ກຳປູເຈຍ ອະນຸມັດໂຄງການລົງທຶນ 190 ໂຄງການ ໃນ6 ເດືອນຕົ້ນປີນີ້

08/07/2024 16:59
Email Print 198
KPL ນັບແຕ່ ເດືອນມັງກອນ ຫາເດືອນມິຖຸນາປີນີ້ ໄດ້ອະນຸມັດ ໂຄງການ ການລົງທຶນໃໝ່ ແລະ ເປີດກວ້າງ ການຜະລິດ ເພີ່ມອີກ ລວມເປັນ 190 ໂຄງການ, ດ້ວຍຍອດມູນຄ່າ ການລົງທຶນ ຫລາຍກວ່າ 3,2 ຕື້ ໂດລາ ສະຫະລັດ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສະພາມົນຕີ ການພັດທະນາ ຂອງກຳປູເຈຍ ໄດ້ເຜີຍແຜ່ ບົດລາຍງານ ຫລ້າສຸດ ສະບັບໜຶ່ງ ອອກມາວ່າ: ນັບແຕ່ ເດືອນມັງກອນ ຫາເດືອນມິຖຸນາປີນີ້ ໄດ້ອະນຸມັດ ໂຄງການ ການລົງທຶນໃໝ່ ແລະ ເປີດກວ້າງ ການຜະລິດ ເພີ່ມອີກ ລວມເປັນ 190 ໂຄງການ, ດ້ວຍຍອດມູນຄ່າ ການລົງທຶນ ຫລາຍກວ່າ 3,2 ຕື້ ໂດລາ ສະຫະລັດ, ຄາດຄະເນວ່າ ຈະສ້າງໂອກາດ ດ້ານການປະກອບ ອາຊີບ ຫລາຍກວ່າ 168.000 ຄົນ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ.ຈຳນວນ ໂຄງການ ການລົງທຶນ ທີ່ໄດ້ຮັບ ການອະນຸມັດ ໃນ 6 ເດືອນ ຕົ້ນປີນີ້ ໄດ້ເພີ່ມຂຶ້ນອີກ 77 ໂຄງການ ເມື່ອທຽບໃສ່ ປີກາຍ ເພີ່ມຂຶ້ນເປັນ 68%; ຍອດມູນຄ່າ ການລົງທຶນ ກໍໄດ້ເພີ່ມຂຶ້ນ ຫລາຍກວ່າ 190% ໂດຍມີມູນຄ່າ 1,1 ຕື້ໂດລາ ສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top