ການາດາ ຈະສ້າງເສັ້ນທາງລົດໄຟຄວາມໄວສູງ ດ້ວຍຄວາມຍາວ 1.000 ກິໂລແມັດ

21/02/2025 18:14
Email Print 130
KPL ທ່ານ ຈັສຕິນ ທຣູໂດ ນາຍົກ ລັດຖະມົນຕີ ການາດາ ໄດ້ເປີດເຜີຍ ແຜນການ ສ້າງເສັ້ນທາງ ລົດໄຟ ຄວາມໄວສູງ ສາຍທຳອິດ ເພື່ອເຊື່ອມຕໍ່ ສູນກາງ ສຳຄັນຕ່າງໆ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ໂທຣອນໂຕ ປະເທດ ການາດາ ເມື່ອວັນທີ 20 ກຸມພາ,  ທ່ານ ຈັສຕິນ ທຣູໂດ ນາຍົກ ລັດຖະມົນຕີ ການາດາ ໄດ້ເປີດເຜີຍ ແຜນການ ສ້າງເສັ້ນທາງ ລົດໄຟ ຄວາມໄວສູງ ສາຍທຳອິດ ເພື່ອເຊື່ອມຕໍ່ ສູນກາງ ສຳຄັນຕ່າງໆ ຕັ້ງແຕ່ ເມືອງໂທຣອນໂຕ ໄປຈົນເຖິງ ເມືອງ ຄີວເບກ, ຊຶ່ງເປັນ ໂຄງການ ພື້ນຖານ ໂຄງລ່າງ ຂະໜາດໃຫຍ່ ທີ່ສຸດ ໃນປະຫວັດສາດ ຂອງ ປະເທດ.

ໂຄງການດັ່ງກ່າວ ມີເສັ້ນທາງລົດໄຟ ຄວາມໄວສູງ 1.000 ກິໂລແມັດ ເພື່ອຮອງຮັບ ລົດໄຟຟ້າ ທີ່ ສາມາດແລ່ນດ້ວຍຄວາມໄວ ເຖິງ 300 ກິໂລແມັດ ຕໍ່ຊົ່ວໂມງ ແລະ ຈຸດພັກເຊົາ ລະຫວ່າງ ເມືອງ ໂທຣອນໂຕ, ນະຄອນຫລວງ ອົດຕາວາ, ເມືອງມອນທຣີນ ແລະ ເມືອງຄີວເບກ. ເສັ້ນທາງລົດໄຟນີ້ ຍັງຈະຫລຸດ ໄລຍະເວລາ ໃນການ ເດີນທາງ ລະຫວ່າງ ເມືອງຕ່າງໆ ຢູ່ໃນການາດາ ຕາເວັນອອກລົງເຄິ່ງໜຶ່ງ, ໂດຍຄາດວ່າ ຈະໃຊ້ເວລາ ເດີນທາງ ຈາກເມືອງ ໂທຣອນໂຕ ໄປຍັງເມືອງ ມອນທຣີນ ສະເລ່ຍພຽງແຕ່ 3 ຊົ່ວໂມງ. ນອກນັ້ນ, ລັດຖະບານ ການາດາ ຍັງຈັດສັນ ງົບປະມານ ໃນເບື້ອງຕົ້ນ 3.900 ລ້ານໂດລາ ການາດາ ສຳລັບການ ອອກແບບ ແລະ ພັດທະນາ ໂຄງການ ເພື່ອສຶກສາ ເສັ້ນທາງ ແລະ ຕຳແໜ່ງ ຂອງ ສະຖານທີ່ ໃຫ້ມີຄວາມຊັດເຈນ, ກົດລະບຽບ ແລະ ການປຶກສາຫາລືອື່ນໆ./

 

KPL

ຂ່າວອື່ນໆ


Top