KPL
ຂປລ. ໃນຕອນບ່າຍຂອງວັນທີ 5 ເມສາ 2025 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

ຂປລ. ໃນຕອນບ່າຍຂອງວັນທີ 5 ເມສາ 2025 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ໃນນາມສ່ວນຕົວ ໄດ້ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ເດີນທາງມາຮ່ວມພິທີ ວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິ ຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊິ່ງເປັນການແບ່ງເບົາ ຄວາມທຸກໂສກກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບ ແລະ ການຮ່ວມມືຖານ ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ ທີ່ມີມູນເຊື້ອມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ກໍາປູເຈຍ. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນກຳປູເຈຍ ອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ທັງໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນປັດຈຸບັນ.

ໃນໂອກາດນີ້, ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຍັງໄດ້ນຳເອົາສານເສົ້າສະຫລົດໃຈ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນ ກໍາປູເຈຍ ເພື່ອມອບໃຫ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການ ຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ທີ່ເປັນໜຶ່ງໃນບັນດາ ການນໍາຮຸ່ນທໍາອິດຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນໍາ ຂອງສູນກາງພັກທີ່ນໍາພາ-ຊີ້ນໍາ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ທັງຍັງແມ່ນນັກຮັກຊາດ, ນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ-ຂອງຊາດ, ເປັນຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ, ຕະຫລອດຊີວິດ ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາ ເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍ ບໍ່ມີວັນຈະກັບຄືນ ມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫລວງທີ່ສຸດສໍາລັບ ພັກ, ລັດ ແລະ ປະຊາຊົນລາວ ແຕ່ຍັງເປັນການສູນ ເສຍເພື່ອນມິດ ທີ່ສະໜິດສະໜົມ ຂອງພັກ, ລັດ ແລະ ປະຊາຊົນ ກຳປູເຈຍ ອີກດ້ວຍ; ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າ ຄວາມທຸກໂສກ ເສຍດາຍອັນໃຫຍ່ຫລວງນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາພັດທະນາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນ ຮຸ່ງເຮືອງຍິ່ງໆຂຶ້ນ. ເຖິງວ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ຈາກພວກເຮົາໄປແລ້ວກໍຕາມ ແຕ່ສອງປະເທດພວກເຮົາ ຈະສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການຮ່ວມມື ໃຫ້ນັບມື້ນັບແໜ້ນແຟ້ນ ແຕກດອກອອກຜົນໃຫ້ ສົມກັບຄວາມມຸ່ງຫວັງ ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ.
ການນຳສອງຝ່າຍຕ່າງກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດໃນປັດຈຸບັນ; ຕີລາຄາສູງຕໍ່ໝາກຜົນ ຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍເນື້ອ ໃນບົດບັນທຶກຂໍ້ຕົກລົງ ຂອງການນຳຂັ້ນສູງຂອງສອງຝ່າຍ ແລະ ຜັນຂະຫຍາຍຜົນສຳເລັດ ການພົບປະຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ໄດ້ຮັບຜົນເປັນຢ່າງດີ ແລະ ໄດ້ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ ໃຫ້ນັບມືສວຍສົດງົດງາມ, ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ ສະແດງຄວາມ ຂອບໃຈ ໄປຍັງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ພ້ອມທັງໄດ້ຝາກຄວາມ ຢ້ຽມຢາມຖາມຂ່າວ ແລະ ຄວາມຂອບໃຈ ເຖິງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ແລະ ບັນດາການນຳ ພັກ-ລັດ ກຳປູເຈຍ ແລະ ປະຊາຊົນລາວ ມີຄວາມຄອງຄອຍທີ່ຈະໄດ້ຕ້ອນຮັບການສະ ເດັດ ຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນອະນາຄົດອັນ ໃກ້ນີ້.
ພາບ: ເກດສະໜາ
KPL