KPL
ກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ເປີດເຜີຍ ແຜນການ ສ້າງສະຖານີສາກ ຍານພາຫະນະ ໄຟຟ້າ (EV) ຈຳນວນ 63.000 ແຫ່ງ ໃນປີ 2030 ເພື່ອຮັບຮອງ ຍານພາຫະນະ ໄຟຟ້າ ທີ່ມີ ທ່າອຽງ ເພີ່ມຂຶ້ນເປັນ 9,43 ແສນຄັນ ໃນປີດັ່ງກ່າວ.
ຂປລ. ສໍານັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ເປີດເຜີຍ ແຜນການ ສ້າງສະຖານີສາກ ຍານພາຫະນະ ໄຟຟ້າ (EV) ຈຳນວນ 63.000 ແຫ່ງ ໃນປີ 2030 ເພື່ອຮັບຮອງ ຍານພາຫະນະ ໄຟຟ້າ ທີ່ມີ ທ່າອຽງ ເພີ່ມຂຶ້ນເປັນ 9,43 ແສນຄັນ ໃນປີດັ່ງກ່າວ.
ພີທີພີແອລເອັນ (PT PLN) ເປັນບໍລິສັດ ການໄຟຟ້າ ຂອງ ລັດຖະບານ ອິນໂດເນເຊຍ ລະບຸວ່າ: ປັດຈຸບັນ ອິນໂດເນເຊຍ ມີສະຖານີສາກ ຈຳນວນ 3.233 ແຫ່ງ ຕາມສະຖານທີ່ຕ່າງໆ. ຈຸດປະສົງຕົ້ນຕໍ ໃນການຂະຫຍາຍ ສະຖານີສາກ ເພື່ອຫລຸດຜ່ອນການເພິ່ງພາ ການນໍາເຂົ້າ ເຊື້ອໄຟ, ການປ່ອຍ ກາກບອນ ແລະ ເລັ່ງການປ່ຽນຜ່ານ ໄປສູ່ ພະລັງງານ ໝູນວຽນ. ປັດຈຸບັນ ການບໍລິໂພກ ນໍ້າມັນ ເຊື້ອໄຟ ຂອງ ອິນໂດເນເຊຍ ສະເລັ່ຍຍລວມມີ 1,4 ລ້ານຖັງ ຕໍ່ວັນ, ໃນຂະນະທີ່ ການຜະລິດ ນໍ້າມັນ ເຊື້ອໄຟ ພາຍໃນ ປະເທດ ເພື່ອສະໜັບ ສະໜູນ ການບໍລິໂພກ ໄດ້ພຽງປະມານ 6 ແສນຖັງ. ນອກນັ້ນ, ອິນໂດເນເຊຍ ຄາດວ່າ ການຂະຫຍາຍສະຖານີສາກດັ່ງກ່າວ ຈະຊ່ວຍໃຫ້ ອິນໂດເນເຊຍ ປະຢັດນໍ້າມັນໄດ້ເຖິງ 66.000 ຖັງຕໍ່ວັນ./
KPL