ຜູ້ສະໝັກຮັບເລືອກຕັ້ງ ຕ້ອງກຽມພ້ອມຮອບດ້ານເຮັດໃຫ້ການເລືອກຕັ້ງບັນລຸເປົ້າຫມາຍ

05/02/2026 20:34
Email Print 1470
ຂປລ ໃນໂອກາດເຂົ້າຮ່ວມຊຸດຝຶກອົບຮົມ ໃຫ້ຜູ້ສະໝັກຮັບເລືອກຕ້ັງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ເພື່ອກຽມຄວາມພ້ອມລົງສູ່ສະໜາມການເລືອກຕັ້ງຕົວຈິງ ກໍຄືການກະກຽມໂຄສະນາຫາສຽງໃນເວລາລົງພົບປະປະຊາຊົນຜູ້ມີສິດ ເລືອກຕັ້ງ ທີ່ຈັດຂຶ້ນໃນວັນທີ 2 ກຸມພາ 2026 ຢູ່ເມືອງວັງວຽງ ແຂວງ ວຽງຈັນ.

    ຂປລ.  ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນຊີ້ນຳ ໂດຍເນັ້ນໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທີ່ເປັນເພດຍິງຈາກສູນກາງ ແລະ 10 ແຂວງພາກເໜືອ ຕ້ອງກຽມຄວາມພ້ອມຮອບດ້ານ, ປະກອບຄວາມຮູ້-ທັກສະຕ່າງໆ ເພື່ອເຮັດໃຫ້ການເລືອກຕັ້ງປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ກໍຄື ໃຫ້ໄດ້ເພດຍິງທີ່ເປັນຕົວແທນພົນລະເມືອງລາວເຄິ່ງໜຶ່ງທ່ີເປັນເພດຍິງໃຫ້ໄດ້ 30% ຂອງຈໍານວນ ສສຊ ທັງໝົດ 175 ທ່ານ ແລະ ສສຂ 745 ທ່ານ. 

    ເພື່ອເຮັດໃຫ້ເພດຍິງ ທີ່ເປັນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ຮັບຊາບເຖິງຄວາມສໍາຄັນຂອງບັ້ນເລືອກຕັ້ງ ແລະ ການກະກຽມໂຄສະນາຫາສຽງໃນເວລາລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງການເລືອກຕັ້ງແຕ່ລະຄັ້ງ ລ້ວນແຕ່ ເປັນເຫດການປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ, ເພື່ອບູລະນະລະບອບປະຊາທິປະໄຕ, ປັບປຸງລະບົບອຳນາດລັດໃຫ້ມີຄວາມເຂັ້ມ ແຂງ ໂດຍຖືເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເປັນກົກ, ຖືເອົາຄວາມຮູ້ຄວາມສາມາດ, ປະສົບການ ແລະ ຄຸນນະພາ ເປັນສິ່ງສໍາຄັນ.

    ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ມີຄຳເຫັນຊີ້ນຳອີກວ່າ: ການພົບປະປະຊາຊົນແຕ່ລະບ່ອນ ໃນກໍລະນີຈັດຕັ້ງໃຫ້ຜູ້ສະໝັກຮັບເລືອກຕັ້ງຫລາຍທ່ານ ໄປໂຄສະນາຫາສຽງຢູ່ຈຸດດຽວ ຄວນມີການຈັດແບ່ງເວລາທີ່ເໝາະສົມ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ໄດ້ມີໂອກາດອອກຄໍາເຫັນ ແລະ ເວລາອອກຄໍາເຫັນ ຂອງຜູ້ສະໝັກຮັບເລືອກຕັ້ງຄວນເລີ່ມຈາກການແນະນໍາຕົວໂດຍຫຍໍ້ ແລະ ມີຈຸດສຸມ, ຫລີກເວັ້ນການເວົ້າຍືດຍາວ, ໃຊ້ຄໍາສັບທີ່ສຸພາບງ່າຍດາຍ, ເຂົ້າໃຈງ່າຍ, ຈື່ໄດ້ດົນ ແລະ ພະຍາມຍາມສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ສະເໜີຄໍາຄິດເຫັນ, ຄວາມມຸ່ງມາດປາຖະໜາ ແລະ ຄວາມສົນໃຈຂອງເຂົາເຈົ້າ, ຫລີກເວັ້ນລັກສະນະເວົ້າຄົນດຽວ ຫລື ມີຄໍາເຫັນຝ່າຍດຽວ ແລະ ໃນຕອນທ້າຍ, ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ຕ້ອງສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນ ໂດຍອາດໃຫ້ຄວາມໝັ້ນໝາຍວ່າ ຖ້າຕົນໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຫລື ສະມາຊິກສະພາປະຊາຊົນຂັ້ນແຂວງແລ້ວ ຈະເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ຂອງສະມາຊິກສະພາໃຫ້ດີທີ່ສຸດ ແລະ ຈະພະຍາຍາມໃກ້ຊິດຕິດແທດກັບປະຊາຊົນຕາມລະບຽບການ ເພື່ອນໍາເອົາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ- ສັງຄົມຂອງຊາດ, ຂອງແຂວງ, ກົດໝາຍຕ່າງໆທີ່ກ່ຽວຂ້ອງ ທີ່ວາງອອກໃນແຕ່ລະໄລຍະມາຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນ, ພິຈາລະນາ, ຄົ້ນຄວ້າຄໍາສະເໜີຂອງປະຊາຊົນ ຢ່າງສົມເຫດສົມຜົນ ເພື່ອສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງພິຈາລະນາ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top