KPL
ກອງປະຊຸມ ສຸດຍອດ ລັດຖະບານໂລກ ປີ 2025 ດ້ວຍຫົວຂໍ້ “ສ້າງລັດຖະບານ ອະນາຄົດ” ເປັນຮູບປະທຳ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 11-13 ກຸມພານີ້,ຢູ່ນະຄອນ ດູບາຍ, ສະຫະນະຄອນ ເອເມຣັດ ອາຣັບ (UAE).
![](https://cms.kpl.gov.la/Media/Upload/News/Hot/2025/02/12/18-phothutuongbuithanhson_oqbb.png)
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສຸດຍອດ ລັດຖະບານໂລກ ປີ 2025 ດ້ວຍຫົວຂໍ້ “ສ້າງລັດຖະບານ ອະນາຄົດ” ເປັນຮູບປະທຳ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 11-13 ກຸມພານີ້,ຢູ່ນະຄອນ ດູບາຍ, ສະຫະນະຄອນ ເອເມຣັດ ອາຣັບ (UAE). ກອງປະຊຸມ ມີການເຂົ້າຮ່ວມ ຂອງປະມຸກລັດ ແລະ ຜູ້ນຳລັດຖະບານ ທີ່ມາຈາກ ຫລາຍກວ່າ 30 ປະເທດ, ພ້ອມກັບ ການນຳຂະແໜງການ, ນັກຮຽນຮູ້ ແລະ ຜູ້ວາງນະໂຍບາຍ ທີ່ມາຈາກ ຫລາຍກວ່າ 140 ປະເທດ ໃນໂລກ, ພ້ອມດ້ວຍ ຜູ້ຕາງໜ້າທີ່ມາຈາກ ຫລາຍກວ່າ 80 ອົງການ ຈັດຕັ້ງສາກົນ, ພາກພື້ນ ແລະ ລະຫວ່າງ ລັດຖະບານ. ກອງປະຊຸມ ເພື່ອແນໃສ່ ປຶກສາຫາລື ກ່ຽວກັບ ສິ່ງທ້າທາຍ ແລະ ອະນາຄົດ ຂອງອົງການ ບໍລິຫານ ທົ່ວໂລກ ກໍຄື ເພີ່ມທະວີ ການຮ່ວມມື ສາກົນ ກ່ຽວກັບ ບັນດາມາດຕະການ ປະດິດຄິດສ້າງ ໃນອະນາຄົດ, ຜ່ານນັ້ນກໍ່ ຊຸກຍູ້ ແລະ ຍົກສູງກຳລັງແຮງ ຂອງການນຳລັດຖະບານລຸ້ນຕ່າງໆ ໃນອະນາຄົດ.ຂະນະທີ່ ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ຈາກນັ້ນ, ທ່ານ ບຸ່ຍແທັງເຊີນ ມີບົດກ່າວປາໄສ ສຳຄັນ ໃນວາລະປຶກສາຫາລື “ບັນດາພື້ນຖານ ເສດຖະກິດ ຫາກໍ່ພົ້ນເດັ່ນ, ຍາດແຍ່ງ ການປ່ຽນແປງໃໝ່ ເຕັກນິກ ດີຈີຕອນ ແລະ ພະລັງງານ ທົດແທນ ເພື່ອຊຸກຍູ້ ການເຕີບໂຕ ເສດຖະກິດ ແລະ ການແກ້ງແຍ້ງ”; ກ່າວຄຳເຫັນ ໃນວາລະປະຊຸມ “ການກະທຳມຸ່ງໄປເຖິງ ບັນດາເປົ້າໝາຍ ສະຫັດສະວັດ ດ້ວຍຫົວຂໍ້: ບົດຮຽນ ປະສົບການ ແລະ ຜົນງານຂອງ ຫວຽດນາມ ກ່ຽວກັບ ການຫັນບັນດາເປົ້າໝາຍ ພັດທະນາ ແບບຍືນຍົງ ໃຫ້ປະກົດຜົນເປັນຈິງ”; ພົບປະກັບ ການນຳ ບັນດາປະເທດ, ອົງການ ຈັດຕັ້ງສາກົນ, ກຸ່ມບໍລິສັດໃຫຍ່ ໃນຂົງເຂດ ເຕັກໂນໂລຢີ, ນະວັດຕະກຳ ຢູ່ນອກ ກອງປະຊຸມ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL