ທ່ານ ສີ ຈິ້ນຜິງ ຊີ້ນຳວຽກງານຕົວເມືອງ ໃນຍຸກໃໝ່-ຂະບວນການ ເດີນທາງຄັ້ງໃໝ່

16/07/2025 13:52
Email Print 106
KPL ທ່ານ​ ສີ ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ ໂດຍ​ໄດ້​ສະ​ຫລຸບຄືນ ​ຜົນ​ສຳ​ເລັດ ​ໃນ​ການ​ພັດ​ທະ​ນາ​ ຕົວ​ເມືອງ ​ຂອງ​ ສປ ຈີນ​ ໃນ​ຍຸກ​ໃໝ່

ຂປລ. ຕາມຂ່າວຈາກ CGTN, ກອງ​ປະ​ຊຸມ ​ວຽກ​ງານ ​ຕົວ​ເມືອ​ງ​ ສູນ​ກາງ​ຈີນ​ ໄດ້​ຈັດ​ຂຶ້ນ​ ຢູ່ນະ​ຄອນ​ຫລວງ​ ປັກ​ກິ່ງ, ທ່ານ​ ສີ ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ ໄດ້​ເຂົ້າ​ຮ່ວມ  ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ ໂດຍ​ໄດ້​ສະ​ຫລຸບຄືນ ​ຜົນ​ສຳ​ເລັດ ​ໃນ​ການ​ພັດ​ທະ​ນາ​ ຕົວ​ເມືອງ ​ຂອງ​ ສປ ຈີນ​ ໃນ​ຍຸກ​ໃໝ່, ວິ​ເຄາະ ​ສະ​ຖາ​ນະ​ການ​ ທີ່​ວຽກ​ງານ ​ຕົວ​ເມືອງ​ ພວມ​ຜະ​ເຊີນ ແລະ ໄດ້​ກຳ​ນົດ ​ຄວາມ​ຮຽກ​ຮ້ອງ ​ຕ້ອງ​ການ ທີ່ກວມ​ລວມ, ຫລັກ​ການ​ສຳ​ຄັນ ແລະ ໜ້າ​ທີ່​ຈຸດ​ສຸມ​ ຂອງວຽກ​ງານ​ຕົວ​ເມືອງ ຢ່າງ​ຈະ​ແຈ້ງ ເຊິ່ງ​ໄດ້​ໃຫ້​ການ​ຊີ້​ນຳ ​ທີ່​ເປັນ​ພື້ນ​ຖານ ​ໃຫ້​ແກ່ ​ການ​ເຮັດ​ວຽກ​ງານ​ຕົວ​ເມືອງ​ໃຫ້​ດີ​ ໃນ​ຍຸກ​ໃໝ່ ແລະ ຂະ​ບວນ​ ການ​ເດີນ​ທາງ​ຄັ້ງ​ໃໝ່. ພະ​ນັກ​ງານ ແລະ​ ປະ​ຊາ​ຊົນ ຈາກ​ແຫ່ງ​ຕ່າງໆ​ ມີ​ຄວາມ​ເຫັນ​ວ່າ: ຕ້ອງ​ລົງ​ເລິກ ​ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ ​ເນື້ອ​ໃນ​ຈິດ​ໃຈ ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້, ​ປະ​ຕິ​ບັດ​ ຕາມ​ທິດ​ຊີ້​ນຳ​ຂອງ ​ທ່ານ ​ສີ ​ຈິ້ນ​ຜິງ, ຕັ້ງ​ໜ້າ ​ເສີມ​ຂະ​ຫຍາຍ ​ບົດ​ບາດ​ ຢ່າງ​ເປັນ​ເຈົ້າ​ການ ແລະ ມີ​ຫົວ​ຄິດ ​ປະ​ດິດ​ສ້າງ, ບາກ​ບັ່ນ​ສູ້​ຊົນ ​ເພື່ອ​ບຸກ​ເບີກ ​ເສັ້ນ​ທາງ​ໃໝ່ ​ແຫ່ງ​ການ​ສ້າງ ​ຕົວ​ເມືອງ​ ໃຫ້​ທັນ​ສະ​ໄໝ​ ທີ່​ມີ​ສີ​ສັນ​ພິ​ເສດ​ ຂອງ​ ສປ ຈີນ. ທ່ານ ​ຫູ​ຈື​ຈ້ຽນ, ຫົວ​ໜ້າ​ກົມ ​ສ້າງ​ສາ​ຕົວ​ເມືອງ​ ກະ​ຊວງ​ເຮືອນ​ຢູ່ ການ​ສ້າງ​ສາ​ຕົວ​ເມືອງ​ ແລະ ຊົນ​ນະ​ບົດ​ຈີນ ກ່າວ​ວ່າ: ຈະ​ປະ​ຕິ​ບັດ ​ຕາມ​ແນວ​ຄິດ​ ຕົວ​ເມືອງ​ປະ​ຊາ​ຊົນ​ ຢ່າງ​ຈິງ​ຈັງ, ອອກ​ແຮງ​ ຍົກ​ສູງ​ ຄວາມ​ສາ​ມາດ ​ໃນ​ການ​ປະ​ຕິ​ບັດ ​ໜ້າ​ທີ່​ຕ່າງໆ, ຊຸກ​ຍູ້​ການ​ສ້າງ ​ຕົວ​ເມືອງ​ປະ​ຊາ​ຊົນ ໃຫ້​ມີການ​ພັດ​ທະ​ນາ​ ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ມີ​ເນື້ອ​ໃນທີ່​ແທ້​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top