ສສ ຫວຽດນາມ ກຳນົດຮູບແບບການເຕີບໂຕໃໝ່ໃນໄລຍະ 2026–2030

16/07/2025 13:52
Email Print 125
KPL ສະຖາບັນ ເສດຖະກິດ ຫວຽດນາມ ແລະ ໂລກ, ຂຶ້ນກັບ ສະຖາບັນ ບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດ ເວທີປາໄສ ການກຳນົດ ຮູບແບບ ການເຕີບໂຕໃໝ່ ໃຫ້ແກ່ ສສ ຫວຽດນາມ ໄລຍະ 2026–2030 ແລະ ການກຳນົດທິດ ຮອດປີ 2045.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 15 ກໍລະກົດ, ຢູ່ນະຄອນຫລວງ ຮ່າໂນ້ຍ, ສະຖາບັນ ເສດຖະກິດ ຫວຽດນາມ ແລະ ໂລກ, ຂຶ້ນກັບ ສະຖາບັນ ບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດເວທີປາໄສ ການກຳນົດ ຮູບແບບ ການເຕີບໂຕໃໝ່ ໃຫ້ແກ່ ສສ ຫວຽດນາມ ໄລຍະ 2026–2030 ແລະ ການກຳນົດທິດ ຮອດປີ 2045.ຈາກນັ້ນ ບັນດາຜູ້ແທນ, ນັກວິ ທະຍາສາດ, ນັກຊ່ຽວຊານ ເສດຖະກິດ ໄດ້ປຶກສາຫາລື, ເຮັດແຈ້ງ ພື້ນຖານ ທິດສະດີ, ວິເຄາະ ສະພາບຕົວຈິງ ຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາ ຮູບແບບ ການເຕີບໂຕ ໃນປັດຈຸບັນ. ຈາກນັ້ນ ສະເໜີ ການກຳນົດທິດ ນະໂຍບາຍ ລະບົບ ມາດຕະການ ເພື່ອແນໃສ່ ສ້າງຮູບແບບ ການເຕີບໂຕໃໝ່ໃຫ້ ສສ ຫວຽດນາມ ໃນໄລຍະ 2026–2030, ວິໄສທັດຮອດປີ 2045. ທ່ານ ຫງວຽນ ຮົ່ງເຊີນ, ຮອງຫົວໜ້າ ຄະນະນະໂຍບາຍ, ຍຸດທະສາດ ສູນກາງ ຖືວ່າ: ຕ້ອງມີບັນດາ ມາດຕະການ ລະອຽດ ເພື່ອແກ້ໄຂ ບັນດາ ຈຸດອຸດຕັນ ທີ່ພວມມີ ໃນປັດຈຸບັນ ໂດຍໄວ ແລະ ເຖິງຖອງ, ພິເສດ ແມ່ນບັນດາ ຈຸດອຸດຕັນ ກ່ຽວກັບ ລະບອບ ລະບຽບກການ, ພື້ນຖານ ໂຄງລ່າງ ແລະ ແຫລ່ງຊັບພະຍາກອນມະນຸດ, ໃນນັ້ນ ຈຸດອຸດຕັນ ກ່ຽວກັບ ລະບອບລະບຽບການ ພວມໄດ້ຮັບ ຖືວ່າແມ່ນ ຈຸດອຸດຕັນ ຂອງຈຸດອຸດຕັນ, ເພື່ອແນໃສ່ ເຮັດໃໝ່, ລະດົມ ແລະ ຍົກສູງປະສິດທິຜົນ ໃນການຄຸ້ມຄອງ, ນຳໃຊ້ບັນດາ ແຫລ່ງກຳລັງ ທີ່ມີແຕ່ດົນນານ ຄືແຫລ່ງ ຊັບພະຍາກອນ ມະນຸດ, ແຫລ່ງກຳລັງວັດຖຸ, ເປັນຕົ້ນ ແມ່ນແຫລ່ງກຳລັງທີ່ດິນ, ແຫລ່ງຊັບພະຍາກອນ ທຳມະຊາດ ແລະ ແຫລ່ງກຳລັງການເງິນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top