ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວ

01/07/2024 14:45
Email Print 218
KPL ຂປລ. ​ເມື່ອ​ບໍ່​ດົ​ນ​ມາ​ນີ້, ​ໄດ້​ມີ​ພິທີ​ເປີດ ສະມາຄົມທຸລະກິດບໍລິການຈັດຫາງານລາວ ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອີນາ ມາຈໍລູນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບປະຈຳລາວ, ທ່ານ ນາງ ມີແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕຣາລີ ປະຈຳລາວ, ທ່ານ ວຽງປະສິດ ເທບພະສຸດາ ຜູ້ຕາງໜ້າອົງການແຮງງານສາກົນ ປະຈຳສປປລາວ



ຂປລ. ​ເມື່ອ​ບໍ່​ດົ​ນ​ມາ​ນີ້, ​ໄດ້​ມີ​ພິທີ​ເປີດ ສະມາຄົມທຸລະກິດບໍລິການຈັດຫາງານລາວ ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອີນາ ມາຈໍລູນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບປະຈຳລາວ
, ທ່ານ ນາງ ມີແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕຣາລີ ປະຈຳລາວ, ທ່ານ ວຽງປະສິດ ເທບພະສຸດາ ຜູ້ຕາງໜ້າອົງການແຮງງານສາກົນ ປະຈຳສປປລາວ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ນາງໃບຄຳ ຂັດທິຍະ ໄດ້ມີຄຳເຫັນໃນວ່າ: ຜ່ານຄວາມພະຍາຍາມສູງ ຂອງບັນດາຜູ້ປະກອບການ ດ້ານການບໍລິການຈັດຫາງານ ໃນການຄົ້ນຄວ້າ, ເກັບກຳຂໍ້ມູນ, ລະດົມແນວຄວາມ ຄິດບວກ ກັບຄວາມຮັບຜິດຊອບ ຂອງກົມການຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆທັງພາກລັດ, ພາກທຸລະກິດນັບແຕ່ສູນກາງຮອດທ້ອງຖິ່ນ ແລະ ດ້ວຍການສະໜັບສະໜູນ ທາງດ້ານທັດສະນະ, ເຕັກນິກ, ວິຊາການ ແລະ ງົບປະມານຈາກບັນດາປະເທດ ໃນສະຫະພາບອີຢູ ໂດຍຜ່ານໄອໂລ ແລະການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍແມ່ນສະຖານທູດ ອົດສະຕຮາລີ ເປັນໃຈກາງ, ມາຮອດມື້ນີ້, ສະມາຄົມທຸລະກິດບໍລິການຈັດຫາງານ ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນລະບົບຄົບຊຸດ ຕາມນິຕິກໍາໄດ້ນົດໄວ້.




ຜົນສຳເລັດຂອງການສ້າງຕັ້ງສະມາຄົມດັ່ງກ່າວ, ເປັນພຽງຜົນສຳເລັດເບື້ອງຕົ້ນ
, ບັນຫາສຳຄັນແມ່ນ ໝາກຜົນຂອງ ການເຄື່ອນໄຫວຂອງສະມາຄົມ ໃນການບໍລິການຈັດຫາງານ ໃຫ້ແກ່ຜູ້ອອກແຮງງານ, ກໍຄື ສະໜອງແຮງງານ ໃຫ້ແກ່ບັນດາຕໍາແໜ່ງງານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍຄື ກຳລັງແຮງງານ, ເຮັດໃຫ້ກຳລັງແຮງງານມີລາຍໄດ້, ມີວຽກເຮັດງານທຳທີ່ໝັ້ນຄົງ, ມີສະຫວັດດີການ ສັງຄົມຢ່າງເປັນລະບົບຄົບຊຸດ ເພື່ອຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວ, ທັງເປັນການສ້າງຄວາມໝັ້ນທ່ຽງໃຫ້ແກ່ຂະແໜງ ການຜະລິດ ແລ ບໍລິການ ໄດ້ດຳເນີນທຸລະກິດ ດ້ວຍຄວາມລາບລື່ນ ແລະ ມີຜົນສຳເລັດ.

​ໂອກາດ​ນີ້, ທ່ານ ລັດຖະມົນຕີ ຮສສ ​ໄດ້​ສະ​ແດງ​ຄວາມຫວັງວ່າ: ສະມາຄົມຈັດຫາງານ ຈະເປັນສ່ວນໜຶ່ງໃນການປະສານສົມທົບ ກັບຜູ້ປະກອບການພາຍໃນ ເພື່ອປັບປຸງສະພາບ ແວດລ້ອມ, ເງື່ອນໄຂຂອງການເຮັດວຽກ ທີ່ເອື້ອອຳນວຍ, ສ້າງຕຳແໜ່ງງານທີ່ໝັ້ນຄົງ ເພື່ອສ້າງແຮງຈູງໃຈດຶງດູດແຮງງານ ໃຫ້ເຂົ້າສູ່ຕະຫລາດແຮງງານພາຍໃນ ໃຫ້ຫລາຍຂຶ້ນ.



ສະມາຄົມທຸລະກິດບໍລິການ ຈັດຫາງານລາວ ແມ່ນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ
, ເປັນການເພີ່ມກຳລັງແຮງ ທາງດ້ານສະຕິປັນຍາ, ກຳລັງຊັບພະຍາກອນ ເພື່ອສາມາດ ແຂ່ງຂັນກັບກົນໄກເສດຖະກິດຕະຫລາດ, ທັງເປັນການຫລຸດຜ່ອນ ການແກ້ງແຍ່ງແຂ່ງຂັນ ທາງດ້ານທຸລະກິດ ເພື່ອປົກປ້ອງແລະ ຊ່ວຍເຫລືອ ​ເຊິ່ງກັນ ແລະ ກັນ, ພ້ອມກັນເຕີບໃຫ່ຍ ຂະຫຍາຍຕົວ ໄປຂ້າງໜ້າ. ພ້ອມ​ນີ້, ກໍ​ເພື່ອຊ່ວຍພາກລັດ ໃນການຄຸ້ມຄອງ ແລະ ດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມອາດສາມາດ ໃນການສະໜອງແຮງງານ ໃນເງື່ອນໄຂ ປັດຈຸບັນ ແລະ ອະນາຄົດ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

    • ກຳມາທິການຕ່າງປະເທດ ເອົາໃຈໃສ່ປະຕິບັດໜ້າທີເພື່ອຜົນປະໂຫຍດລວມການເມືອງ

      ກຳມາທິການຕ່າງປະເທດ ເອົາໃຈໃສ່ປະຕິບັດໜ້າທີເພື່ອຜົນປະໂຫຍດລວມ

      7/4/2024 7:31:34 AM

      ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດໃຫ້ຮູ້ວ່າ: ໃນໄລຍະແຕ່ກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຮອດປັດຈຸບັນ, ກຳມາທິການການຕ່າງປະເທດ ແລະ ບັນດາກຳມະການຂອງກຳມາທິການ ການຕ່າງປະເທດໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຫ້າວຫັນ ໃນການເປັນເສນາທິການຄົ້ນຄວ້າພິຈາລະນາການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດວຽກງານການຕ່າງປະເທດ

    • ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານ ຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດການເມືອງ

      ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານ ຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

      7/3/2024 6:46:08 PM

      ຂປລ. ໃນວັນທີ 3 ກໍລະກົດ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍໄດ້ມອບສານຕາຕັ້ງໃຫ້ທູດລາວ 4 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.

    • ຫາລືຄວາມຄືບໜ້າ ກຽມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57ການເມືອງ

      ຫາລືຄວາມຄືບໜ້າ ກຽມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

      7/3/2024 6:26:35 PM

      ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.

    • ອອປສ ເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດການເມືອງ

      ອອປສ ເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດ

      7/3/2024 6:15:02 PM

      ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃນວັນທີ 3 ກໍລະກົດ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໝ້າ ອອປສ, ມີບັນດາສະຫາຍ ສະມາຊິກພັກ ຂັ້ນວິຊາການເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນການເມືອງ

      ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນ

      7/3/2024 2:12:43 PM

      ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ຊີຫລົງ ອະດີດຮອງຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສຂັ້ນ 1 ກົມພົວພັນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ພ້ອມຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ


Top