ຣັດເຊຍ ຢັ້ງຢືນ ການຮັກສາ ການເຈລະຈາ ມີລັກສະນະ ສ້າງສັນກັບ ສ.ອາເມລິກາ

16/07/2025 14:30
Email Print 168
KPL ຣັດເຊຍ ຈະສືບຕໍ່ຮັກສາ ການເຈລະຈາ ທີ່ມີລັກສະນະ ສ້າງສັນກັບ ສ.ອາເມລິກາ. ພ້ອມ ທັງ ຢັ້ງຢືນເຖິງ ຄວາມຈຳເປັນ ຂອງວິວັດທະນາການ ສົນທະນາ ທີ່ຍຸຕິທຳ, ບົນຫລັກການ ເຄົາລົບ ເຊິ່ງກັນ ແລະ ກັນ, ການຮ່ວມມື ດ້ານເສດຖະກິດ ແລະ ຄວາມເປັນຈິງ ໃນດ້ານການເມືອງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ກີຣີລ ດີມິດທຣິເຢຟ(Kirill Dmitriev), ຜູ້ອໍານວຍການໃຫຍ່ ກອງທຶນລົງທຶນ ໂດຍກົງ ຣັດເຊຍ, ທູດພິເສດ ຂອງປະທາ ນາທິບໍດີ ຣັດເຊຍ, ຮັບຜິດຊອບ ການຮ່ວມມື ດ້ານເສດຖະກິດ-ການລົງທຶນກັບ ບັນດາປະເທດ ໄດ້ຢັ້ງຢືນວ່າ ຣັດເຊຍ ຈະສືບຕໍ່ຮັກສາ ການເຈລະຈາ ທີ່ມີລັກສະນະ ສ້າງສັນກັບ ສ.ອາເມລິກາ. ພ້ອມ ທັງ ຢັ້ງຢືນເຖິງ ຄວາມຈຳເປັນ ຂອງວິວັດທະນາການ ສົນທະນາ ທີ່ຍຸຕິທຳ, ບົນຫລັກການ ເຄົາລົບ ເຊິ່ງກັນ ແລະ ກັນ, ການຮ່ວມມື ດ້ານເສດຖະກິດ ແລະ ຄວາມເປັນຈິງ ໃນດ້ານການເມືອງ. ເຖິງ ແມ້ວ່າ ທ່ານ ໂດນັນ ທຣຳ (Donald Trump)ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ບາດກ້າວ ຈຳນວນໜຶ່ງ ເພື່ອແນໃສ່ ສ້າງກຳລັງ ກົດດັນຕໍ່ ຣັດເຊຍ ມຸ່ງໄປເຖິງ ການສິ້ນສຸດ ການປະທະກັນຢູ່ ອູແກຣນ. ເມື່ອກ່າວຄຳເຫັນ ໃນການປະຊຸມ ຖະແຫລງຂ່າວ ຮ່ວມກັບ ທ່ານ ມາກຣູຕີ( Mark Rutte) ເລຂາທິການໃຫຍ່ ອົງການ ສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ທຳນຽບຂາວ, ທ່ານ ໂດນັນ ທຣຳ ເປີດເຜີຍວ່າ: ສ.ອາເມລິກາ ບັນລຸໄດ້ຂໍ້ຕົກລົງກັບ NATO ຊຶ່ງບັນດາປະເທດ ເອີຣົບ ຈະຊື້ອາວຸດ ໂດຍ ສ.ອາເມລິກາ ຜະລິດ ແລະ ຫລັງຈາກນັ້ນ ຈະສະໜອງ ໃຫ້ແກ່ ອູແກຣນ. ເມື່ອ ການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ຍັງສືບຕໍ່ ດຳເນີນໄປ ຢ່າງຮຸນແຮງ.ກ່ອນໜ້ານີ້ ທ່ານ ໂດນັນ ທຣຳ ເຄີຍຄິດວ່າ ຈະບັນລຸໄດ້ ຂໍ້ຕົກລົງກ່ອນນີ້ 2 ເດືອນ ແຕ່ສິ່ງນັ້ນ ເບິ່ງຄືວ່າ ບໍ່ສາມາດເກີດຂຶ້ນ. ເພາະເຫດນັ້ນ, ຈຶ່ງມີການ ຈັດວາງອັດຕາພາສີ ຖ້າບໍ່ບັນລຸໄດ້ ຂໍ້ຕົກລົງກັບ ຣັດເຊຍ ໃນເວລາ 50 ວັນ ດ້ວຍການປັບຂຶ້ນ ພາສີ ສູງເຖິງ 100% ກັບ ຣັດເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top