ເຊກອງ ສ້າງເງື່ອນໄຂທີ່ຈໍາເປັນພື້ນຖານ ແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ

16/07/2025 20:26
Email Print 134
KPL ຂປລ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໄລຍະຜ່ານມາ, ອົງການປົກຄອງ ແຂວງເຊກອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ​ແລະ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ຕະຫລອດຮອດການມີສ່ວນຮ່ວມ ຂອງປະຊາຊົນບັນດາເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງຖອງ

ຂປລ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໄລຍະຜ່ານມາ, ອົງການປົກຄອງ ແຂວງເຊກອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ​ແລະ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ຕະຫລອດຮອດການມີສ່ວນຮ່ວມ ຂອງປະຊາຊົນບັນດາເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງຖອງ ເພື່ອສ້າງເງື່ອນໄຂທີ່ຈໍາເປັນພື້ນຖານ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການພັດທະນາເສດຖະກິດ-ສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ນັບມື້ເປັນຮູບປະທໍາຍິ່ງໆຂຶ້ນ ໂດຍເລັ່ງໃສ່ພັດທະນາ ຂະແໜງເສດຖະກິດ ທີ່ເປັນປາຍແຫລມ ເຊັ່ນ: ກະສິກຳ(ກາເຟ, ພືດຜັກ, ໄມ້ໃຫ້ໝາກ, ການລ້ຽງສັດເປັນຟາມ, ໂສມ, ການປຸງແຕ່ງຜົນຜະລິດກະສິກຳ); ອຸດສາຫະກຳ-ຫັດຖະກຳ (ພະລັງງານໄຟຟ້າ, ບໍ່ແຮ່, ອຸດສາຫະກຳເບົາ ແລະ ຫັດຖະກຳຕ່ຳແຜ່ນ) ແລະ ການບໍລິການ (ການທ່ອງທ່ຽວ, ການຂົນສົ່ງ).

ທ່ານ ບຸນຫລາຍ ບຸດທິ ຮັກສາການແທນເລຂາພັກ​ແຂວງ, ເຈົ້າແຂວງເຊກອງ  ໄດ້ໃຫ້ສຳພາດ ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ ລັດຖະບານ​ເປີດ​ກວ້າງ ຄັ້ງ​ທີ I ປີ 2025 ໃນວັນທີ 16 ກໍລະກົດ 2025 ນີ້ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນ​ຕົ້ນປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ​ສາ​ມາດ​ຕີ​ລາ​ຄາ​ລວມຍອດ​ຜະ​ລິດຕະພັນພາຍ​ໃນ (GDP) ຈະບັນລຸໄດ້ 3.376 ຕື້ກີບ, ຈະເພີ່ມຂຶ້ນ​ໃນ​ລະດັບ 6,2%, ສະ​ເລ່ຍ​ຕໍ່​ຫົວ​ຄົນ​ປະມານ 24,25 ລ້ານ​ກີບ ຫລື ​ເທົ່າ​ກັບ 1.123 ໂດ​ລາ​ສະຫະລັດ; ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 230,77 ຕື້ກີບ, ປະຕິບັດໄດ້ 37,40% ຂອງແຜນປີ, ລາຍຈ່າຍງົບປະມານປະຕິບັດໄດ້ 237,05 ຕື້ກີບ, ປະຕິບັດໄດ້ 48,51% ຂອງແຜນປີ. ສຳລັບການນໍາເຂົ້າ-ສົ່ງອອກສິນຄ້າ ໄດ້ນຳເຂົ້າສິນຄ້າໄດ້ທັງໝົດ 4,17 ລ້ານໂດລາສະຫະລັດ, ທຽບໃສ່ແຜນປີປະຕິບັດໄດ້ 55,6%, ຜະລິດສິນຄ້າສົ່ງອອກບັນລຸໄດ້ 121,17 ລ້ານໂດລາ, ທຽບໃສ່ແຜນປີປະຕິບັດໄດ້ 63,19%, ສະພາບການລົງທຶນລວມ ປະຕິບັດໄດ້  222,22 ຕື້ກີບ, ເທົ່າກັບ 16,99% ຂອງແຜນການປີ; ອັນພົ້ນເດັ່ນມີ 3 ໂຄງ​ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່​ພັດ​ທະ​ນາ​ໂຄງ​ການໄດ້ສຳ​ເລັດ 100% ຄື: ໂຄງການເຂື່ອນໄຟຟ້ານໍ້າອີມູນ, ໂຄງການເຂື່ອນໄຟຟ້າຫ້ວຍລະແງ ແລະ ໂຄງການກໍ່ສ້າງພະລັງງານລົມ ເຊິ່ງ​​ໂຄງ​ການ​ດັ່ງ​ກ່າວ, ປະກອບສ່ວນສຳຄັນເຂົ້າໃນ ການສ້າງວຽກເຮັດງານທຳໃຫ້ຄົນລາວ ກໍຄື ຄົນທ້ອງຖິ່ນ ແລະ ປະ​ກອບ​ສ່ວນສຳຄັນເຂົ້າໃນການຊຸກຍູ້ເສດຖະກິດຂອງ ແຂວງເຊກອງ  ຂະຫຍາຍຕົວໄປຕາມທິດທີ່ໄດ້ກຳນົດໄວ້.

ສຳລັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງເຊກອງ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ຫັນກໍາລັງລົງ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເອົາ ໃຈໃສ່ປ້ອງກັນເວນຍາມ ການສະເຫລີມສະຫລອງວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ, ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການເຄື່ອນໄຫວທາງດ້ານສາສະໜາ, ບັນຫາການລັກ ລອບຂົນສົ່ງສິນຄ້າ ແລະ ຂຸດຄົ້ນຊັບພະຍາກອນກໍາມະຊາດຫລຸດລົງເທື່ອລະກ້າວ; ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕັ້ງ ແລະ ເປັນເຈົ້າການພົວພັນຮ່ວມມືດ້ານວຽກງານ ປກຊ-ປກສ ກັບບັນດາແຂວງຂອງ ສສ ຫວຽດນາມ ແນໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນລາວ-ຫວຽດນາມ

ທ່ານ ບຸນຫລາຍ ບຸດທິ ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າແຂວງເຊກອງ ຈະຕ້ອງສຸມໃສ່ການເພີ່ມທະວີ ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະທຳຕົວຈິງ ແລະ ຫລາຍຂຶ້ນ, ຫັນການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ, ສະກັດກັ້ນການຮົ່ວໄຫລ, ໄປພ້ອມກັບການຂະຫຍາຍຖານລາຍຮັບໃໝ່ ສ້າງການຫັນປ່ຽນ ເພື່ອກ້າວເຂົ້າສູ່ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ເອົາໃຈໃສ່ພັດທະນາຂະແໜງເສດຖະກິດ ທີ່ເປັນປາຍແຫລມ ຕິດພັນກັບການເກັບພັນທະ ເຂົ້າງົບປະມານແຫ່ງລັດ ຂອງບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນ ຕົ້ນ ໂຄງການພະລັງງານໄຟຟ້ານ້ຳຕົກ, ໂຄງການພະລັງງານໄຟຟ້າຖ່ານຫີນ, ໂຄງການໄຟຟ້າພະລັງງານລົມ ແລະ ໂຄງການອື່ນໆ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ


Top