ສປ ຈີນ ຈັດກອງປະຊຸມ ສະພາມົນຕີລັດຖະມົນຕີຕ່າງປະເທດ ອົງການຮ່ວມມືຊຽງໄຮ

16/07/2025 13:52
Email Print 188
KPL ທ່ານ ຫວາງ​ຢີ້, ກຳ​ມະ​ການ ​ກົມ​ການ​ເມືອງ ​ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ເປັນ​ເຈົ້າ​ພາບ ​ຈັດກອງ​ປະ​ຊຸມ​ ສະ​ພາ​ມົນ​ຕີ ​ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ ຢູ່​ນະ​ຄອນ ​ທຽນ​ສິນ ຂອງ ສປ ​ຈີນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 15 ກໍ​ລະ​ກົດ​ນີ້, ທ່ານ ຫວາງ​ຢີ້, ກຳ​ມະ​ການ ​ກົມ​ການ​ເມືອງ ​ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ເປັນ​ເຈົ້າ​ພາບ ​ຈັດກອງ​ປະ​ຊຸມ​ ສະ​ພາ​ມົນ​ຕີ ​ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ ຢູ່​ນະ​ຄອນ ​ທຽນ​ສິນ ຂອງ ສປ ​ຈີນ. ໃນໂອກາດນີ້ ທ່ານ​ ຫວາງ​ຢີ້ ກ່າວ​ວ່າ: ນັບ​ແຕ່​ ອົງ​ການ ​ຮ່ວມ​ມື​ ຊຽງ​ໄຮ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເປັນ​ເວ​ລາ 24 ປີຜ່ານ​ມາ​, ພາຍ​ໃຕ້ ​ການ​ນຳ​ພາ-ຊີ້​ນຳ ​​ທາງດ້ານ​ ຍຸດ​ທະ​ສາດ​ ຂອງ​ຜູ້​ນຳ ​ປະ​ເທດ ​ສະ​ມາ​ຊິກ​ຕ່າງໆ, ​ເຮັດ​ໃຫ້​ມີ​ທ່າ​ອ່ຽງ ການ​ພັດ​ທະ​ນາ ​ທີ່​ໝັ້ນ​ທ່ຽງ ​ເປັນ​ຢ່າງ​ດີ, ຂົງ​ເຂດ​ ການ​ຮ່ວມ​ມື​ ໄດ້​ເປີດກວ້າງ​ອອກ ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ສ້າງ​ຊື່​ສຽງ​ ໃນ​ສາ​ກົນ​​ ສູງ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ແລະ​ ມີ​ມູນ​ຄ່າ​ ທາງດ້ານ​ຍຸດ​ທະ​ສາດ ​ທີ່​ພົ້ນ​ເດັ່ນ​ ກວ່າ​ເກົ່າ ໄດ້​ກາຍ​ເປັນ ອົງ​ການ​ ທີ່​​ເພີ່ງ​ພາ ​ອາ​ໄສ​ ໄດ້​ຂອງ​ບັນ​ດາປະ​ເທດ​ ສະ​ມາ​ຊິກ ໃນການ​ຮັກ​ສາ​ ຄວາມ​ໝັ້ນ​ຄົງ ​ຂອງ​ພາກ​ພື້ນ ແລະ ​ບັນ​ລຸ​ ການ​ພັດ​ທະ​ນາ ​ຮ່ວມ​ກັນ. ພາຍ​ຫລັງ​ ກອງ​ປະ​ຊຸມຄັ້ງນີ້, ທ່ານ ຫວາງ​ຢີ້ ​ແລະ ​ທ່ານ ນູ​ລານ ເຢີ​ເມັກ​ບາ​ເຢັ​ຟ ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ ໄດ້​ຮ່ວມ​ກັນ ໃຫ້​ສຳ​ພາດ​ ຕໍ່​ນັກ​ຂ່າວ​. ທ່ານ ຫວາງ​ຢີ້ ປະ​ກາດ​ວ່າ: ກອງ​ປະ​ຊຸມ​ ສຸດຍອດ​ ອົງ​ການ ​ຮ່ວມ​ມື​ ຊຽງ​ໄຮ ຈະ​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ ທຽນ​ສິນ ​ແຕ່​ວັນ​ທີ 31 ສິງ​ຫາ ຫາ​ວັນ​ທີ 1 ກັນ​ຍາ​ປີນີ້. ຜູ້​ນຳ​​ຈາກ 20 ກວ່າ​ປະ​ເທດ ​ແລະ ​ຜູ້​ຮັບ​ຜິດ​ຊອບ ​ຈາກອົງ​ການ​ ຈັດ​ຕັ້ງ​ສາ​ກົນ 10 ແຫ່ງ ຈະ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສຸດຍອດ​ ແລະ ​ກິດ​ຈະ​ກຳ ​ທີ່​ກ່ຽວ​ຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top