ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ

05/04/2025 17:35
Email Print 625
KPL ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.



ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.






ການຈາກໄປຂອງສະຫາຍໃນຄັ້ງນີ້, ເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທໍາອິດຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດລາວ, ເປັນນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກ ຂອງຊາດ.




ຂ່າວ: ທັດຊະນະ
KPL

ຂ່າວອື່ນໆ

    • ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສການເມືອງ

      ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສ

      4/9/2025 3:07:29 PM

      ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ​ໂດຍ​ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສການເມືອງ

      ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

      4/9/2025 2:53:54 PM

      ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568

    • ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງການເມືອງ

      ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

      4/9/2025 12:35:38 PM

      ຂປລ. ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ

    • ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີການເມືອງ

      ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

      4/9/2025 12:21:44 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

      4/7/2025 8:10:49 PM

      ຂປລ. ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ


Top