ອີຢູ ປະກາດບັນຊີລາຍຊື່ ເພີ່ມພາສີສິນຄ້ານຳເຂົ້າຈາກ ສ.ອາເມລິກາ

16/07/2025 13:52
Email Print 114
KPL ສະ​ຫະ​ພາບ​ ເອີ​ຣົບ(ອີຢູ)​ ປະ​ກາດ​ວ່າ: ຖ້າ​ການ​ເຈ​ລະ​ຈາ​ ການ​ຄ້າ​ ລະ​ຫວ່າງ ​ສະ​ຫະ​ພາບ​ ເອີ​ຣົບ-ສ.ອາ​ເມ​ລິ​ກາ ບໍ່​ປະ​ສົບ​ຜົນ​ສຳ​ເລັດ, ສະ​ຫະ​ພາບ ​ເອີ​ຣົບ​ ມີ​ແຜນ​ຈະ​ເກັບ​ພາ​ສີ​ຕອບ​ໂຕ້ ​ຕ່າງ​ຫາກ​ ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ ຈາກ ສ.​ອາ​ເມ​ຣລິກາ ທີ່​ມີ​ມູນ​ຄ່າ 72 ຕື້​ເອີ​ໂຣ(ເທົ່າກັບ 84 ຕື້​ໂດ​ລາ), ສະ​ຫະ​ພາບ ​ເອີ​ຣົບ​ ໄດ້​ກຳ​ນົດ​ ບັນ​ຊີ​ລາຍ​ຊື່ ສິນ​ຄ້າ​ ທີ່​ຈະ​ເພີ່ມ​ພາ​ສີ ເພື່ອ​ຕອບ​ໂຕ້​ ສ.ອາ​ເມ​ລິ​ກາ.

ຂປລ. ຕາມຂ່າວຈາກ CGTN, ສະ​ຫະ​ພາບ​ ເອີ​ຣົບ(ອີຢູ)​ ປະ​ກາດ​ວ່າ: ຖ້າ​ການ​ເຈ​ລະ​ຈາ​ ການ​ຄ້າ​ ລະ​ຫວ່າງ ​ສະ​ຫະ​ພາບ​ ເອີ​ຣົບ-ສ.ອາ​ເມ​ລິ​ກາ ບໍ່​ປະ​ສົບ​ຜົນ​ສຳ​ເລັດ, ສະ​ຫະ​ພາບ ​ເອີ​ຣົບ​ ມີ​ແຜນ​ຈະ​ເກັບ​ພາ​ສີ​ຕອບ​ໂຕ້ ​ຕ່າງ​ຫາກ​ ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ ຈາກ ສ.​ອາ​ເມ​ຣລິກາ ທີ່​ມີ​ມູນ​ຄ່າ 72 ຕື້​ເອີ​ໂຣ(ເທົ່າກັບ 84 ຕື້​ໂດ​ລາ), ສະ​ຫະ​ພາບ ​ເອີ​ຣົບ​ ໄດ້​ກຳ​ນົດ​ ບັນ​ຊີ​ລາຍ​ຊື່ ສິນ​ຄ້າ​ ທີ່​ຈະ​ເພີ່ມ​ພາ​ສີ ເພື່ອ​ຕອບ​ໂຕ້​ ສ.ອາ​ເມ​ລິ​ກາ. ພາຍຫລັງ ທ່ານ​ ໂດ​ນັ​ລ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິກາ​ ປະ​ກາດ​ວ່າ ​ຈະ​ເກັບ​ພາ​ສີ 30% ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ ຈາກ​ສະ​ຫະ​ພາບ​ ເອີ​ຣົບ ​ນັບ​ແຕ່​ ວັນ​ທີ 1 ສິງ​ຫາ​ນີ້ ​ເປັນ​ຕົ້ນ​ໄປ. ຂະນະທີ່ ທ່ານ ຟ​ຣິດ​ຣິກ ເມີ​ສ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຢຍ​ລະ​ມັນ​ ກ່າວ​ວ່າ: ສ.ອາ​ເມ​ລິ​ກາ ບໍ່​ຄວນ​ຖືເບົາ​ ຄວາມ​ປາ​ດຖະ​ໜາ​ ຂອງ​ສະ​ຫະ​ພາບ​ ເອີ​ຣົບ​ ທີ່​ຈະ​ໃຊ້​ ມາດ​ຕະ​ການ​ ຕອບ​ໂຕ້ ​ດ້ານ​ພາ​ສີ ດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top