KPL
ຂະແໜງອຸດສາຫະກຳ ຫວຽດນາມ ໄດ້ສ້າງໂຄງ ປະກອບ ຄືນໃໝ່ ຕາມທິດ ຫັນເປັນ ທັນສະໄໝ, ພັດທະນາ ຕາມທິດ ລວງເລິກ, ຍົກສູງສະມັດຕະພາບ,ຄຸນນະພາບ, ມູນຄ່າເພີ່ມ ແລະ ກຳລັງແກ່ງແຍ່ງ ຂອງຜະລິດຕະພັນ ບັນດາຂະແໜງ ອຸດສາຫະກຳ ມີທ່າໄດ້ປຽບ.
![](https://cms.kpl.gov.la/Media/Upload/News/Hot/2025/02/12/kinhte-anh1_qiur.jpg)
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຂະແໜງອຸດສາຫະກຳ ຫວຽດນາມ ໄດ້ສ້າງໂຄງ ປະກອບ ຄືນໃໝ່ ຕາມທິດ ຫັນເປັນ ທັນສະໄໝ, ພັດທະນາ ຕາມທິດ ລວງເລິກ, ຍົກສູງສະມັດຕະພາບ,ຄຸນນະພາບ, ມູນຄ່າເພີ່ມ ແລະ ກຳລັງແກ່ງແຍ່ງ ຂອງຜະລິດຕະພັນ ບັນດາຂະແໜງ ອຸດສາຫະກຳ ມີທ່າໄດ້ປຽບ. ພ້ອມກັນນັ້ນ ສສ ຫວຽດນາມ ກໍ່ໃຫ້ບຸລິມະສິດ ພັດທະນາ, ເປັນເຈົ້າການເຕັກໂນໂລຊີໃໝ່, ບັນດາ ຂະແໜງການ, ຂົງເຂດ ອຸດສາຫະກຳ ຫາກໍ່ ພົ້ນເດັ່ນຄື: ຊິບ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ; ພັດທະນາ ອຸດສາຫະກຳ ໜູນຊ່ວຍ ຢ່າງແຮງ, ເພີ່ມທະວີ ການຮ່ວມສຳພັນ ລະຫວ່າງ ເຂດທີ່ີມີເງິນລົງທຶນ ຂອງຕ່າງປະເທດ ແລະ ເຂດພາຍໃນປະເທດ; ຄົ້ນຄວ້າ, ພັດທະນາ ບັນດາຜະລິດຕະພັນ ວັດສະດຸ ກໍ່ສ້າງສີຂຽວ, ປະຢັດ ພະລັງງານ, ເປັນມິດ ກັບສິ່ງແວດລ້ອມ, ປ່ອຍອາຍພິດ ກາກບອນຕ່ຳ. ຈາກນັ້ນ ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີ ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ກ່າວຢືນຢັນວ່າ: ບັນດາ ຄາດໝາຍ ລະອຽດນີ້ ໂດຍຂະແໜງ ອຸດສາຫະກຳ ສຸມໃສ່ປະຕິບັດ ເປັນຢ່າງດີໃນປີນີ້ ເພາະວ່າ ນີ້ແມ່ນເງື່ອນໄຂ ເພື່ອປະກອບສ່ວນ ເຮັດໃໝ່ ແລະ ຊຸກຍູ້ບັນດາກຳລັງໜູນ ການເຕີບໂຕທີ່ເປັນມູນເຊື້ອ: “ເພື່ອປະຕິບັດ ບັນດາຄາດໝາຍ ຂອງແຜນການ 5 ປີ ຄືແຕ່ປີ 2021 – 2025, ສ້າງພື້ນຖານ ໃຫ້ແກ່ ປະເທດຊາດກ້າວເຂົ້າສູ່ ສັງກາດໃໝ່ - ສັງກາດ ບືນຕົວຂຶ້ນ ສ້າງຄວາມຮັ່ງມີ ເຂັ້ມແຂງ, ວັດທະນາຖາວອນ, ຂະແໜງ ອຸດສາຫະກຳ ການຄ້າ ໄດ້ເອົາໃຈໃສ່ປະຕິບັດ ບັນດາໜ້າທີ່ ມາດຕະການ ແກ້ໄຂ ຄວາມຫຍຸ້ງຍາກ ຢ່າງມີປະສິດທິຜົນ, ໜູນຊ່ວຍ ວິສາຫະກິດ ຟື້ນຟູ ການພັດທະນາ ການຜະລິດ, ດຳເນີນທຸລະກິດ, ຍູ້ໄວການຜັນຂະຫຍາຍ ບັນດາໂຄງການພັດທະນາ ອຸດສາຫະກຳ, ພະລັງງານ, ການຄ້າ, ເປັນຕົ້ນ ແມ່ນບັນດາໂຄງການ ຈຸດສຸມ ເພື່ອນຳເຂົ້າ ເຄື່ອນໄຫວໂດຍໄວ, ສ້າງກຳລັງໜູນໃໝ່ ໃຫ້ແກ່ ການເຕີບໂຕ ເສດຖະກິດ”.ຕາມການຄິດໄລ່ ຂອງກະຊວງ ອຸດສາຫະກຳ ການຄ້າ ແລ້ວ, ເພື່ອໃຫ້ການເຕີບໂຕ GDP ບັນລຸ ຢ່າງໜ້ອຍສຸດ ແມ່ນ 8%, ຂະແໜງ ອຸດສາຫະກຳ ຈະຕ້ອງເຕີບໂຕ ຢ່າງໜ້ອຍສຸດແມ່ນ 9,3%. ສ່ວນໃນຄາດໝາຍການເຕີບໂຕ GDP ບັນລຸສອງຕົວເລກ, ດ້ວຍຄາດໝາຍ ການເຕີບໂຕ GDP ແມ່ນຢູ່ໃນລະດັບ 10% ເມື່ອທຽບໃສ່ປີ 2024 ຂະແຫນງອຸດສາຫະກຳ ຕ້ອງເພີ່ມ 11,9%. ອຸດສາຫະກຳປຸງແຕ່ງ, ຜະລິດອຸດສາຫະກຳ ແມ່ນຂະແໜງ ຕັດສິນຊີ້ຂາດ ເປັນສ່ວນໃຫຍ່ ເຖິງລະດັບການເຕີບໂຕ. ທ່ານຮອງສາດສະດາຈານ, ປອ ຫງວຽນ ເທື່ອງລາງ, ນັກຊ່ຽວຊານເສດຖະກິດ ຖືວ່າ: ຕ້ອງຫັນປ່ຽນ ໂຄງປະກອບ ອຸດສາຫະກຳ ຫວຽດນາມ ຕາມທິດອຸດສາຫະກຳສີຂຽວ, ອຸດສາຫະກຳສະອາດ, ອຸດສາຫະກຳ ອັດສະລິຍະ; ຖືເປັນສຳຄັນ ການຈັດຕັ້ງອຸດສາຫະກຳ ຫວຽດນາມ ຕາມລະບົບມູນຄ່າ. ແລະ ພິເສດ ບັນດາຂົງເຂດ ອຸດສາຫະກຳໃໝ່ຄື ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ອຸດສາຫະກຳ ພະລັງງານ ສະອາດ, ພະລັງງານສີຂຽວ, ບັນດາຂະແໜງ ອຸດສາຫະກຳ ກ່ຽວຂ້ອງ ເຖິງການຫັນເປັນ ດິຈິຕອນ ແລະ ຄວນລົງທຶນ ໃຫ້ຫລາຍກວ່າ, ແຮງກວ່າ, ຂ້ຽວຂາດກວ່າ ເພືື່ອສ້າງບາດກ້າວບຸກທະລຸ ຂອງຂະແໜງອຸດສາຫະກຳ”.ຄຽງຄູ່ກັນນັ້ນ, ສສ ຫວຽດນາມ ກໍ່ເອົາໃຈໃສ່ເຖິງ ການເພີ່ມທະວີ ການພັດທະນາຂະແໜງ ອຸດສາຫະກຳ ໜູນຊ່ວຍ. ນີ້ແມ່ນປັດໄຈຫລັກ ໃຫ້ແກ່ ການພັດທະນາ ແບບຍືນຍົງ, ເພ່ືອໃຫ້ວິສາຫະກິດ ຫວຽດນາມ ອາດຈະເຂົ້າຮ່ວມ ຢ່າງເລິກເຊິ່ງ ໃນລະບົບສະໜອງ ກໍ່ຄືເຂົ້າຮ່ວມບັນດາໂຄງການ ອຸດສາຫະກຳ ຈຸດສຸມພາຍໃນປະເທດຄື: ອຸດສາຫະກຳພະລັງງານ/ພະລັງງານທົດແທນ. ທ່ານນາງ ເຈືອງທິຈິບິ່ງ, ຮອງປະທານ ທັງເປັນເລຂາທິການສະມາຄົມອຸດສາຫະກຳໜູນຊ່ວຍ ຫວຽດນາມ ຖືວ່ ມີຍຸດທະສາດ ນັບແຕ່ຫົວທີ ແລະ ມີແຜນການຫັນ ເປັນສິນຄ້າພາຍໃນ ຢ່າງຈະແຈ້ງ ແມ່ນບັນດາ ຝ່າຍລ້ວນແຕ່ ມີການກະກຽມ ແລະ ຖ້າຫາກມີການກະກຽມ ແນ່ນອນວ່າ ວິສາຫະກິດ ຫວຽດນາມ ຈະສາມາດເຂົ້າຮ່ວມ ລະບົບສະໜອງ ຂອງຂົງເຂດ ພະລັງງານ ທົດແທນນີ້”.ສສ ຫວຽດນາມ ກໍ່ສືບຕໍ່ສ້າງສຳເລັດ ບັນດານະໂຍບາຍ, ເອກະສານນິຕິກຳ, ສ້າງແຫລ່ງກຳລັງ ເພື່ອແກ້ໄຂຂໍ້ຕິດຄັດ ແລະ ພັດທະນາ ວິສາຫະກິດ, ສ້າງແຫລ່ງສິນຄ້າ ໃຫ້ແກ່ ການສົ່ງອອກ ແລະ ຮັບໃຊ້ການບໍລິໂພກ ພາຍໃນປະເທດ. ນອກນັ້ນ ຂະແໜງ ອຸດສາຫະກຳ ການຄ້າ ກໍ່ຈະສ້າງສຳເລັດ ສຳເນົາສະເໜີ ການສ້າງກົດໝາຍ ວ່າດ້ວຍ ການຜະລິດ ຜະລິດຕະພັນ ອຸດສາຫະກຳ ຈຸດສຸມໂດຍໄວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL