ກຳປູເຈຍ-ໄທ ເປີດເສັ້ນທາງບິນໃໝ່ ໂດຍກົງ

21/02/2025 18:14
Email Print 127
KPL ແອຣກຳປູເຈຍ ເປັນສາຍການບິນ ແຫ່ງຊາດ ກຳປູເຈຍ ໄດ້ເປີດ ເສັ້ນທາງບິນໃໝ່ ເຊື່ອມຕໍ່ ນະຄອນຫລວງ ພະນົມເປັນ ແລະ ນະຄອນຫລວງບາງກອກ ປະເທດໄທ ໂດຍໃຫ້ ບໍລິການ ຜູ້ໂດຍສານ ຫລາຍກວ່າ 300 ຄົນ ໃນຖ້ຽວບິນ ຂາໄປ-ຂາກັບ ຖ້ຽວທຳອິດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ແອຣກຳປູເຈຍ ເປັນສາຍການບິນ ແຫ່ງຊາດ ກຳປູເຈຍ ໄດ້ເປີດ ເສັ້ນທາງບິນໃໝ່ ເຊື່ອມຕໍ່ ນະຄອນຫລວງ ພະນົມເປັນ ແລະ ນະຄອນຫລວງບາງກອກ ປະເທດໄທ ໂດຍໃຫ້ ບໍລິການ ຜູ້ໂດຍສານ  ຫລາຍກວ່າ 300 ຄົນ ໃນຖ້ຽວບິນ ຂາໄປ-ຂາກັບ ຖ້ຽວທຳອິດ.

ໂດຍສາຍການບິນ ດັ່ງກ່າວ ໄດ້ນຳໃຊ້ ເຮືອບິນ ແອຣບັສ 320 ຫລື 321 ໃນຖ້ຽວບິນ ແຕ່ລະວັນ ລະຫວ່າງ ສອງຈຸດໝາຍ, ໃນເຮືອບິນລຳນິ້ ປະກອບດ້ວຍ ອາຫານວ່າງ, ນໍ້າໜັກກະເປົາ ລວມມີ 32 ກິໂລກຣາມ, ການບໍລິການຖ້ຽວບິນ ຊັ້ນທຸລະກິດ ດ້ວຍລາຄາ ທີ່ ເໝາະສົມ. ແອຣກຳປູເຈຍ ເປັນສາຍການບິນດຽວ ຂອງ ກຳປູເຈຍ ທີ່ ສະກາຍແທຣກຊ (Skytrax,) ຈັດອັນດັບ ການບິນລະດັບໂລກ ຈັດໃຫ້ ຢູ່ໃນລະດັບ 3 ດາວ, ພ້ອມກັນນັ້ນ ຍັງລະບຸວ່າ ສາຍການບິນນີ້ ມີບົດບາດສຳຄັນ ເພີ່ມຂຶ້ນ ໃນການ ສົ່ງເສີມ ການແລກປ່ຽນ ລະຫວ່າງ ປະຊາຊົນ ແລະ ການຮ່ວມມື ທາງເສດຖະກິດ ແລະ ການຄ້າ ລະຫວ່າງ ກຳປູເຈຍ, ສປຈີນ, ບັນດາ ປະເທດ ສະມາຊິກ ໃນອາຊຽນ ແລະ ປະເທດອື່ນໆ./

KPL

ຂ່າວອື່ນໆ


Top