ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມ ກອງປະຊຸມໃຫຍ່ ສະມັດຊາລັດຖະສະພາອາຊີ ຄັ້ງທີ 15

21/02/2025 18:28
Email Print 213
KPL ຂປລ. ວັນທີ 18-21 ກຸມພາ 2025 ນີ້, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍ ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງສະມັດຊາລັດຖະສະພາອາຊີ (APA) ຄັ້ງທີ 15 ທີ່ນະຄອນຫລວງບາກູ, ສາທາລະນະລັດ ອາແຊັກໄບຊານ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຊາຮິບາ ກາຟາໂຣວາ (Sahiba Gafarova) ປະທານສະພາແຫ່ງຊາດອາແຊັກໄບຊານ, ທັງເປັນປະທານ APA ໂດຍມີຄະນະຜູ້ແທນເຂົ້າຮ່ວມ ຈາກ 27 ປະເທດ



ຂປລ. ວັນທີ
18-21 ກຸມພາ 2025 ນີ້, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍ ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງສະມັດຊາລັດຖະສະພາອາຊີ (APA) ຄັ້ງທີ 15 ທີ່ນະຄອນຫລວງບາກູ, ສາທາລະນະລັດ ອາແຊັກໄບຊານ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຊາຮິບາ ກາຟາໂຣວາ (Sahiba Gafarova) ປະທານສະພາແຫ່ງຊາດອາແຊັກໄບຊານ, ທັງເປັນປະທານ APA ໂດຍມີຄະນະຜູ້ແທນເຂົ້າຮ່ວມ ຈາກ 27ປະເທດ ທີ່ເປັນສະມາຊິກ  ແລະ ລັດຖະສະພາສັງເກດການຂອງ APA, ມີບັນອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມຂອງ APA ເຂົ້າຮ່ວມ.

ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້: “ບົດບາດຂອງການທູດລັດຖະສະພາ ໃນການສົ່ງເສີມການຮ່ວມມືແບບຫລາຍຝ່າຍໃນອາຊີ” ເຊິ່ງຄະນະຜູ້ແທນໄດ້ເອົາໃຈໃສ່ປຶກສາຫາລື ແລະ ແລກປ່ຽນສົນທະນາກັນ ທີ່ເປັນການເນັ້ນໜັກເຖິງ ການເຮັດໜ້າທີ່ຂອງລັດຖະສະພາ ໃນການຊຸກຍູ້ການຮ່ວມມືກັນ ເພື່ອແກ້ໄຂບັນຫາ ທາທ້າຍຕ່າງໆ ທີ່ພວມເກີດຂຶ້ນໃນພາກພື້ນ ແລະ ສົ່ງເສີມການຮ່ວມມືກັນ ເພື່ອການພັດທະນາໃນອະນາຄົດ. ພ້ອມກັນນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມ ກອງປະຊຸມຄະນະບໍລິຫານງານ ແລະ ກອງປະຊຸມກຳມາທິການຕາມ ຂົງເຂດວຽກງານຕ່າງໆຂອງ APA.




ໂອກາດນີ້, ທ່ານ ພອນສານ ວິໄລເມັ້ງ ໄດ້ກ່າວປາໄສໃນກອງປະຊຸມໃຫຍ່ຄົບຄະນະ ໂດຍຍົກໃຫ້ເຫັນເຖິງສະພາບການຂອງພາກພື້ນ ແລະ ຂອງໂລກ ທີ່ພວມຜັນແປໄປຢ່າງສະຫລັບສັບຊ້ອນ ແລະ ມີຄວາມທ້າທາຍຫລາຍຢ່າງ ເນື່ອງຈາກບັນຫາທາງ ດ້ານເສດຖະກິດ-ການເງິນ
, ໄພພິບັດທາງທຳມະຊາດ, ການປະທະກັນດ້ວຍກຳລັງປະ ກອບອາວຸດໃນຫລາຍພາກພື້ນ, ສົ່ງຄາມການຄ້າ ແລະ ມາດຕະການບັງຄັບຝ່າຍດຽວ ຂອງບາງປະເທດມະຫາອຳນາດ ທີ່ສົ່ງຜົນກະທົບຕໍ່ສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ບົດບາດຂອງ APA ທີ່ມີຄວາມພະຍາຍາມ ໃນການສະໜັບສະໜູນ ການສ້າງຄວາມຈະເລີນຮຸ່ງເຮື່ອງໃນອາຊີ ໂດຍຜ່ານການຮ່ວມມືເຊິ່ງກັນ ແລະ ກັນ, ພ້ອມທັງຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດວຽກງານການທູດ ລັດຖະສະພາຂອງສະພາແຫ່ງຊາດລາວ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມການເຄື່ອນໄຫວ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາອາຊີ (APA), ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ ໂດຍສະເພາະໃນປີ 2024 ຜ່ານມາ, ໃນລະຫວ່າງທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນອາຊຽນ, ສະພາແຫ່ງຊາດລາວ ກໍໄດ້ຮັບກຽດເປັນປະທານ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງ ຊາດອາຊຽນ (AIPA) ຄັ້ງທີ 45 ພາຍໃຕ້ຫົວຂໍ້: “ບົດບາດຂອງລັດຖະສະພາ ໃນການສົ່ງເສີມການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາ APA ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານການທູດລັດຖະສະພາ ໃນການສົ່ງເສີມການຮ່ວມມືແບບຫລາຍຝ່າຍ ເພື່ອສັນ ຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນພາກພື້ນ; ສົ່ງເສີມການແກ້ໄຂບັນຫາ ແລະ ຂໍ້ຂັດແຍ້ງຕ່າງໆ ດ້ວຍສັນຕິວິທີ ໂດຍຜ່ານການເຈລະຈາ ທີ່ສອດຄ່ອງກັບຫລັກການ ແລະ ກົດໝາຍສາກົນ; ສົ່ງເສີມການຮ່ວມມືບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ມີການພັດທະນາຮ່ວມກັນ ແນໃສ່ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນໃນອາຊີ.




ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້
, ຄະນະຜູ້ແທນລາວ ຍັງໄດ້ພົບປະສອງຝ່າຍກັບຄະນະຜູ້ແທນລັດຖະສະພາໄທ ນຳໂດຍ ທ່ານ ພາຣາດອນ ປຣີສານອານັນທະກຸນ ຮອງປະທານສະພາຜູ້ແທນລາດສະດອນ ເຊິ່ງໄດ້ແລກປ່ຽນປຶກສາຫາລືກັນກ່ຽວກັບ ການຮ່ວມມືຂອງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ, ການແກ້ໄຂບັນ ຫາການຄຸ້ມຄອງແຮງງານ, ການປາບປາມອາຊະຍາກຳທາງໄຊເບີ, ຢາເສບຕິດ ແລະ ອື່ນໆ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນສົນທະນາ ກັບຄະນະຜູ້ແທນລັດຖະສະພາ ເພື່ອນມິດອື່ນໆ ທີ່ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ດໍາເນີນໄປໃນບັນຍາກາດ ທີ່ສະພາບການຂອງພາກພື້ນອາຊີ ຍັງສືບຕໍ່ມີຄວາມເຄັ່ງຮ້ອນ ໂດຍສະເພາະແມ່ນການປະທະກັນ ແລະ ຄວາມເສຍຫາຍຢ່າງຮຸນແຮງໃນເຂດກາຊາ ເຊິ່ງກອງປະຊຸມໄດ້ເນັ້ນໜັກກ່ຽວກັບ ການຮ່ວມມືກັນເພື່ອໃຫ້ການຊ່ວຍເຫລືອ ແລະ ແກ້ໄຂບັນຫາຂັດແຍ້ງດັ່ງກ່າວ. ພ້ອມກັນນັ້ນ, ຍັງໄດ້ພິຈາລະນາຮັບຮອງເອົາ ລັດຖະສະພາໂອມານ ເປັນສະມາຊິກສົມບູນຂອງ APA, ສະພາແຫ່ງຊາດເບລາຣຸດຊີ ເປັນລັດຖະສະພາສັງເກດການຂອງ APA ແລະ ໄດ້ຮັບຮອງເອົາສະພາແຫ່ງຊາດບາເຣນ ເປັນປະທານ APA ໃນປີ 2026 ແລະ ລັດຖະສະພາອີຣານ ເປັນປະທານ APA ໃນປີ 2027 ແລະ 2028.

ຂ່າວ-ພາບ: ສພຊ

KPL

ຂ່າວອື່ນໆ


Top