ອອປສ ຍົກລະດັບຄວາມຮູ້ວຽກລະບົບຫ້ອງການທັນສະໄໝ

08/07/2024 16:55
Email Print 227
KPL ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ວຽກງານລະບົບຫ້ອງການທັນສະໄໝ E-Office ໃຫ້ແກ່ພະນັກງານ ອົງການໄອຍະການປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ລະຫວ່າງ 8-11 ກໍລະກົດ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນມາ ດວງມາລາສິນ ຮັກສາການຫົວໜ້າຫ້ອງການ ອອປສ, ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສຶ່ສານ.




ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ວຽກງານລະບົບຫ້ອງການທັນສະໄໝ
E-Office ໃຫ້ແກ່ພະນັກງານ ອົງການໄອຍະການປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ລະຫວ່າງ 8-11 ກໍລະກົດ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນມາ ດວງມາລາສິນ ຮັກສາການຫົວໜ້າຫ້ອງການ ອອປສ, ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສຶ່ສານ.

ຊຸດ​ອົບຮົມຄັ້ງນີ້, ສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ສະພາບການຫັນເປັນທັນສະໄໝ ຂອງລັດຖະບານ, ລະບົບຫ້ອງການທັນສະໄໝ, ການໃຊ້ລະບົບ ແລະ ທົດລອງນຳໃຊ້ລະບົບພື້ນຖານ, ການເຂົ້າລະບົບ ແລະ ການແກ້ໄຂຂໍ້ມູນພື້ນຖານ, ການຮ່າງເອກະສານຂາເຂົ້າ, ການສ້າງແຟ້ມ ເອກະສານຂາອອກ, ການຮ່າງເອກະສານຂາອອກ, ການນຳໃຊ້ລະບົບ ຫ້ອງການທັນສະໄໝຜ່ານໂທລະສັບມືຖື, ການກວດຂໍ້ມູນ ແລະ ດຳເນີນການເອກະສານຂາເຂົ້າ ຜ່ານໂທລະສັບມືຖື, ການກວດຂໍ້ມູນ ແລະ ດຳເນີນການເອກະສານຂາອອກ ຜ່ານໂທລະສັບມືຖື ແລະ ອື່ນໆ.

 

ທ່ານ ບຸນມາ ດວງມາລາສິນ ໄດ້ກ່າວວ່າ: ການຈັດຊຸດຝຶກອົບຮົມຄັ້ງນີ້
, ແນໃສ່ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃນການຫັນເປັນ ລະບົບບໍລິຫານລັດຖະບານດີຈິຕອນ ເພື່ອເພີ່ມປະສິດທິພາບ ການດໍາເນີນງານຂອງລັດຖະບານ, ນໍາເອົາການບໍລິການຂອງລັດ ໄປສູ່ປະຊາຊົນ ໂດຍນໍາໃຊ້ເອເລັກໂຕຣ ນິກເປັນການສື່ສານ ໃນການໃຫ້ບໍລິການ ແນໃສ່​ເຮັດໃຫ້ວຽກງານມີປະສິດທິຜົນສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ. ທັງນີ້, ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຂອງອົງການໄອຍະການປະຊາຊົນ ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ລະບົບຫ້ອງການທັນສະໄໝ E-Office ຮູບແບບ ແລະ ວິທີການນໍາໃຊ້ ແລະ ໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດ ແຜນພັດທະນາວຽກງານອົງ ການໄອຍະການປະຊາຊົນ ຫັນເປັນທັນສະໄໝໃນອະນາຄົດ ແລະ ຫັນເປັນລັດຖະບານດີຈິຕອນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ສຳມະນາກອນ ຈົ່ງສຸມຈິດ¬ໃຈໃສ່ຮັບຟັງ, ຄົ້ນຄ້ວາ, ປະກອບຄຳເຫັນ ແລະ ປຶກສາຫາລືກັນ ຢ່າງກວ້າງຂວາງ ເພື່ອໃຫ້ເນື້ອໃນຈິດໃຈ ຂອງການ​ສໍ​າມະ​ນາຄັ້ງນີ້ ເກີດຜົນປະໂຫຍດສູງສຸດ.

ຂ່າວ: ກິດຕາ

ພາບ: ເກດສະໜາ
KPL

ຂ່າວອື່ນໆ


Top