KPL
ຂປລ. ໃນຕອນບ່າຍວັນທີ 25 ມິຖຸນາ 2025 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບ ຜົນສຳເລັດຂອງວຽກງານ ສະພາແຫ່ງຊາດໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2025 ເຊິ່ງຕະຫລອດໄລຍະຜ່ານມາ ສະພາແຫ່ງຊາດ

ຂປລ. ໃນຕອນບ່າຍວັນທີ 25 ມິຖຸນາ 2025 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບ ຜົນສຳເລັດຂອງວຽກງານ ສະພາແຫ່ງຊາດໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2025 ເຊິ່ງຕະຫລອດໄລຍະຜ່ານມາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານຂອງຕົນຢ່າງຫ້າວຫັນ ແລະ ໄດ້ຮັບຜົນສຳ ເລັດຫລາຍດ້ານ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຫາເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຮຽບ ຮຽງກົດໝາຍ 12 ສະບັບ. ໃນນີ້, ມີ 10 ສະບັບ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ແລະ 2 ສະບັບ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.
ນອກຈາກນີ້, ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ໄດ້ຮຽບຮຽງກົດໝາຍ ຂົງເຂດສະພາແຫ່ງຊາດ 3 ສະບັບ; ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; ພິຈາລະນາຕົກລົງບັນຫາພື້ນຖານຂອງປະເທດຊາດ ໄດ້ທັງໝົດ 18 ເນື້ອໃນ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ 27 ສະບັບ ແລະ ມະຕິກອງປະຊຸມຄະນະປະຈຳສະພາແຫ່ງຊາດ 90 ສະບັບ. ໃນນີ້, ພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍ ປະກັນສັງຄົມ ແລະ ຮັບຮອງເອົາການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ ລວມທັງໝົດ 13 ທ່ານ, ຍິງ 2 ທ່ານ; ເອົາໃຈໃສ່ປະຕິບັດວຽກງານຕິດຕາມກວດກາ ຂອງສະພາແຫ່ງຊາດ 31 ຄັ້ງ; ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນໄດ້ 76 ເລື່ອງ; ນຳສົ່ງຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 552 ຫົວຂໍ້ ໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດໄດ້ 4 ສະບັບ; ໄດ້ຈັດຝືກອົບ ຮົມສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ເສນາທິການໄດ້ 40 ຄັ້ງ; ລົງພົບປະປະຊາຊົນ ຜູ້ມີສິດເລືອກຕັ້ງໄດ້ 890 ຈຸດ; ເຄື່ອນໄຫວວຽກງານ ການຕ່າງປະເທດໄດ້ 18 ຄັ້ງ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL