ລາວ-ໄທ ຮ່ວມສະຫລອງ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດ

19/02/2025 21:21
Email Print 314
KPL ຂປລ. ສປປ ລາວ ແລະ ຣາຊະອານາຈັກໄທ ຮ່ວມຈັດກິດຈະກຳ ຄາຣາວານວິທະຍາສາດ ມິດຕະພາບ ໃນວັນທີ 17 ກຸມພາ 2025 ຜ່ານມາ ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດ ລາວ-ໄທ ໂດຍມີຮອງເອກ ອັກຄະຣາຊະທູດໄທ ປະຈໍາ ລາວ, ມີຜູ້ອໍານວຍການອົງການພິພິທະພັນວິທະຍາສາດແຫ່ງຊາດ, ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທີມງານຄາຣາວານວິທະຍາສາດ ຈາກປະເທດໄທ ເຂົ້າຮ່ວມ.




ຂປລ. ສປປ ລາວ ແລະ ຣາຊະອານາຈັກໄທ ຮ່ວມຈັດກິດຈະກຳ ຄາຣາວານວິທະຍາສາດ ມິດຕະພາບ ໃນວັນທີ 17 ກຸມພາ 2025 ຜ່ານມາ
 ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດ ລາວ-ໄທ ໂດຍມີຮອງເອກ ອັກຄະຣາຊະທູດໄທ ປະຈໍາ ລາວ, ມີຜູ້ອໍານວຍການອົງການພິພິທະພັນວິທະຍາສາດແຫ່ງຊາດ, ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທີມງານຄາຣາວານວິທະຍາສາດ ຈາກປະເທດໄທ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ຕີລາຄາສູງ ແລະ ສະແດງຄວາມດີໃຈ ທີ່ໂຮງຮຽນ ມສ ວຽງຈັນ ໄດ້ຖືກເລືອກເປັນສະຖານທີ່ ຈັດງານເປັນຄັ້ງທີ 2 (ຄັ້ງທໍາອິດປີ 2023) ເພື່ອສົ່ງເສີມຄວາມຮູ້ ທາງດ້ານວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ ແລະ ເປີດກວ້າງໃຫ້ທຸກພາກສ່ວນ ໄດ້ເຫັນປະຈັກຕາ ແລະ ຫວັງວ່າການຈັດງານໃນຄັ້ງນີ້, ຈະສ້າງນັກຮຽນໃນໂຮງຮຽນ 26 ແຫ່ງ ທີ່ຖືກເຊີນ ທັງພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມມັກໃນວິທະຍາສາດ, ຢາກເປັນນັກວິທະຍາສາດໃຫ້ຫລາຍຂຶ້ນ ແລະ ພັດທະນາວິທະຍາສາດໃຫ້ກວ້າງຂວາງຂຶ້ນໃນອະນາຄົດ.




ກິດຈະກໍາຄາຣາວານວິທະຍາສາດ ໃນຄັ້ງນີ້
, ເປັນການສ້າງໃຫ້ນັກຮຽນອາສາ ຈໍານວນ 84 ນ້ອງ ມີຄວາມຫ້າວຫັນ ແລະ ກ້າສະແດງອອກ, ທັງເປັນການເປີດກວ້າງ ໃນການຝຶກອົບຮົມ ໃຫ້ຄູທາງດ້ານດາລາສາດ ຕື່ມອີກ.

ຂໍ້ມູນ-ພາບ: ບົວລະພາ

KPL

ຂ່າວອື່ນໆ


Top