KPL
ກອງທັບ ຄວາມໝັ້ນຄົງ ມຽນມາ ໄດ້ດຳເນີນ ການບັງຄັບ ໃຊ້ກົດໝາຍ ຢູ່ເຂດໄມແຢ ທາງພາກເໜືອລັດຊັນ, ໂດຍໄດ້ທຳລາຍ ສູນຫລອກລວງ ຜ່ານທາງ ໂທລະຄົມ ອີກຄັ້ງ, ທັງຈັບຕົວ ຜູ້ຖືກສົງໄສ ທີ່ມີສ່ວນຮ່ວມ ໃນການຫລອກລວງ ຜ່ານທາງ ໂທລະຄົມ ແລະ ການພະນັນ ຜ່ານທາງ ອິນເຕີເນັດ ຈຳນວນ 21 ຄົນ.
![](https://cms.kpl.gov.la/Media/Upload/News/Hot/2025/02/12/1739257669129_157.jpg)
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໜ່ວຍງານ ຖະແຫລງຂ່າວ ຂອງຄະນະ ກຳມະການ ຄຸ້ມຄອງ ແຫ່ງຊາດ ມຽນມາ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ກອງທັບ ຄວາມໝັ້ນຄົງ ມຽນມາ ໄດ້ດຳເນີນ ການບັງຄັບ ໃຊ້ກົດໝາຍ ຢູ່ເຂດໄມແຢ ທາງພາກເໜືອລັດຊັນ, ໂດຍໄດ້ທຳລາຍ ສູນຫລອກລວງ ຜ່ານທາງ ໂທລະຄົມ ອີກຄັ້ງ, ທັງຈັບຕົວ ຜູ້ຖືກສົງໄສ ທີ່ມີສ່ວນຮ່ວມ ໃນການຫລອກລວງ ຜ່ານທາງ ໂທລະຄົມ ແລະ ການພະນັນ ຜ່ານທາງ ອິນເຕີເນັດ ຈຳນວນ 21 ຄົນ. ຫລັງຈາກ ກອງທັບ ຄວາມໝັ້ນຄົງ ມຽນມາ ໄດ້ດຳເນີນ ການບັງຄັບໃຊ້ ກົດໝາຍ ຢ່າງຕໍ່ເນື່ອງ ຢູ່ສະຖານທີ່ ທີ່ກ່ຽວຂ້ອງ, ໂດຍໄດ້ທຳລາຍສູນຫລອກລວງ ຜ່ານທາງໂທລະຄົມ ຫລາຍແຫ່ງ, ຈັບຕົວຜູ້ຖືກສົງໄສ ທີ່ມີການກະທຳ ຜິດກົດໝາຍ ຄື: ການຫລອກລວງ ຜ່ານທາງໂທລະຄົມ ແລະ ການພະນັນ ຜ່ານທາງອິນເຕີເນັດ ຈຳນວນ 102 ຄົນ, ພ້ອມທັງ ໄດ້ກວດຍຶດ ອຸປະກອນທີ່ໃຊ້ ໃນການກະທຳ ທີ່ຜິດກົດໝາຍ ຈຳນວນຫລວງຫລາຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL