ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

03/04/2025 08:46
Email Print 426
KPL ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.




ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່
, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ເວລາອາຍຸ 7 ປີ ໄດ້ຂຶ້ນມາຢູ່ວຽງຈັນ ນຳພໍ່ເຖົ້າມະຫາແກ້ວ ແລະ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ, ຫລັງຈາກນັ້ນ ກໍ່ສອບເສັງເຂົ້າຮຽນມັດຖະຍົມປາວີ (College PAVIE) ເຊິ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.

-  ທ້າຍປີ 1941 ປະທານ ຄຳໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນ ແລ້ວເສັງເຂົ້າເຮັດວຽກ ຢູ່ຂະແໜງໄປສະນີ, ຫລັງຈາກນັ້ນ ໄດ້ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ ໄຊງ່ອນ ( ພາກໃຕ້ຫວຽດນາມ, ນະຄອນ ໂຮ່ຈີ່ມິງ ໃນປະຈຸບັນ).

- ປີ 1944 ປະທານ ຄຳໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈຳການ ຢູ່ແຂວງຜົ້ງສາລີ.

- ປີ 1946 ປະທານ ຄຳໄຕ ສີພັນດອນ ໄດ້ໄປເປັນຫົວໜ້າໄປສະນີ ຢູ່ເມືອງປາກເຊ ແຂວງຈຳປາສັກ.

- ປີ 1947-1948 ເປັນນາຍທະຫານ ປະຈໍາເສນາທິການເຂດໃຕ້ ຢູ່ຊາຍແດນລາວ-ໄທ.

- ປີ 1948 1950 ເປັນຜູ້ແທນລັດຖະບານລາວອິດສະຫລະປະຈຳ ເຂດໃຕ້ ແລະຮັບຜິດຊອບ ກໍ່ຕັ້ງທີ່ໝັ້ນການປະຕິວັດ ຢູ່ເຂດໃຕ້.

- ປີ 1950-1952 ເປັນກຳມະການສູນກາງແນວລາວອິດສະຫລະ.

- ປີ 1952-1955 ເປັນປະທານຄະນະກໍາມະການເຂດ, ທັງຮັບຜິດຊອບ ການທະຫານເຂດກາງ.

- ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດ ອິນດູຈີນ.

- ປີ 1955-1956 ເປັນເສນາທິການ ກອງທັບຝ່າຍປະເທດລາວ.

- ປີ 1957-1959 ເປັນກຳມະການສູນກາງພັກ, ເປັນຫົວໜ້າຫ້ອງວ່າການສູນກາງພັກ.

- ປີ 1959-1960 ເປັນກຳມະການສູນກາງພັກ, ເຮັດໜ້າທີ່ ໂຄສະນາອົບຮົມ ແລະ ຮັບຜິດຊອບ ຢູ່ວິທະຍຸກະຈາຍສຽງ ຂອງສູນກາງພັກ (ຝ່າຍປະເທດລາວ).

- ປີ 1960-1961 ເປັນກຳມະການສູນກາງພັກ ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດ ກອງທັບຝ່າຍປະເທດລາວ.

- ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.

- ປີ 1975 ພາຍຫລັງຢຶດອໍານາດການປົກຄອງໃນທົ່ວປະເທດ ໄດ້ຮັບການແຕ່ງຕັ້ງເປັນຮອງ ປະທານສະພາລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.

- ປີ 1982-1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ປີ 1986-1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນ ກາງພັກອີກເທື່ອໃໝ່, ທັງຮັບຜິດຊອບເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ປີ 1991 ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນ ກຳມະການກົມການເມືອງສູນກາງພັກ ແລະ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ວັນທີ 15/8/1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

- ວັນທີ 24 ພະຈິກ ປີ 1992 ກອງປະຊຸມຄົບຄະນະຄັ້ງພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄຫມທີ V ) ສະຫາຍໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ ແລະ ທັງເປັນນາຍົກລັດຖະມົນຕີ.

- ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ ໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ.

- ປີ 1998 ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສປປ ລາວ.

-ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ.

-ປີ 2006 ຍ້ອນອາຍຸກະສຽນສູງ, ເພິ່ນຈຶ່ງສະເໜີພັກຮັບບຳນານ.

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດທີ່ມີການເຄື່ອນໄຫວ ອັນໂດດເດັ່ນຂອງພັກເຮົາ ເຊິ່ງຕະຫລອດໄລຍະຜ່ານມາ ເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫລວງ, ມີລັກສະນະຮອບດ້ານເຂົ້າໃນ ການຈັດຕັ້ງນຳພາ ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກຍຸດທະສາດ ທີ່ມີວິໄສທັດທາງການເມືອງ ແລະ ການທະຫານອັນກວ້າງໄກ, ສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖານະການ ເພື່ອເປັນເຈົ້າການໃນການແກ້ໄຂ, ເພິ່ນກາຍເປັນເພື່ອນຮ່ວມຮົບທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນຳພັກ-ລັດ ຄົນອື່ນໆ ໃນການຄົ້ນຄວ້າກຳນົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ-ຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວໃນແຕ່ລະໄລຍະ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນ ບັນດາຜູ້ນໍາຂອງພັກເຮົາ ທີ່ກຳຄັນທຸງແຫ່ງຄວາມສາມັກຄີ ເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ; ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ ຕໍ່ບັນດາຫລັກການແຫ່ງ ການຈັດຕັ້ງເຄື່ອນໄຫວຂອງພັກ; ມີຈິດໃຈເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫລັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບ ຄວາມເຄົາຄົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫລອດມາ.

ດ້ວຍຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພັກ ແລະ ລັດ ໄດ້ຍ້ອງຍໍສັນລະເສີນດ້ວຍຫລຽນໄຊ, ຫລຽນກາ ປະເພດຕ່າງໆ ເຊັ່ນ:

1. ຫລຽນຄຳແຫ່ງຊາດ ຈຳນວນ 02 ຫລຽນ.

2. ຫລຽນໄຊພິລະອາດຫານ ຊັ້ນ I ຈຳນວນ 01 ຫລຽນ.

3. ຫລຽນໄຊປະຕິວັດຊະນະເລີດຊັ້ນ I ຈຳນວນ 01 ຫລຽນ.

4. ຫລຽນກາຕໍ່ຕ້ານຝຣັ່ງຈຳນວນ 01 ຫລຽນ.

5. ຫລຽນກາຕໍ່ຕ້ານອາເມລິກາ ຈຳນວນ 01 ຫລຽນ.

6. ຫລຽນກາລະນຶກ 70 ປີ ຂອງພັກ ຈໍານວນ 01 ຫລຽນ.

ນອກຈາກນັ້ນ, ຍັງໄດ້ຮັບຫລຽນດາວຄຳ, ຫລຽນໄຊ ແລະ ຫລຽນກາຕ່າງໆ ຈາກປະເທດເພື່ອນມິດຈໍານວນໜຶ່ງ.

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/7/2025 10:15:11 AM

      ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍການເມືອງ

      ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ

      4/7/2025 10:00:43 AM

      ຂປລ. ໃນຕອນບ່າຍວັນທີ 5 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍ

      4/7/2025 9:52:16 AM

      ຂປລ. ໃນຕອນບ່າຍຂອງວັນທີ 5 ເມສາ 2025 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:35:45 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.

    • ການນໍາຂັ້ນສູງກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດ ວາງພວງມາລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນການເມືອງ

      ການນໍາຂັ້ນສູງກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດ ວາງພວງມາລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

      4/5/2025 5:24:26 PM

      ຂປລ. ໃນວັນທີ 4 ເມສາ 2025, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາ ຈັກ ກໍາປູເຈຍ ໄດ້ຕ້ອນຮັບການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດປະຈໍາ ຣາຊະອານາຈັກ ກໍາປູເຈຍ ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ


Top