KPL
ເຈົ້າໜ້າທີ່ ບັງຄັບໃຊ້ ກົດໝາຍ ກວດຄົນເຂົ້າເມືອງ ຂອງ ອັງກິດ ໄດ້ຈັບກຸມ ຜູ້ເຮັດວຽກ ຜິດກົດໝາຍຫລາຍກວ່າ 600 ຄົນ ເມື່ອເດືອນ ມັງກອນ ທີ່ຜ່ານມາ, ເພີ່ມຂຶ້ນ 73% ເມື່ອທຽບກັບ ໄລຍະ ເວລາດຽວກັນຂອງປີກາຍ. ນີ້ຖືເປັນ ແຜນການ ສ່ວນໜຶ່ງ ຂອງລັດຖະບານ ພັກແຮງງານຊຸດໃໝ່
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອວັນທີ 10 ກຸມພາວ່າ: ເຈົ້າໜ້າທີ່ ບັງຄັບໃຊ້ ກົດໝາຍ ກວດຄົນເຂົ້າເມືອງ ຂອງ ອັງກິດ ໄດ້ຈັບກຸມ ຜູ້ເຮັດວຽກ ຜິດກົດໝາຍຫລາຍກວ່າ 600 ຄົນ ເມື່ອເດືອນ ມັງກອນ ທີ່ຜ່ານມາ, ເພີ່ມຂຶ້ນ 73% ເມື່ອທຽບກັບ ໄລຍະ ເວລາດຽວກັນຂອງປີກາຍ. ນີ້ຖືເປັນ ແຜນການ ສ່ວນໜຶ່ງ ຂອງລັດຖະບານ ພັກແຮງງານຊຸດໃໝ່ ໃນການຈັດການ ກັບຜູ້ອົບພະຍົບທີ່ບໍ່ມີເອກະສານ ແລະ ແກ້ງລັກລອບ ຂົນຄົນເຂົ້າເມືອງ.
ລັດຖະບານ ອັງກິດ ລະບຸວ່າ: ການຈັບກຸມຜູ້ຕ້ອງຫາ 609 ຄົນ ເມື່ອທຽບກັບ 352 ຄົນ ໃນເດືອນມັງກອນປີກາຍ ໃນລະຫວ່າງ ການກວດຄົ້ນ ອາຄານ ຫລາຍກວ່າ 800 ແຫ່ງ ເຊັ່ນ: ຮ້ານເຮັດເລັບ, ຮ້ານອາຫານ, ຮ້ານລ້າງລົດ ແລະ ຮ້ານຄ້າອື່ນໆ. ນອກນັ້ນ, ທ່ານນາງ ອີເວດ ຄູເປີຣ ລັດຖະມົນຕີ ປ້ອງກັນປະເທດ ຂອງອັງກິດ ກ່າວວ່າ: ນາຍຈ້າງຫລາຍຄົນເອົາປຽບ ຜູ້ອົບພະຍົບ ທີ່ ຜິດກົດໝາຍ ເປັນເວລານານ ພ້ອມທັງ ມີຄົນຈຳນວນ ຫລວງຫລາຍ ທີ່ ສາມາດເດີນທາງ ເຂົ້າມາ ປະເທດ ແລະ ເຮັດວຽກ ຜີດກົດໝາຍ ໂດຍບໍ່ມີການດຳເນີນ ແລະ ບັງຄັບໃຊ້ກົດໝາຍໃດໆ. ດ້ວຍເຫດນີ້ ຈຶ່ງເພີ່ມການບັງຄັບໃຊ້ກົດໝາຍ ລະດັບສູງສຸດ ຄຽງຄູ່ກັບ ການອອກກົດໝາຍໃໝ່ ທີ່ເຂັ້ມງວດ ເພື່ອຈັດການກັບແກ້ງ ອາຊະຍາກອນ ທີ່ ສະຖານທີ ທຳລາຍ ຄວາມໝັ້ນຄົງ ໃນເຂດບໍລິເວນ ຊາຍແດນ ເປັນເວລາ ຍາວນານ./
KPL