ຊາວໜຸ່ມກະຊວງ ຮສສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

12/02/2025 14:57
Email Print 124
KPL ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ



ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ
VII ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ ​ໂດຍ​ການເຂົ້າຮ່ວມຂອງ ສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ແທນ ແລະ ແຂກຖືກເຊີນ ຈາກຄະນະບໍລິຫານງານຊາວໜຸ່ມບັນດາກະຊວງ-ອົງການ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ກອງປະຊຸມໃຫຍ່ ໄດ້ລົງປະຊາມະຕິ ເປັນເອກະສັນຮັບຮອງເອົາ ບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້: ກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳຄິດຄໍາເຫັນຕໍ່ຮ່າງລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນ ແຕ່ລະດ້ານກ່ຽວກັບວຽກງານພັດທະນາຊາວໜຸ່ມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານ ງານຊາວໜຸ່ມກະຊວງຊຸດເກົ່າ. ໃນນັ້ນ, ໄດ້ຕີລາຄາຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາ ເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 5 ປີຜ່ານມາ(2020-2024); ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນ ເຊິ່ງໄດ້ກໍານົດ 8 ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ (2025-2029) ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ການກໍ່ສ້າງພະນັກງານ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ວຽກງານສ້າງຂະບວນການ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານກໍ່ສ້າງຮາກຖານ, ວຽກງານພົວພັນ-ຮ່ວມມືພາຍໃນ ແລະ ຕ່າງປະເທດ ແລະ ວຽກງານກວດກາຂອງຄະນະຊາວໜຸ່ມ; ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນ ຈາກຜູ້ຕາງໜ້າໜ່ວຍຊາວໜຸ່ມອ້ອມຂ້າງ.




ບັນດາຜູ້ແທນກອງ​ປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸດໃໝ່ ບົນພື້ນຖານຫລັກ ການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ
, ເງື່ອນໄຂທີ່ໄດ້ກໍານົດໄວ້, ເຊິ່ງມີຜູ້ສະໝັກເລືອກຕັ້ງ 15 ສະຫາຍ, ຍິງ 5 ສະຫາຍ ແລະ ເລືອກຕັ້ງ ໄດ້ 13 ສະຫາຍ, ຍິງ 3 ສະຫາຍ ເພື່ອນໍາພາວຽກງານຊາວໜຸ່ມພາຍໃນກະຊວງ 5 ປີ ຕໍ່ໜ້າ, ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ໄດ້​ຕົກລົງ​ແຕ່ງ​ຕັ້ງ ສະຫາຍ ຄອນສີ ມະຫາວົງ ເປັນເລຂາ, ສະຫາຍ ສຸລິວົງ ຫລ້າໜໍ່ສະຫວັນ ເປັນຮອງ ເລຂາ, ທັງ​ເປັນ​ປະທານ​ກວດກາ ​ແລະ ສະຫາຍ ນາງ ແອງນີ ໄຊຍາສຸບັດ ເປັນຮອງເລຂາ, ພ້ອມ​ທັງ​​ແຕ່ງ​ຕັ້ງ​ຮອງ​ປະທານ​ກວດກາ 1 ສະຫາຍ ​ແລະ ກຳມະການ​ຄະນະ​ກວດກາ 1 ສະຫາຍ. ຈາກ​ນັ້ນ,ກອງ​ປະຊຸມ​ຍັງ​ໄດ້ຄັດ ເລືອກຜູ້ແທນສົມບູນ 3 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຕື່ມ​ອີກ.

ໂອກາດ​ນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການ ນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ຮສສ ຊຸດເກົ່າ ໃນການນໍາພາຈັດຕັ້ງປະຕິບັດ ໜ້າທີ່ການເມືອງ ທີ່ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງ ຄົມຄັ້ງທີ VI ວາງໄວ້ດ້ວຍຜົນສໍາເລັດຫລາຍດ້ານ. ພ້ອມນັ້ນ, ສະຫາຍຍັງໄດ້ສະແດງຄວາມ ເປັນຫ່ວງເປັນໄຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ​ໂດຍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານ ຊາວໜຸ່ມກະຊວງຊຸດໃໝ່ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ​ແລ​ະ ໄດ້ໃຫ້ທິດຊີ້ນຳອັນສຳຄັນ ແລະ ລໍ້າຄ່າໃນທາງທີ່ສ້າງສັນ ໃຫ້ແກ່ການຫັນເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີສັງຄົມ ຄັ້ງທີ VII ເຂົ້າສູ່ການນໍາພາ-ຊີ້ນຳຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງ ຊາວໜຸ່ມທົ່ວ ຮສສ ໃນຕໍ່ໜ້າໃຫ້ມີຜົນສໍາເລັດໃຫ່ຍຫລວງກວ່າເກົ່າ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

    • ພັກປະຊາຊົນປະຕິວັດລາວ ນໍາພາ ພາລະກິດປົດປ່ອຍຊາດຢ່າງສົມບູນການເມືອງ

      ພັກປະຊາຊົນປະຕິວັດລາວ ນໍາພາ ພາລະກິດປົດປ່ອຍຊາດຢ່າງສົມບູນ

      2/12/2025 2:50:06 PM

      ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ນຳພາປະຊາຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບ ປະກັນທຸກໄຊຊະນະ ຂອງພາລະກິດປະຕິວັດ ຂອງປະຊາຊົນເຮົາ.

    • ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວການເມືອງ

      ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວ

      2/12/2025 2:33:24 PM

      ຂປລ. ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດງານວາງສະແດງຜະລິດຕະພັນຍີ່ ປຸ່ນ ໃນລະຫວ່າງ ວັນທີ 11-12 ກຸມພາ 2025 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເຊິ່ງ ບັນດາບໍລິສັດ ຈາກປະເທດຍີ່ປຸ່ນ ໄດ້ນຳເອົາຜະລິດຂອງຕົນມາວາງຈຳໜ່າຍ ເຊິ່ງປະກອບມີ 4 ປະເພດຫລັກຄື: ເຄື່ອງສຳອາງ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ຄົວເຮືອນ ​ແລະ ເຄື່ອງໃຊ້ອຸດສາຫະກຳ.

    • ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍການເມືອງ

      ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

      2/12/2025 2:10:51 PM

      ຂປລ. ໃນວັນທີ 10 ກຸມພາ 2025 ຜ່ານ​ມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.

    • ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025ການເມືອງ

      ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

      2/12/2025 2:02:10 PM

      ຂປລ. ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານ ໃນອະນາຄົດ ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງ ຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍກວ່າ 140 ປະເທດ

    • ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ -ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ການເມືອງ

      ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ -ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

      2/11/2025 10:09:56 PM

      ຂປລ. ກະຊວງການຕ່າງປະເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດ ຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມ ເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍນະໂຍບາຍ ວຽກງານການທູດເສດຖະກິດ ຂອງ ສປປ ລາວ.


Top