ສ.ອາເມລິກາ ອະນຸມັດ ຢາປິ່ນປົວພະຍາດ ສະໝອງເສື່ອມ

05/07/2024 18:22
Email Print 337
KPL ອົງການ ອາຫານ ແລະ ຢາ ແຫ່ງ ສ.ອາເມລິກາ ໄດ້ອະນຸມັດ ຢາໂດນາເນແມບ (Donanemab) ເພື່ອປິ່ນປົວ ພະຍາດ ສະໝອງເສື່ອມ ຫລື ພະຍາດອັລໄຊເມີຣ ຊຶ່ງ ຈະຖືກ ຈັດຈຳໜ່າຍ ພາຍໃຕ້ແບຣນ ຄີຊູນລາ(Kisunla) ສຳລັບ ຜູ້ໃຫຍ່ ທີ່ມີ ອາການ ໄລຍະທຳອິດ ຂອງ ພະຍາດ ແລະ ຮັບປະທານ ເດືອນລະ 1 ຄັ້ງ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອີ​ໄລ​ລິ​ລລີ (Eli Lilly) ເປັນຜູ້​ຜະລິດ​ຢາ​ ຂອງ ສ.ອາ​ເມ​ລິ​ກາ ລາຍ​ງານ​ວ່າ: ອົງການ ​ອາຫານ ​ແລະ ຢາ​ ແຫ່ງ ສ.ອາ​ເມ​ລິ​ກາ ​ໄດ້​ອະນຸມັດ ​ຢາໂດ​ນາ​ເນ​ແມບ (Donanemab) ເພື່ອປິ່ນປົວ ພະຍາດ ​ສະໝອງ​ເສື່ອ​ມ ຫລື ພະຍາດ​ອັລ​ໄຊ​ເມີຣ ຊຶ່ງ​ ຈະ​ຖືກ​ ຈັດ​ຈຳໜ່າຍ ພາຍ​ໃຕ້​ແບຣນ ຄີ​ຊູນ​ລາ(Kisunla) ສຳລັບ​ ຜູ້​ໃຫຍ່​ ທີ່​ມີ ​ອາການ​ ໄລຍະ​ທຳ​ອິດ​ ຂອງ​ ພະຍາດ ​ແລະ ຮັບ​ປະທານ​ ເດືອນ​ລະ 1 ຄັ້ງ.

ເຈົ້າໜ້າທີ່ ກ່ຽວຂ້ອງ ລະບຸວ່າ ຄີ​ຊູນ​ລາ ເປັນ​ຢາ​ ປິ່ນປົວ​ ພຽງຊະນິດ​ດຽວ ທີ່​ມຸ້ງເປົ້າ​ໝາຍ ​ໄປ​ຍັງ ຄຣາບສະ​ສົມ ​ຂອງ ​ໂປຣຕິ​ນ ອະ​ໄມ​ລອຍ (Amyloid plaques) ພ້ອມດ້ວຍ ​ຫລັກ​ຖານ ​ໃນການ ສະ​ໜັບ​ສະ​ໜູນ ການ​ຢຸດ​ຢາ ຫລັງ​ຈາກ​ ກໍາຈັດ ​ຄຣາບ ສະ​ສົມ ​ຂອງ​ ໂປຣຕິ​ນ ອາ​ໄມ​ລອຍ​ແລ້ວ ຊຶ່ງຈະຊ່ວຍ​ຫລຸດ ​ຄ່າ​ໃຊ້​ຈ່າຍ ​ໃນ​ການ​ບຳບັດ​ ຮັກສາ ​ແລະ ຈຳນວນ​ການ ​ສັກ​ຢາ​ເຂົ້າ​ສູ່ ​ເສັ້ນ​ເລືອດ ອີກ​ດ້ວຍ./

 

KPL

ຂ່າວອື່ນໆ


Top