ສປຈີນ ຈະສ້າງໂຮງໝໍ ເພື່ອຮັບຮອງຄົນເຈັບ ຊາວບັງກລາເທດ

21/02/2025 18:14
Email Print 163
KPL ໂດຍ ທ່ານ ເຫຍົາເຫວິນ ເອກອັກຄະລັດຖະທູດ ສປຈີນ ປະຈຳ ນະຄອນ ຫລວງດາກາ ກ່າວ ຢູ່ໂຮງໝໍ 3 ແຫ່ງ ທີ່ກຳນົດ ໃຫ້ເປັນໂຮງໝໍ ສະເພາະ ຄົນເຈັບ ຊາວບັງກລາເທດ ແລະ ພະຍາຍາມ ປັບປຸງ ກົນໄກ ການບໍລິການ ທາງການແພດ

ຂປລ. ສຳນັກ​ຂ່າວ ​ເອ​ເອຟພ ລາຍ​ງານ​ ຈາກ​ ນະຄອນຫລວງ ດາ​ກາ ປະ​ເທດ​ ບັງ​ກລາ​ເທດ ​ເມື່ອນ​ທີ 20 ກຸມພາ​, ສປຈີນ ຈະ​ສ້າງ​ໂຮງໝໍ ເພື່ອ​ຮັບຮອງ ​ຄົນ​ເຈັບ​ ຊາວ​ບັງ​ກລາ​ເທດ. ໂດຍ ທ່ານ ເຫຍົາເຫວິນ ເອກອັກຄະລັດຖະທູດ ສປຈີນ ປະຈຳ ນະຄອນ ຫລວງດາກາ ກ່າວ ຢູ່ໂຮງໝໍ 3 ແຫ່ງ ທີ່ກຳນົດ ໃຫ້ເປັນໂຮງໝໍ ສະເພາະ ຄົນເຈັບ ຊາວບັງກລາເທດ ແລະ ພະຍາຍາມ ປັບປຸງ ກົນໄກ ການບໍລິການ ທາງການແພດ ລວມເຖິງ ການປັບປຸງ ຂັ້ນຕອນ ການຂໍວິຊ່າ.ໂດຍຊາວບັງກລາເທດ ຫລາຍກວ່າ 2 ລ້ານຄົນເດີນທາງໄປ ອິນເດຍ ໃນທຸກປີ ເພື່ອການ​ປິ່ນປົວ​ ສຸຂະພາບ, ນີ້ຖື​ເປັນ​ພຽງ​ສ່ວນ​ໜຶ່ງ ຂອງ​ ຄວາມ​ຮ່ວມ​ມື​ ທີ່​ເພີ່ມ​ຂຶ້ນ ລະຫວ່າງ​ ສປຈີນ ກັບ ​ລັດຖະບານ​ ຮັກສາ​ການ ບັງ​ກລາ​ເທດ ​ໂດຍ ສປຈີນ ​ເປັນ​ຜູ້​ລົງທຶນ ​ລາຍ​ໃຫຍ່​ທີ່ສູຸດ ຂອງ​ ບັງ​ກລາ​ເທດ ​ໃນ​ປັດຈຸບັນ. /

 

KPL

ຂ່າວອື່ນໆ


Top