ສສ ຫວຽດນາມ ຊ່ວຍເຫລືອລົບລ້າງເຮືອນຢູ່ຊົ່ວຄາວ-ເຮືອນຮົ່ວເພ ຫລາຍກວ່າ 100.000 ຫລັງ

12/02/2025 13:50
KPL ຕາມກະຊວງ ແຮງງານ-ທະຫານ ເສຍອົງຄະ ແລະ ສັງຄົມ ຫວຽດ ນາມ ເປີດເຜີຍວ່າ: ໄດ້ມີ 58/63 ທ້ອງຖິ່ນ ສ້າງຕັ້ງຄະນະຊີ້ນຳ ຂັ້ນແຂວງ ກ່ຽວກັບ ການລົບລ້າງ ເຮືອນຢູ່ ຊົ່ວຄາວ ແລະ ເຮືອນຮົ່ວເພ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຕາມກະຊວງ ແຮງງານ-ທະຫານ ເສຍອົງຄະ ແລະ ສັງຄົມ ຫວຽດ ນາມ ເປີດເຜີຍວ່າ: ໄດ້ມີ 58/63 ທ້ອງຖິ່ນ ສ້າງຕັ້ງຄະນະຊີ້ນຳ ຂັ້ນແຂວງ ກ່ຽວກັບ ການລົບລ້າງ ເຮືອນຢູ່ ຊົ່ວຄາວ ແລະ ເຮືອນຮົ່ວເພ. 5 ທ້ອງຖິ່ນ ທີ່ຍັງເຫລືອ ລວມມີ: ຮ່າໂນ້ຍ, ຫາຍຟ່ອງ, ກວ໋າງນິງ, ຫວິງຟຸກ, ບ່າເຣ້ຍ - ຫວູງເຕົາ ແມ່ນບໍ່ສ້າງຕັ້ງ ຄະນະຊີ້ນຳ ຍ້ອນປະຕິບັດ ສຳເລັດ ເປົ້າໝາຍດັ່ງກ່າວແລ້ວ. ທົ່ວປະເທດ ໄດ້ໃຫ້ການໜູນຊ່ວຍ ລົບລ້າງ ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ 100.637 ຫລັງ.ໄລ່ຮອດເດືອນ ມັງກອນ ປີ 2025, ທ່ານ ນາຍົກລັດຖະມົນຕີ,ບັນດາກະຊວງ, ຂະແໜງ ການຂັ້ນສູນກາງ ໄດ້ປະກາດ ໃຊ້ເອກະສານ 16 ສະບັບ ເພື່ອຊີ້ນຳ, ແນະນຳ ການຈັດຕັ້ງ ຜັນຂະຫຍາຍ ເຮືອນຢູ່ ຊົ່ວຄາວ, ເຮືອນຮົ່ວເພ ໃນຂອບເຂດ ທົ່ວປະເທດ. ປັດຈຸບັນ ມີຫລາຍທ້ອງຖິ່ນ ໄດ້ວາງເປົ້າໝາຍ ປະຕິບັດ ການລົບລ້າງ ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃຫ້ສຳເລັດກ່ອນ ທ້າຍປີ2025 ເຊິ່ງເປັນກຳນົດເວລາ ທີ່ໄດ້ວາງອອກ.  ໃນນັ້ນ, ມີ 7 ທ້ອງຖິ່ນ ຢັ້ງຢືນ ປະຕິບັດ ສຳເລັດ ໃນໄຕມາດທີ II/2025, 12 ທ້ອງຖິ່ນ ຢັ້ງຢືນ ປະຕິບັດ ສຳເລັດ ໃນໄຕມາດທີ III/2025. ໃນວິວັດ ການຜັນຂະຫຍາຍ, ມີຫລາຍທ້ອງຖິ່ນ ໄດ້ມີວິທີເຮັດ ທີ່ມີຫົວຄິດ ປະດິດສ້າງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top