ແຫລ່ງແກັສຖ່ານຫີນຊັ້ນເລິກໃນ ສປຈີນ ມີຜົນຜະລິດ ບັນລຸເຖິງ 3 ຕື້ແມັດກ້ອນ

21/02/2025 18:10
Email Print 132
KPL ປິໂຕຣໄຊນ່າ (PetroChina) ໄດ້ປະກາດວ່າ ແຫລ່ງແກັສ ຕ້າຈີ໋ ຊຶ່ງເປັນ ແຫລ່ງຖ່ານຫີນ ຊັ້ນເລິກ ແຫ່ງທຳອິດ ຂອງ ສປຈີນ ມີປະລິມານ ການຜະລິດລວມກວ່າ 3 ຕື້ແມັດກ້ອນ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ໜັງສືພີມ ໄຊເອັນ ແອນ ເຕັກໂນໂລຊີ ເດລີ (Science and Technology Daily) ລາຍງານວ່າ: ປິໂຕຣໄຊນ່າ (PetroChina) ໄດ້ປະກາດວ່າ ແຫລ່ງແກັສ ຕ້າຈີ໋ ຊຶ່ງເປັນ ແຫລ່ງຖ່ານຫີນ ຊັ້ນເລິກ ແຫ່ງທຳອິດ ຂອງ ສປຈີນ ມີປະລິມານ ການຜະລິດລວມກວ່າ 3 ຕື້ແມັດກ້ອນ.

ແຫລ່ງແກັສ ດັ່ງກ່າວ ຕັ້ງຢູ່ ທາງພາກຕາເວັນອອກ ຂອງ ແອງເອີຣຕົວຊື ເປັນໜຶ່ງ ໃນໂຄງການ ສາທິດແກັສມິເທນ ໃນຊັ້ນຖ່ານຫີນ ແຫ່ງທຳອິດ ຂອງ ສປຈີນ ໂດຍມີ ປະລິມານ ການຜະລິດ ເພີ່ມຂຶ້ນ ເປັນ 1,69 ຕື້ແມັດກ້ອນ ໃນປີ 2024, ເພີ່ມຂຶ້ນ 79,2% ເມື່ອທຽບປີຕໍ່ປີ./

 

KPL

ຂ່າວອື່ນໆ


Top