຮັດໃຫ້ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງແທ້ຈິງ ຈົນກ້າວເຂົ້າສູ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະ ເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ມີຄວາມສະຫງົບ, ມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ບົດບາດການນໍາພາຂອງພັກ ນັບມື້ສູງເດັ່ນຂຶ້ນເລື້ອຍໆ.

ສະເພາະຢູ່ກົມກອງເຄມີ ກົມໃຫຍ່ເສນາທິການກອງທັບ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫລັກການ 3 ທິດນໍາຂອງພັກ ໃຫ້ເກີດດອກອອກຜົນ. ພ້ອມນີ້, ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ຍັງໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ 6 ຂອງໜ່ວຍພັກຕົນຢ່າງຈົບງາມ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍຖືເອົາການສ້າງພັກ ທາງດ້ານການເມືອງເປັນກົກ, ເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກໄດ້ຮັບການສຶກສາຮຽນຮູ້ອຸດົມການຂອງພັກ, ທັດສະນະຫລັກໝັ້ນ, ຊົນຊັ້ນ, ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເຮັດໃຫ້ສະພາບການເມືອງແນວຄິດຂອງຖັນແຖວສະມາ ຊິກພັກມີ ຄວາມສະຫງົບ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄຸນທາດການເມືອງອັນໜັກແໜ້ນ, ຍຶດໝັ້ນຕໍ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫລັກການຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ. ໃນນີ້, ໄດ້ສຸມໃສ່ກໍ່ສ້າງພັກທາງດ້ານແນວຄິດ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມ, ມູນເຊື້ອວັນສໍາຄັນຕ່າງໆຂອງຊາດ, ຂອງກອງທັບ ກໍຄື ຂອງກົມກອງຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານ- ສະມາ ຊິກພັກມີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ທາດແທ້ມູນ ເຊື້ອຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະ ຕໍ່ປະຊາເຜົ່າຊົນລາວບັນດາເຜົ່າ, ມີສະ ຕິເຄົາລົບ ແລະ ປະຕິບັດ ລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ ປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ ມີການຈັດຕັ້ງນໍາພາຂອງພັກແໜ້ນໜາ, ການຄັດເລືອກບຸກຄະລາກອນ ເຂົ້າໃນອົງຄະນະພັກແຕ່ລະຂັ້ນ ໄດ້ປະຕິບັດຕາມຫລັກ ການນໍາພາຂອງພັກ, ມີປະຊາທິປະໄຕ ສາມາດຮັບປະກັນພະນັກງານ ສືບທອດປ່ຽນແທນໄດ້ທັງ 3 ຮຸ່ນ.
ຜ່ານການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຈັດຕັ້ງພັກ-ພະນັກງານ ໃນຊຸມປີຜ່ານມາ ໜ່ວຍພັກກົມເຄມີສາດ ສາມາດຮັກສານາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໄວ້ໄດ້ 5 ສະໄໝຕໍ່ເນື່ອງກັນ ແລະ ສາມາດສ້າງສະມາຊິກພັກ ແຂງຮອບຮອບດ້ານໄດ້ 18 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ໄດ້ 3 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 2 ສະຫາຍ, ສາມາດຮັບປະກັນພະນັກງານ ສືບທອດປ່ຽນແທນ 3 ຮຸ່ນຕາມທິດຫັນໄປຫາໜຸ່ມ ໂດຍເລັ່ງໃສ່ຄຸນນະ ພາບເປັນຕົ້ນຕໍ. ນອກຈາກນີ້, ຍັງສົ່ງພະນັກງານໄປກໍ່ສ້າງບຳລຸງພາຍໃນ ແລະ ຕ່າງໆປະເທດ 30 ສະ ຫາຍ.

ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຍັງໃຫ້ຮູ້ອີກວ່າ: ເພື່ອເປັນການສ້າງຜົນງານ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້, ຄະນະພັກ-ຄະນະບັນຊາ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ເອົາໃຈໃສ່ໃນນໍາພາ-ຊີ້ນໍາ ພະນັກງານສະມາຊິກພັກ-ນັກຮົບ ເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງຕົນ ເປັນຕົ້ນ ຂະບວນການປັບ ປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ກໍ່ສ້າງກົມກອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກດ້ານ ໂດຍສະເພາະ ສຸມໃສ່ສ້າງຂະບວນການແຂ່ງກັນ ຈັດຕັ້ງປະຕິບັດໜ້າວຽກງານວິຊາສະເພາະ, ຕິດພັນຂະບວນການແຂ່ງຂັນ ກິລາສິລະປະ-ວັນນະຄະດີ ຢ່າງເປັນຂະບວນການຟົດຟື້ນ ກວ້າງຂວາງ ເພື່ອປະດັບເອ້ ໃຫ້ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນເລິກເຊິ່ງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ກົມກອງເຫລົ່າຮົບເຄມີສາດ ຈົ່ງພ້ອມກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງຕົນທີ່ໄດ້ຮັບ ມອບໝາບໃຫ້ມີຜົນສຳເລັດ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ ໃນປີ 2025 ໂດຍສະເພາະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນ ຟົດຟື້ນ, ກວ້າງຂວາງ ແລະ ເຕັມໄປດ້ວຍຜົນງານຢ່າງຫລວງຫລາຍ.
ຂ່າວ: ບິກໄຊ ສົມພູ
KPL