KPL
ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![](https://kpl.gov.la/Media/Upload/News/Thumb/2025/02/12/119.jpg)
ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![](https://kpl.gov.la/Media/Upload/News/Thumb/2025/02/12/122.jpg)
ພະອາຈານ ໄພວັນ ມາລາວົງ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ແນໃສ່ເຊີດຊູນັກປາດ ນາມວ່າປາງຄຳ ທີ່ແຕ່ງກະວີເລື່ອງສັງສິນໄຊ ອອກສູ່ສັງຄົມ ເປັນເວລາເກືອບ 400 ກວ່າປີ, ທັງເປັນການເຜີຍແຜ່ ຮີດຄອງປະເພນີ, ກະວີ ແລະ ສິລະປະການຂີດ-ຂຽນ, ເຕົ້າໂຮມນັກປະພັນ, ນັກກະວີ ທັງຮຸ່ນອາວຸໂສ ແລະ ໜຸ່ມນ້ອຍ ໄດ້ພົບປະແລກປ່ຽນບົດຮຽນ ແລະ ເຮັດກິດຈະກຳຕ່າງໆຮ່ວມກັນ ເພື່ອສະແດງສິລະປະພາສາ ຄວາມເປັນຊາດ, ທັງເປັນການເຜີຍແຜ່ພາສາວັນນະຄະດີ ໃຫ້ຄົນທົ່ວໂລກ ໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະ ເຫັນພາລະບົດບາດພາສາວັນນະຄະດີຂອງຊາດລາວ ທີ່ມີພາສາວັນນະກຳເປັນຂອງຕົນເອງ, ທັງປູກຈິດສໍານຶກ ໃຫ້ລູກຫລານເຍົາວະຊົນ ຄົນຮຸ່ນໜຸ່ມ ໃຫ້ຮັກຫອມພາສາ ວັນນະຄະດີ ແລະ ຄວາມເປັນຊາດ.
![](https://kpl.gov.la/Media/Upload/News/Thumb/2025/02/12/121.jpg)
ທ່ານ ວັນສີ ກົວມົວ ກໍໄດ້ມີຄໍາເຫັນວ່າ: ງານອ່ານກະວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນເປັນຄັ້ງທຳອິດ ເຊິ່ງປະກອບດ້ວຍ 4 ງານສໍາຄັນ ທີ່ຈັດຂຶ້ນພ້ອມກັນ ເຊັ່ນ: ບຸນມາຄະບູຊາ ແມ່ນບຸນສໍາຄັນທາງພະພຸດທະສາສະໜາ ທີ່ພະພຸດທະອົງປະທາ ໂອວາດແດ່ພະສົງ ໂດຍມີຫົວໃຈວ່າ ບໍ່ເຮັດຄວາມຊົ່ວ ເຮັດຄວາມດີ ແລະ ມີຈິດໃຈສະອາດ; ສະເໜຫາບຸນເຂົ້າຈີ່ ແມ່ນບຸນປະເພນີດັ້ງເດີມຂອງລາວ ທີ່ສືບທອດມາດົນນານ; ຍອດກະວີປາງຄໍາ ແມ່ນນັກກະວີເອກຂອງຊາດລາວ ສະໄໝລ້ານຊ້າງ ຜູ້ປະພັນເລື່ອງສັງສິນໄຊ ອັນລືຊື່ ແລະ ເຜີຍແຜ່ຢ່າງກວ້າງຂວາງ ເປັນທີ່ເອກອ້າງທະນົງໃຈ ມໍລະດົກພູມປັນຍາຂອງຊາດລາວ ທີ່ພະອາຈານ ໄດ້ປັ້ນຮູບນັກກະວີເອກ ແລະ ຮູບສັງສິນໄຊ ຂຶ້ນທີ່ວັດຕົ້ນຕະກູນສີຊົມຊື່ນ ໃຫ້ເປັນບ່ອນຮຽນຮູ້ປະຫວັດ ສາດ, ສິລະປະວັນນະຄະດີ ແລະ ລໍານໍາດອກໄມ້ບານ ຢູ່ໃນໄລຍະລະດູບານໃໝ່ທີ່ກຳລັງຈະມາເຖິງ ເບິ່ງດອກໄມ້ແຄມທາງພວມຈະເບັ່ງບານ ດັ່ງດອກສ້ຽວ, ດອກຈານ ແລະ ອີື່ນໆ.
![](https://kpl.gov.la/Media/Upload/News/Thumb/2025/02/12/123.jpg)
ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງ ຖວທ ໄດ້ສະແດງຄວາມຊົມເຊີຍ ຕໍ່ ພະອາຈານ ໄພວັນ ມາລາວົງ ທີ່ໄດ້ເປັນເຈົ້າການ ຈັດງານໃນຄັ້ງນີ້ຂຶ້ນ ເຊິ່ງເປັນການປະກອບສ່ວນ ຮັກສາສິລະປະດ້ານການຂີດ-ຂຽນ ແລະ ວັດທະນະທຳ ອັນດີງາມຂອງຊາດລາວເຮົາ ໃຫ້ຄົງຢູ່ຄູ່ຄົນລາວ ຕະຫລອດໄປ, ພ້ອມທັງ ໄດ້ຢືນຍັນວ່າ ກົມວັນນະຄະດີ ແລະ ພິມຈຳໜ່າຍ ກໍຄື ກະຊວງ ຖວທ ຈະສະໜັບສະໜູນ ງານອ່ານກາວີ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ໃຫ້ເປັນປະເພນີ ປະຈໍາວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ໃນທຸກໆປີ.
ຂ່າວ: ທະນູທອງ
ພາບ: ແສງຈັນ
KPL