KPL
ຂປລ. ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ຮ່ວມກັບ ໜ່ວຍກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ແລະ ທີມຄົ້ນຫາໃຕ້ນໍ້າ ຫລື ນາກນ້ອຍຊ່ວຍ ເຫລືອຜູ້ດ້ອຍໂອກາດ ຝຶກຊ້ອມກ່ຽວກັບການຊ່ວຍເຫລືອສັງຄົມ ໃນກໍລະນີຫາກມີເຫດການໄພນໍ້າຖ້ວມເກີດຂຶ້ນ

ຂປລ. ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ຮ່ວມກັບ ໜ່ວຍກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ແລະ ທີມຄົ້ນຫາໃຕ້ນໍ້າ ຫລື ນາກນ້ອຍຊ່ວຍ ເຫລືອຜູ້ດ້ອຍໂອກາດ ຝຶກຊ້ອມກ່ຽວກັບການຊ່ວຍເຫລືອສັງຄົມ ໃນກໍລະນີຫາກມີເຫດການໄພນໍ້າຖ້ວມເກີດຂຶ້ນ ວັນທີ 15 ກໍລະກົດ 2025 ຢູ່ທີ່ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນ ຈາກສູນຊ່ວຍເຫລືອຊາວຈີນພົ້ນທະເລ.

ທ່ານ ພັນໂທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກຊ້ອມຄັ້ງນີ້, ເພື່ອກຽມຮັບມືກັບເຫດການ ທີ່ອາດຈະເກີດ ຂຶ້້ນໃນລະດູຝົນ, ທັງຮັບປະກັນການຊ່ວຍເຫລືອສັງຄົມ ໃຫ້ທັນກັບສະພາບການທີ່ຈະເກີດຂຶ້້ນ, ເປັນການສ້າງຄວາມຄ່ອງແຄວວ່ອງໄວ ໃນການກູ້ໄພທາງດ້ານຊີວິດ ແລະ ສັບສິນ ຫລີກລ່ຽງຜົນເສຍຫາຍ ທີ່ຈະເກີດຂຶ້ນກັບປະຊາຊົນໃຫ້ໜ່ອຍທີ່ສຸດ.

ທ່ານ ຊ້າງ ອິນທິລາດ ຫົວໜ້າກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກແອບ ເພື່ອສ້າງຄວາມພ້ອມໃຫ້ແກ່ການກູ້ໄພ ແມ່ນໄດ້ຈັດຂຶ້ນທຸກໆປີ ເພື່ອຮັບມືກັບເຫດການໄພນ້ຳຖ້ວມທີ່ຈະເກີດ ໂດຍໄດ້ຖືເອົາບົດຮຽນຈາກປະສົບການ ແລະ ເຫດການຕົວຈິງທີ່ໄດ້ໃຫ້ການຊ່ວຍເຫລືອສັງຄົມ ໃນປີຜ່ານມາ ເພື່ອຍົກລະດັບຄວາມສາມາດ, ສ້າງຄວາມພ້ອມ ແລະ ຄວາມຮັບຜິດ ຊອບໃຫ້ແກ່ທີມງານ, ສ້າງແບບແຜນໃນການປະຕິບັດງານຮ່ວມກັນ ເຊັ່ນ: ການກູ້ໄພທາງນໍ້າ, ໃຕ້ນ້ຳ, ການອົບພະຍົບຄົນໃນພື້ນທີ່ສ່ຽງ, ການປະສານງານຊ່ວຍເຫລືອ ໃຫ້ທັນກັບເຫດການ ເພື່ອຮອງຮັບການຊ່ວຍເຫລືອ ແກ່ສັງຄົມ ໃຫ້ມີຄວາມປອດໄພທາງດ້ານຊີວິດ ແລະ ສັບຊິນ ໃນກໍລະນີເກີດເຫດນໍ້າຖ້ວມ.

ຂ່າວ-ພາບ: ເກດສະໜາ
KPL