ລາວ-ມຽນມາ ຮ່ວມມືກັນເປີດສາຍການບິນໃໝ່

04/07/2024 07:55
Email Print 170
KPL ສປປ ລາວ-ມຽນມາ ຮ່ວມມືກັນເປີດສາຍການບິນລະຫວ່າງປະເທດ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຫລາຍຂຶ້ນກວ່າເກົ່າ.

    *ສປປ ລາວ-ມຽນມາ ຮ່ວມມືກັນເປີດສາຍການບິນລະຫວ່າງປະເທດ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຫລາຍຂຶ້ນກວ່າເກົ່າ. ອາທິດຜ່ານມານີ້, ລາວ-ມຽນ ໄດ້ເປີດເສັ້ນທາງບິນໃໝ່ເຊື່ອມຕ ລະຫວ່າງ ນະຄອນຢາງກຸ້ງຫານະ ຄອນຫລວງວຽງຈັນ ແລະ ນະຄອນຫລວງວຽງຈັນ ຫານະຄອນຫລວງຢາງກຸ້ງ ປະເທດມຽນມາ; ເປັນກຽດເຂົ້າຮ່ວມຂອງ ທ່ານ ອອງໂກ (Aung Ko) ເອກອັກຄະລັດຖະທູດມຽນມາ ປະຈໍາລາວ, ມີການນໍາຈາກກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນັກງານວິຊາການ, ຕົວແທນຈໍາໜ່າຍຂອງສາຍການບິນມຽນແອລາຍ ອິນເຕີເນເຊີນນໍ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ເສັ້ນທາງບິນເຊື່ອມໂດຍກົງລະ ຫວ່າງສອງເມືອງໃຫຍ່ຂອງລາວ ແລະ ມຽນມາຈະໃຫ້ບໍລິການສອງ ຖ້ຽວ/ອາທິດ ຄື: ວັນອັງຄານ ແລະ ວັນພະຫັດ ດ້ວຍເຮືອບິນຂະໜາດໃຫຍ່ ແອບັສ A319, 320 ແລະ ເຮືອບິນ ເອັມເບຣເອີ້ E190 ທີ່ສາມາດຮອງຮັບຜູ້ໂດຍສານໄດ້ຫລາຍກວ່າຮ້ອຍຄົນ, ນີ້ຖືເປັນຖ້ຽວບິນທຳອິດທີ່ເຊື່ອມຕໍ່ລະຫວ່າງສອງປະເທດລາວ ແລະ ມຽນມາ, ເປັນຂີດໝາຍສຳຄັນໃຫ້ແກ່ສາຍພົວພັນອັນດີ ລະຫວ່າງສອງປະເທດທີ່ມີມາແຕ່ຍາວນານ. ທ່ານທູດມຽນມາ ປະຈໍາລາວ ເຊື່ອໝັ້ນວ່າ: ເສັ້ນທາງບິນດັ່ງກ່າວຈະເປັນຂົວຕໍ່ໃນການຊຸກຍູ້ສາຍພົວພັນການຄ້າ, ການລົງທຶນ, ການ ທ່ອງທ່ຽວ ແລະ ການພົວພັນລະ ຫວ່າງປະຊາຊົນສອງປະເທດ.

ການເປີດຖ້ຽວບິນກົງລະຫວ່າງ ນະຄອນຢາງກຸ້ງ ຫານະຄອນຫລວງ ວຽງຈັນ ແລະ ນະຄອນຫລວງວຽງ ຈັນ ຫາ ນະຄອນຢາງກຸ້ງ ຄັ້ງນີ້, ເປັນ ໂອກາດດີເພື່ອໃຫ້ບັນດາວິສາຫະ ກິດພາຍໃນທ້ອງຖິ່ນ ແລະ ນັກທ່ອງ ທ່ຽວໄດ້ໄປມາຫາສູ່ກັນ, ທັງເປັນ ການຂະຫຍາຍ ແລະ ພັດທະນາການທ່ອງທ່ຽວ, ວັດທະນະທຳ, ປະເພນີ ແລະ ວິຖີຊີວິດຂອງປະຊາຊົນສອງຊາດທີ່ເປັນທ່າແຮງອັນບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ, ເປັນປະຕູເຊື່ອມຈອດພາຍໃນອາຊຽນ ແລະ ພາກພື້ນສາກົນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ຕາດສຽງລື ຂຸມຊັບໃໝ່ຂອງແຂວງຄຳມ່ວນທ່ອງທ່ຽວ

      ຕາດສຽງລື ຂຸມຊັບໃໝ່ຂອງແຂວງຄຳມ່ວນ

      7/2/2024 10:26:28 AM

      ກ່ອນໜ້ານ້ັນພາຍຫລັງປົດປ່ອຍປີ 1975 ນັບໄດ້ 49 ປີ, ຄົນ ສ່ວນໃຫຍ່ຮັບຮູ້ແຂວງຄໍາມ່ວນ ເປັນແຂວງໜຶ່ງຂອງ ສປປ ລາວ ທີ່ເປັນປ້ອມດ່ານໜ້າ ແລະ ມີຊາຍແດນເຊື່ອມໂຍງເຊື່ອມຈອດກັບໄທ, ຫວຽດນາມ ແລະ ເປັນຈຸດໃຈກາງທາງຜ່ານເຂົ້າລະຫວ່າງພາກເໜືອ, ພາກກາງ ແລະ ພາກໃຕ້ ເຊິ່ງແຂວງດັ່ງກ່າວໄດ້ຮັບການບັນທຶກໄວ້ໃນບົດລາຍງານຂອງອົງການເກັບກູ້ລະເບີດສາກົນວ່າເປັນໜຶ່ງໃນຈໍານວນ 3 ແຂວງຂອງລາວ (ຊຽງຂວາງ, ສະຫວັນນະເຂດ ແລະ ຄໍາມ່ວນ) ທີ່ມີການຖິ້ມລະເບີດ ແລະ ມີລະເບີດຕົກຄ້າງຫລາຍທີ່ສຸດ.

    • ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວທ່ອງທ່ຽວ

      ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວ

      6/27/2024 10:17:33 AM

      ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງ ເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ເນື່ອງວ່າ ເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.

    • ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1ທ່ອງທ່ຽວ

      ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

      6/26/2024 10:46:16 AM

      ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

    • ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາທ່ອງທ່ຽວ

      ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

      6/20/2024 10:18:17 AM

      ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

    • ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ  ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວທ່ອງທ່ຽວ

      ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວ

      6/19/2024 1:15:23 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ


Top