KPL
ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.


ຄະນະທີ່ເຂົ້າມາວາງພວງມະລາ ໃນພາກເຊົ້າປະກອບມີ: ສະຖານທູດ ສປປ ເກົາຫລີ ປະຈຳລາວ, ສະຖານ ທູດເບລາຣຸດຊີ ປະຈຳລາວ, ສະຖານທູດຕວັກກີ ປະຈຳລາວ, ສະຖານທູດຮົງກາລີ ປະຈຳລາວ, ຄະນະບໍລິຫານງານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ກອງບັນຊາການທະຫານແຂວງອັດຕະປື, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາໂຮງຮຽນຕ່າງໆ ໃນນະຄອນ ຫລວງວຽງຈັນ, ສະມາຄົມຜູ້ອາຍຸສູງ ນະຄອນຫລວງວຽງຈັນ, ຄະນະນຳຈາກແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງໄຊສົມບູນ, ແຂວງສາລະວັນ, ແຂວງເຊກອງ, ສະມາຄົມ ຫວຽດນາມ ປະຈຳນະຄອນຫລວງວຽຈັນ, ພະແນກການເງິນນະຄອນຫລວງວຽງຈັນ, ກອງພົນທະຫານຮາບທີ 1, ສະມາຄົມນັກທຸລະກິດ ໜຸ່ມແຫ່ງຊາດລາວ, ສະມາຄົມ ການສຶກສາພາກ ເອກະຊົນ, ສະພາການຄ້າແຂວງກຸຍໂຈ ສປ ຈີນ, ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ, ໂຮງຮຽນທິດສະດີການເມືອງກອງທັບ. ພ້ອມນີ້, ຍັງມີບັນດາຄອບຄົວ ການນຳ, ອະດີດການນຳ ພັກ, ລັດ, ຄອບຄົວນັກທຸລະກິດ, ບັນດາບໍລິສັດ ກໍໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ເຊັ່ນກັນ.


ສ່ວນໃນຕອນບ່າຍ ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຍັງຈະໄດ້ສືບຕໍ່ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕື່ມອີກ.

ບັນດາຄະນະທີ່ເຂົ້າມາວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ໃນຄັ້ງນີ້, ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພ້ອມທັງ ປະຕິຍານວ່າ ຈະພ້ອມກັນສານຕໍ່ແນວຄວາມຄິດ ແລະ ແບບຢ່າງທີ່ດີ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ຈະເພີ່ມທະວີຄວາມສາມັກຄີບັນດາເຜົ່າ ໃນວົງຄະນະຍາດ ແຫ່ງຊາດເປັນປຶກແຜ່ນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລຕາມແນວທາງນະໂຍບາຍຂອງ ພັກ, ລັດ ວາງອອກ ໃຫ້ເປັນຮູບປະທຳ ເທື່ອລະກ້າວ.

ຂ່າວ: ທະນູທອງ
ພາບ: ພະແນກຮູບພາບ
KPL