ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ກ້າວເຂົ້າສູ່ໄລຍະໃໝ່ ການພັດທະນາຢ່າງມີຄຸນນະພາບສູງ

23/07/2025 13:03
Email Print 213
KPL ການຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ກ້າວ​ເຂົ້າ​ສູ່​ ໄລ​ຍະ​ໃໝ່ ​ຂອງ​ການພັດ​ທະ​ນາ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ. ຈາກ​ແຜ່ນ​ດິນ​ໃຫຍ່​​ ອາ​ຊີ-ເອ​ຣົບ​ ຮອດ​ອາ​ຟ​ຣິ​ກາ ແລະ ອາ​ເມ​ລິ​ກາ ລາ​ຕິນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ວັນ​ທີ 22 ກໍ​ລະ​ກົດ​ນີ້, ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ, ທ່ານ ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ກ່າວ​ວ່າ: ການຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ກ້າວ​ເຂົ້າ​ສູ່​ ໄລ​ຍະ​ໃໝ່ ​ຂອງ​ການພັດ​ທະ​ນາ ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ. ຈາກ​ແຜ່ນ​ດິນ​ໃຫຍ່​​ ອາ​ຊີ-ເອ​ຣົບ​ ຮອດ​ອາ​ຟ​ຣິ​ກາ ແລະ ອາ​ເມ​ລິ​ກາ ລາ​ຕິນ, ຈາກ​ການເຊື່ອມ​ຈອດ​​ ດ້ານ​ພື້ນ​ຖານ​ ໂຄງ​ລ່າງ ​ຮອດການ ເຊື່ອມ​ຈອດ ​ດ້ານ​ລະ​ບຽບ​ການ ແລະ​ ການ​ເຊື່ອມ​ສານ ​ຈິດ​ໃຈ ​ຂອງ​ປະ​ຊາ​ຊົນ, ໝາກ​ຜົນ​​ ຂອງ​ການ​ຮ່ວມ​ມື​ ໄດ້​ນຳ​ເອົາ ​ຜົນ​ປະ​ໂຫຍດ​​ ມາໃຫ້​ແກ່ ​ປະ​ຊາ​ຊົນ 150 ກວ່າ​ປະ​ເທດ. ທ່ານ ກົ່ວ​ເຈ່ຍ​ຄຸ່ນ ກ່າວ​ຕື່ມ​ວ່າ: ສປ ຈີນ ​ຍິນ​ດີ​ຮ່ວມ​ກັບ​ ບັນ​ດາ​ຝ່າຍ ເພື່ອຊຸກ​ຍູ້ ການຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ ໃຫ້ເລິກເຊິ່ງ ກວ່າເກົ່າ ແລະ ເປັນຮູບປະທຳ ກວ່າເກົ່າ, ຮ່ວມ​ກັນ ​ພັດ​ທະ​ນາ ແລະ​ ຮ່ວມ​ກັນ​ສ້າງ ​ອະ​ນາ​ຄົດ​ ທີ່​ສວຍ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top