KPL
ວາລະສານ“ຊີວຊື້”(ສະແຫວງຫາ ຄວາມຈິງ)ສະບັບທີ 14 ທີ່ພິມຈຳໜ່າຍ ໃນວັນທີ 16 ກໍລະກົດນີ້ ຈະລົງພິມ ບົດຄວາມ ສຳຄັນ ຂອງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ທີ່ມີຫົວຂໍ້ວ່າ“ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ ຢ່າງເດັດດ່ຽວ ໜຽວແໜ້ນ”.

ຂປລ. ຕາມຂ່າວຈາກ CGTN, ວາລະສານ“ຊີວຊື້”(ສະແຫວງຫາ ຄວາມຈິງ)ສະບັບທີ 14 ທີ່ພິມຈຳໜ່າຍ ໃນວັນທີ 16 ກໍລະກົດນີ້ ຈະລົງພິມ ບົດຄວາມ ສຳຄັນ ຂອງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ທີ່ມີຫົວຂໍ້ວ່າ“ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ ຢ່າງເດັດດ່ຽວ ໜຽວແໜ້ນ”. ບົດຄວາມໄດ້ເນັ້ນໜັກວ່າ: ການເປີດປະຕູ ສູ່ພາຍນອກ ນຳເອົາ ຄວາມກ້າວໜ້າ ມາໃຫ້, ການປິດປະເທດ ຍ່ອມຈະພາໃຫ້ມີ ຄວາມຫລ້າຫລັງ. ການພັດທະນາ ຂອງ ສປ ຈີນ ບໍ່ສາມາດ ຕັດແຍກອອກ ຈາກໂລກໄດ້, ຄວາມຈະເລີນ ຮຸ່ງເຮືອງ ຂອງໂລກ ກໍຕ້ອງການ ສປ ຈີນ. ການເປີດປະຕູ ສູ່ພາຍນອກ ໃຫ້ກວ້າງຂວາງອອກ ຢ່າງບໍ່ຢຸດຢັ້ງ, ຍົກລະດັບ ການເປີດປະຕູ ສູ່ພາຍນອກ ໃຫ້ສູງຂຶ້ນ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາ ດ້ວຍການເປີດປະຕູ ສູ່ພາຍນອກ ແມ່ນວິທີສຳຄັນ ທີ່ເຮັດໃຫ້ ສປ ຈີນ ໄດ້ຮັບຜົນສຳເລັດໃໝ່ ຢ່າງບໍ່ຢຸດຢັ້ງ ໃນການພັດທະນາ. ປະຕູຂອງ ສປ ຈີນ ຈະບໍ່ປິດ, ມີແຕ່ຈະນັບມື້ ນັບກວ້າງຂວາງອອກ. ບົດຄວາມ ຍັງໄດ້ຊີ້ໃຫ້ເຫັນວ່າ: ນະໂຍບາຍ ນຳໃຊ້ການລົງທຶນ ຈາກຕ່າງປະເທດ ຂອງ ສປ ຈີນ ບໍ່ໄດ້ມີການປ່ຽນແປງ ແລະ ຈະບໍ່ປ່ຽນແປງ. ບໍ່ວ່າໃນໄລຍະ ທີ່ຜ່ານມາ, ປັດຈຸບັນ ຫລື ໃນອະນາຄົດ ກໍຕາມ, ສປ ຈີນ ລ້ວນແຕ່ ແມ່ນເປົ້າໝາຍ ການລົງທຶນ ຂອງນັກທຸລະກິດ ຕ່າງປະເທດ ທີ່ດີງາມ, ປອດໄພ ແລະ ປະສົບ ຜົນສຳເລັດໄດ້, ການເດີນທາງ ຮ່ວມກັບ ສປ ຈີນ ກໍແມ່ນການເດີນທາງ ຮ່ວມກັບ ໂອກາດ, ມີຄວາມໝັ້ນໃຈຕໍ່ ສປ ຈີນ ກໍແມ່ນ ມີຄວາມໝັ້ນໃຈ ຕໍ່ອະນາຄົດ, ການລົງທຶນຕໍ່ຈີນ ກໍແມ່ນການລົງທຶນ ຕໍ່ອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL