KPL
ຂປລ. ຈາກກະແສຂ່າວທີ່ລົງໃນສື່ສັງຄົມອອນລາຍ ໃນປັດຈຸບັນ, ກໍລະນີ ໃສ່ຮ້າຍເຈົ້າໜ້າທີ່ພາສີປັບໃໝ 30 ລ້ານກີບ ເຊິ່ງເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນ ບໍ່ຖືກຕ້ອງຕາມຄວາມເປັນຈິງ ເຊິ່ງຂັດຕໍ່ກົດໝາຍ ແລະ ລະບຽບການ.
ຂປລ. ຈາກກະແສຂ່າວທີ່ລົງໃນສື່ສັງຄົມອອນລາຍ ໃນປັດຈຸບັນ, ກໍລະນີ ໃສ່ຮ້າຍເຈົ້າໜ້າທີ່ພາສີປັບໃໝ 30 ລ້ານກີບ ເຊິ່ງເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນ ບໍ່ຖືກຕ້ອງຕາມຄວາມເປັນຈິງ ເຊິ່ງຂັດຕໍ່ກົດໝາຍ ແລະ ລະບຽບການ.
ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄື ກົມພາສີ, ພາສີປະຈໍາແຂວງ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນ ໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ, ເຊິ່ງເຫດການດັ່ງກ່າວ ໄດ້ເກີດຂຶ້ນ ໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງ ເອກະສານພາຫະນະປະເພດລົດກະບະ, ຫຍີ່ຫໍ້ໂຕໂຢຕາ, ລຸ້ນຣີໂວ ສີຂາວໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ເຈົ້າໜ້າທີ່ພາສີປະຈໍາຢູ່ຈຸດຂາເຂົ້າ, ໄດ້ກວດກາດ້ານເອກະສານ ປຶ້ມອະນຸຍາດຍານພາຫະນະ (ພາດສະປໍລົດ) ເຂົ້າ-ອອກຜ່ານດ່ານ, ພ້ອມທັງໄດ້ສອບຖາມຜູ້ກ່ຽວວ່າມີສິນຄ້າ, ເຄື່ອງຂອງຕິດຕົວຫຍັງແດ່ ໂດຍຜູ້ກ່ຽວແຈ້ງວ່າ ມີເຄື່ອງໃຊ້ເລັກນ້ອຍ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ອະນຸຍາດໃຫ້ເຂົ້າຜ່ານດ່ານ, ພາຍຫລັງທີ່ປ່ອຍລົດຄັນດັ່ງກ່າວເຂົ້າໄປແລ້ວ, ສັງເກດເຫັນວ່າມີສິນຄ້າ, ເຄື່ອງຂອງຈໍານວນໜຶ່ງຢູ່ໃນທ້າຍກະບະລົດ, ເຈົ້າໜ້າທີ່ພາສີປະຈໍາຢູ່ ຈຸດອາຄານດ່ານສາກົນວັງເຕົ່າ ຈຶ່ງໄດ້ປະສານກັບເຈົ້າໜ້າທີ່ ພາສີປະຈຳຢູ່ຈຸດປະສານງານ (ໃກ້ກັບປ້າຍແຄນ) ເພື່ອກວດກາຄືນໃໝ່ຕາມການລາຍງານ, ເມື່ອຮອດຈຸດປະສານງານ ລົດຄັນດັ່ງກ່າວບໍ່ໄດ້ຈອດ, ເຈົ້າໜ້າພາສີປະຈໍາຈຸດປະສານງານ ຈຶ່ງໄດ້ຕິດຕາມລົດຄັນດັ່ງ ກ່າວໃຫ້ຈອດ ແລະ ແນະນໍາໃຫ້ຂຶ້ນໄປພົບເຈົ້າໜ້າທີ່ ພາສີ ຢູ່ຈຸດອາຄານດ່ານສາກົນວັງເຕົ່າ ເພື່ອຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການກຳນົດໄວ້.
ເມື່ອຜູ້ຂັບຂີ່ ພ້ອມດ້ວຍພາຫະນະຄັນດັ່ງກ່າວ ກັບມາຮອດ ເຈົ້າໜ້າທີ່ພາສີປະຈຳ ຢູ່ຈຸດອາຄານດ່ານສາກົນວັງເຕົ່າ ຈຶ່ງໄດ້ກວດກາຄືນ ແລະ ແນະນໍາໃຫ້ເອົາເອກະສານກ່ຽວກັບ ການຊື້ສິນຄ້າຈາກຕ່າງ ປະເທດ ແຈ້ງຕໍ່ເຈົ້າໜ້າທີ່ພາສີຢູ່ຫ້ອງເບີ 01 ເພື່ອຄິດໄລ່ຄ່າພາສີ-ອາກອນ ຕໍ່ກັບສິນຄ້າຈໍານວນທີ່ໄດ້ຊື້ຕິດມາກັບລົດ, ເຈົ້າຂອງພາຫະນະ ຈຶ່ງໄດ້ແຈ້ງມູນຄ່າສິນຄ້າມີມູນຄ່າ 18.600ບາດ (ສະກຸນເງິນໄທ) ເຈົ້າໜ້າທີ່ພາສີຈຶ່ງໄດ້ຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານລະບົບເອເລັກໂຕຣນິກ ແລະ ແຈ້ງໃຫ້ຜູ້ກ່ຽວຮັບຊາບ ຄ່າພາສີ-ອາກອນ ທີ່ຈະມອບເຂົ້າງົບປະມານ ເປັນຈຳນວນເງິນ 3.211.100 ກີບ (ລາຍລະອຽດມີໃບຄິດໄລ່ຕິດຄັດມາພ້ອມ).
ເຊິ່ງໄລຍະທີ່ເຈົ້າໜ້າທີ່ພາສີແຈ້ງໃຫ້ຜູ້ກ່ຽວຮັບຊາບ ກໍເປັນຊ່ວງທີ່ມີຜູ້ຄົນມາລໍແຈ້ງເອກະສານ,ພາຫະນະເຂົ້າ-ອອກຜ່ານດ່ານ ເປັນຈຳນວນຫລາຍ ແລະ ມີສຽງວົນແຊວ ຈຶ່ງເຮັດໃຫ້ຜູ້ກ່ຽວຟັງສຽງຂອງ ເຈົ້າໜ້າທີ່ພາສີທີ່ບໍ່ຊັດເຈນ ແລະ ເປັນການເຂົ້າໃຈຜິດວ່າ ຄ່າພາສີ-ອາກອນ 30 ລ້ານກີບ, ຜູ້ກ່ຽວຈຶ່ງໄດ້ກັບຂຶ້ນລົດແລ້ວ ຂັບຂີ່ລົດກະບະຄັນດັ່ງກ່າວ ເຂົ້າມາສູ່ນະຄອນປາກເຊ.
ໄລຍະທີ່ຜູ້ກ່ຽວໄດ້ຂັບລົດອອກໄປ ໄດ້ອັດຄລິບສຽງ-ວິດີໂອລົງສື່ ອອນລາຍ ຜ່ານທາງ Facebook, TikTok ເຊິ່ງໄດ້ສ້າງຄວາມເສື່ອມເສຍຕໍ່ເຈົ້າໜ້າທີ່ພາສີ ແລະ ຕໍ່ການຈັດຕັ້ງຂອງດ່ານ ໂດຍການໂຄສະນາບິດເບືອນ ບໍ່ຖືກຕາມຄວາມເປັນຈິງ. ຕໍ່ບັນຫາດັ່ງກ່າວ, ພາສີປະຈໍາແຂວງ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສົມທົບກັບເຈົ້າໜ້າ ປສກ ແຂວງຈຳປາສັກ ເຊີນຕົວຜູ້ກ່ຽວເຂົ້າມາຊີ້ແຈງ ຕໍ່ເຫດການທີ່ເກີດຂຶ້ນ ເຊິ່ງເຫັນວ່າເປັນການເຂົ້າໃຈຜິດຕໍ່ເຈົ້າໜ້າທີ່ພາສີ ເພື່ອໃຫ້ເປັນກໍລະນີໃນການສຶກສາອົບຮົມ ກ່ອນທີ່ຈະລົງຂໍ້ມູນໃດໜຶ່ງ ຜ່ານສື່ອອນລາຍເຊິ່ງອາດ ສ້າງຄວາມເສຍເຫຍແກ່ບຸກຄົນ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້. ຕໍ່ກັບເຫດການດັ່ງກ່າວ, ຜູ້ກ່ຽວໄດ້ຍອມຮັບຜິດ ແລະ ລົບຂໍ້ມູນ ຄລິບວິດີໂອຕ່າງໆ ທີ່ລົງໃນສື່ອອນລາຍ (Online) ທັງໝົດ.
ຕໍ່ກໍລະນີ້ດັ່ງກ່າວ, ເພື່ອເປັນກໍລະນີສຶກສາ ໃຫ້ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກຜ່ານດ່ານ ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ໃນໝວດທີ 2 ການຍົກເວັ້ນພາສີ, ມາດຕາ 94 (ປັບປຸງ) ການຍົກເວັ້ນພາສີ; ສິນຄ້າ, ເຄື່ອງຂອງນໍາເຂົ້າທີ່ມີມູນຄ່າບໍ່ເກີນ 1.500.000 ກີບ ໄດ້ຮັບການຍົກເວັ້ນ, ຖ້າສິນຄ້າມູນຄ່າເກີນ 1.500.000 ກີບ ຈະຄິດໄລ່ພາສີ-ອາກອນຕາມລະບຽບການ.
ຂໍ້ມູນ: ກະຊວງການເງິນ
KPL