ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

16/04/2026 14:41
ຂປລ ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານ ທີ່ມີຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ. ນໍ້າຕົກຕາດແຫ່ງນີ້ ຢູ່ຫ່າງຈາກເສັ້ນທາງໃຫຍ່ເຂົ້າໄປປະມານ 3 ກິໂລແມັດ, ມີຄວາມສູງເຖິງ 30 ແມັດ ໄປພ້ອມໆຄວາມສວຍສົດງົດງາມ ຈຶ່ງເຮັດໃຫ້ດຶງດູດຜູ້ປະກອບການມີຄວາມສົນໃຈເຂົ້າມາພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີການບໍລິການຄົບວົງຈອນທີ່ສະດວກສະບາຍ ເພື່ອບໍລິ ການນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເປັນຕົ້ນ ການບໍລິການທາງດ້ານອາຫານ ແລະ ທີ່ພັກເຊົາ.
   
ແນວໃດກໍດີ, ເມ່ືອມໍ່ໆມານີ້, ຢູ່ບ້ານຜາດຳ ເມືອງເມິງ ໄດ້ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ຂຶ້ນ ໂດຍມີ ທ່ານ ສີວິໄລ ສີແສນດີ ເລຂາຄະນະບໍລິຫານງານພັກເມືອງເມິງ, ທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງບໍ່ແກ້ວ ພ້ອມດ້ວຍຫ້ອງການ, ຜູ້ປະກອບການ ພາຍໃນເມືອງເຂົ້າຮ່ວມ.

ທ່ານ ໄມ່ແອ ກັນທະພອນ ນາຍບ້ານໆຜາດໍາ ໃຫ້ຮູ້ວ່າ: ໃນເມື່ອກ່ອນໄດ້ມີນາຍພານລ່າເນື້ອເຂົ້າ ມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ,  ປົກຫຸ້ມດ້ວຍປ່າໄມ້ໃຫຍ່ທີ່ຂຽວສົດງົດງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກຮັກສາສະຖານທີ່ແຫ່ງນີ້ຢູ່ ອັນເຮັດໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ່າສັດໃນບໍລິເວນນີ້ອີກ. ນໍ້າຕົກຕາດຫ້ວຍກາງ ແມ່ນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ມີຄວາມງົດງາມຕາມທໍາມະຊາດ ຖືກອ້ອມຮອບດ້ວຍທໍາມະຊາດ ແລະ ສາຍພູ ຊຶ່ງເໝາະສໍາລັບການທ່ອງທ່ຽວເພື່ອພັກຜ່ອນຊົມທໍາມະຊາດບວກກັບສາຍນໍ້າອັນເຢັນໃສທີ່ຫາໃສບໍ່ໄດ້ອີກແລ້ວ, ນໍ້າຕົກຕາດແຫ່ງນີ້ຫ່າງຈາກເທສະບານເມືອງ ປະມານ 29 ກິໂລແມັດ, ທິດເໜືອຕິດກັບຊາຍແດນບ້ານຈອມແຈ້ງ, ທິດໃຕ້ຕິດກັບບ້ານຜາຂາວ, ທິດຕາເວັນອອກຕິດກັບຊາຍແດນບ້ານຕໍແລ ແລະ ທິດໃຕ້ຕິດກັບແມ່ນໍ້າຂອງ ຊາຍແດນ ລາວ-ມຽນມາ, ມີເນື້ອທີ່ທັງໝົດ 108 ເຮັກຕາ ໃນນີ້, ກໍານົດໃຫ້ສໍາປະທານນໍາລັດເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ 4 ເຮັກຕາ ຊຶ່ງໃນໄລຍະຜ່ານມາ, ນໍ້າຕົກຕາດແຫ່ງນີ້ມີຄວາມງົດງາມກໍຈິງ, ແຕ່ເສັ້ນທາງເຂົ້າມາຫາສະຖານທີ່ທ່ອງທ່ຽວແມ່ນຕ້ອງໄດ້ຍ່າງປະມານ 1-2 ຊົ່ວໂມງ ປັດຈຸບັນມີຜູ້ປະກອບການສໍາປະທານ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ ຊຶ່ງຜູ້ປະ ກອບການ ໄດ້ເອົາໃຈໃສ່ພັດທະນາປັບປຸງສະຖານທີ່ແຫ່ງນີ້ ເປັນຕົ້ນ ຕັດເສັ້ນທາງເຂົ້າມາຫາຈຸດໃຈກາງຂອງນໍ້າຕົກຕາດທີ່ມີຄວາມຍາວ 3 ກິໂລແມັດ, ປັບປຸງສະຖານທີ່ບ່ອນຈອດລົດ, ຕັ້ງຕູບບໍລິການ 9 ຫລັງ, ຫ້ອງນໍ້າ 2 ຫ້ອງ ແລະ ອໍານວຍຄວາມສະດວກໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະມາທ່ຽວຊົມ.

ທ່ານ ສີວິໄລ ສີແສນດີ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຈົ່ງປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນ ຮັກສາປ່າໄມ້, ຮັກສາຄວາມສະອາດສະຖານທີ່ນໍ້າຕົກຕາດ, ຮັກສາຄວາມເປັນລະບຽບຮ້ອຍ ແລະ ຮັກ ສາຄວາມສະຫງົບປອດໄພ, ພ້ອມທັງໃຫ້ອົງການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນເປັນຜູ້ຊ່ວຍຊຸກ ຍູ້ໃຫ້ການກັບສະໜັບສະໜູນ, ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ກັບຜູ້ປະກອບການທີ່ມີຄວາມຕ້ອງການຢາກມາລົງທຶນພັດທະນາແຫລ່ງທ່ອງທ່ຽວທີ່ຢູ່ພາຍໃນເມືອງພວກເຮົາໃຫ້ມີຄວາມໂດດເດັ່ນ ແລະ ເປັນສະຖານ ທີ່ທ່ອງທ່ຽວຂອງເມືອງໃຫ້ມີຄວາມຍືນຍົງຕະຫລອດໄປ.

ໂດຍ: ອຸ່ນຄໍາ ຂັນວາລິດ

KPL

ຂ່າວອື່ນໆ

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    • ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວບົດ-ສາລະຄະດີ

      ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

      4/16/2026 2:32:03 PM

      ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

    •    ບັນຫາຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂບົດ-ສາລະຄະດີ

      ບັນຫາຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ

      4/16/2026 2:19:58 PM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ນະຄອນຫລວງວຽງຈັນ ແມ່ນເມືອງເອກຂອງປະເທດລາວເຮົາ ທັງແມ່ນສູນກາງທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ເປັນສູນກາງການທ່ອງທ່ຽວທີ່ສຳຄັນຂອງພາກພື້ນ. ດັ່ງນັ້ນ, ທົ່ວສັງຄົມຕ້ອງໄດ້ເອົາໃຈໃສ່ຕໍ່ບັນຫາຂີ້ເຫຍື້ອຕື່ມ ຊຶ່ງປັດຈຸມີບາງບຸກຄົນຍັງຖືເບົາຕໍ່ບັນຫາການເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍ ທັງຍັງຖິ້ມຂີ້ິເຫຍື້ອຊະຊາຍ.

ads
ads

Top