ສວນອາຈານເນ້ ຖົ່ວລຽນລາວ ຈະເປັນ ແຫລ່ງທ່ອງທ່ຽວ ແຫ່ງໃໝ່ ຢູ່ເມືອງວັງວຽງ

08/07/2024 17:03
Email Print 286
KPL ຂປລ. ສວນໝາກຖົ່ວລຽນ ຂອງອາຈານ ດວງດາວວອນ ສຸລິຍະວົງສາ ຫລື ສວນອາຈານເນ້ ຖົ່ວລຽນລາວ ຕັ້ງຢູ່ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ເປັນສວນຖົ່ວລຽນ ທີ່ມີເນື້ອທີ ກວ້າງ ຂວາງ, ຕິດກັບສາຍນ້ຳຊອງ, ມີເສັ້ນທາງລົດໄຟແລ່ນຜ່ານ, ມີທິວທັດທຳມະຊາດ ທີ່ສວຍງາມ ​ໂດຍອາ ຈານເນ້ ຈະພັດທະນາສວນດັ່ງກ່າວ, ໃຫ້ກາຍເປັນແຫລ່ງທ່ຽວ ອີກແຫ່ງໜຶ່ງຂອງເມືອງວັງວຽງ ​ເຊິ່ງ ຈະເປັນໃບໜ້າໃໝ່ ຂອງແຂວງວຽງຈັນ ກໍຄື ຂອງ ສປປ ລາວ



ຂປລ. ສວນໝາກຖົ່ວລຽນ ຂອງອາຈານ ດວງດາວວອນ ສຸລິຍະວົງສາ ຫລື ສວນອາຈານເນ້ ຖົ່ວລຽນລາວ ຕັ້ງຢູ່ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ເປັນສວນຖົ່ວລຽນ ທີ່ມີເນື້ອທີ ກວ້າງ ຂວາງ
, ຕິດກັບສາຍນ້ຳຊອງ, ມີເສັ້ນທາງລົດໄຟແລ່ນຜ່ານ, ມີທິວທັດທຳມະຊາດ ທີ່ສວຍງາມ ​ໂດຍອາ ຈານເນ້ ຈະພັດທະນາສວນດັ່ງກ່າວ, ໃຫ້ກາຍເປັນແຫລ່ງທ່ຽວ ອີກແຫ່ງໜຶ່ງຂອງເມືອງວັງວຽງ ​ເຊິ່ງ ຈະເປັນໃບໜ້າໃໝ່ ຂອງແຂວງວຽງຈັນ ກໍຄື ຂອງ ສປປ ລາວ ເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາ ສປປ ລາວ ກໍຄື ເຂົ້າມາເມືອງວັງວຽງ ໃຫ້ນັບ​ມື້ຫລາຍຂຶ້ນກວ່າເກົ່າ.




ທ່ານ ດວງດາວວອນ ສຸລິຍະວົງສາ ເຈົ້າຂອງສວນອາຈານເນ້ ຖົ່ວລຽນລາວ ໃຫ້ສຳພາດ ໃນວັນທີ
5 ກໍລະກົດ 2024 ຜ່ານມານີ້ວ່າ: ສວນອາຈານເນ້ ຖົ່ວລຽນລາວ ໄດ້ເລີ່ມບຸກເບີກ ມາແຕ່ປີ 2020, ໃນເນື້ອທີ່ທັງໝົດ 90 ເຮັກຕາ. ໃນນັ້ນ, ຈະປູກຖົ່ວລຽນ ໃຫ້ໄດ້ 9.200 ກວ່າຕົ້ນ, ມາຮອດປັດຈຸບັນ ສາມາດ ປູກຖົ່ວລຽນໄດ້ແລ້ວ 8.700 ກວ່າຕົ້ນ, ຄາດວ່າ ຈະສາມາດເກັບຜົນຜະລິດໄດ້ໃນປີ 2025 ເປັນຕົ້ນໄປ, ໃນເບື້ອງຕົ້ນ ຄາດວ່າຈະສາມາດເກັບຜົນຜະລິດ ໄດ້ປະມານ 4.500 ຕົ້ນ, ຜົນຜະລິດໄດ້ປະມານ 40 ກິໂລຕໍ່ໜຶ່ງຕົ້ນ ແລະ ຄາດວ່າຈະສາມາດເກັບກ່ຽວ ຜົນຜະລິດໄດ້ທັງໝົດທົ່ວສວນ ໃນປີ 2027. ສຳລັບ ໝາກຖົ່ວລຽນ ທີ່ນຳມາປູກມີ 7 ສາຍພັນ ຄື: ສາຍພັນ ມູຊັນຄິງ, ໜາມດຳ, ກ້ານຍາວ, ພວງມະນີ, ກະດຸມ, ໝອນທອງ ແລະ ແດງອິນໂດ. ໃນນີ້, ສ່ວນໃຫຍ່ແມ່ນປູກສາຍພັນໝອນທອງ ເຊິ່ງຜົນຜະລິດທີ່ຈະເກັບກ່ຽວໄດ້ໃນເບື້ອງຕົ້ນ ຈະຈຳໜ່າຍ ໃຫ້ກັບກຸ່ມລູກຄ້າ ຕະຫລາດພາຍໃນເປັນຫລັກ ໂດຍຈະໃຫ້ບຸລິມະສິດ ວາງຈໍາໜ່າຍຢູ່ບັນດາແຂວງ, ບັນດາເມືອງ ທີ່ເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງ ສປປ ລາວ ມາເປັນອັນດັບທຳອິດ ເພື່ອໂຄສະນາປະຊາສຳພັນ ໃຫ້ຕ່າງປະ​ເທດ ຮູ້ເຖິງລົດຊາດໝາກຖົ່ວລຽນລາວ ໄດ້ກວ້າງຂວາງຫລາຍຍິ່ງຂຶ້ນ ແລະ ໃນອະນາຄົດ ມີແຜນຈະສົ່ງອອກຖົ່ວລຽນລາວ ໄປຕະຫລາດຕ່າງປະເທດ ເປັນຕົ້ນ ສົ່ງອອກໄປ ສປ ຈີນ ທີ່ເປັນຕະຫລາດໃຫຍ່ ມີຜູ້ນິຍົມບໍລິ ໂພກຖົ່ວລຽນຫລາຍ.




ພ້ອມກັນນີ້
, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງຈະພັດທະນາສວນຖົ່ວລຽນ ໃຫ້ເປັນແຫລ່ງທ່ອງທ່ຽວ ອີກແຫ່ງໜຶ່ງພາຍໃນເມືອງວັງວຽງ ໂດຍຈະສ້າງໃຫ້ມີສູນທັດສະນະສຶກສາ, ຄົ້ນຄວ້າກ່ຽວກັບໝາກຖົ່ວລຽນໃນລາວ ໂດຍມີແນວພັນ ລວມເຖິງອຸປະກອນຕ່າງໆ ທີ່ຮັບໃຊ້ໃນການ ປູກໝາກຖົ່ວລຽນ ໃຫ້ໃຫ້ນັກທ່ອງທ່ຽວ ໄດ້ສຳພັດຕົວຈິງ. ພ້ອມທັງຈະສ້າງຮ້ານອາຫານ ທີ່ມີຄວາມໂດດເດັ່ນ ໃນລັກສະນະເປັນໂຮມສະເຕເທິງໜ້ານ້ຳ ​ໃຫ້ນັກທ່ອງທ່ຽວສາມາດເຫັນວິຊີວິດການຫາປາ ຂອງປະຊາຊົນໃນຂົງເຂດດັ່ງກ່າວ, ຈະມີຜະລິດຕະພັນຊຸມຊົນວາງຈຳໜ່າຍ ໃຫ້ນັກທ່ອງທ່ຽວ ຊື້ເປັນເຄື່ອງຕ້ອນຂອງ ຝາກນຳດ້ວຍ ແລະ ຈະສ້າງຮ້ານກາເຟ ທີ່ສູງພຽງທາງລົດໄຟ ​ແລະ ຈະສ້າງໃຫ້ມີຫໍເບິ່ງດາວ ທີ່ເປັນຈຸດຊົມວິວສູງສຸດ ຢູ່ພາຍໃນສວນແຫ່ງນີ້.

ພ້ອມ​ກັນ​ນີ້, ໃນອະນາຄົດ ທ່ານ ດວງດາວວອນ ສຸລິຍະວົງສາ ຈະພັດທະນາໃຫ້ມີສາຍພັນຖົ່ວລຽນ ທີ່ເປັນເອກະລັກສະເພາະ ຂອງປະເທດລາວອີກດ້ວຍ ​ແລະ ຈະເປີດຮັບນັກຮຽນ-ນັກສຶກສາ ຜູ້ທີ່ສົນໃຈໃນການປູກໝາກຖົ່ວລຽນ ສາມາດລົງມາຝຶກງານ, ມາຮຽນຮູ້ກ່ຽວກັບ ການປູກ-ການບົວລະບັດ ຮັກສາຕົ້ນຖົ່ວລຽນ ຕົວຈິງໃນສວນໄດ້ ໂດຍຈະມີເງິນເດືອນໃຫ້ຕື່ມອີກ. ພ້ອມ​ທັງຈະຂຽນປຶ້ມຄູ່ມື ໃນການປູກໝາກຖົ່ວລຽນ ເປັນສະບັບພາສາລາວ ມອບໃຫ້ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ ແລະ ໂຮງຮຽນວິຊາຊີບຕ່າງໆໃນລາວ ເພື່ອປະກອບສ່ວນສົ່ງເສີມ ເອົາຄວາມຮູ້ກ່ຽວກັບການປູກໝາກ ຖົ່ວລຽນ ໃຫ້ນັກຮຽນ-ນັກສຶກສາ ແລະ ຜູ້ທີ່ມີຄວາມສົນໃຈໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮູ້ກ່ຽວກັບການປູກໝາກຖົ່ວລຽນຫລາຍຂຶ້ນ.

​ໂອກາດ​ນີ້, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງໄດ້ຝາກເຖິງຜູ້ປະກອບການ, ນັກທຸລະກິດ, ກະສິກອນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີກຳລັງຊັບ, ມີທຶນຮອນ, ຖ້າມີຄວາມສົນໃຈ ຢາກສ້າງສວນໝາກຖົ່ວລຽນ ສາມາດຕິດພົວພັນໄດ້ທີ່ Facebook “ອາຈານເນ້ຖົ່ວລຽນລາວຫລື ສາມາດມາຄົ້ນຄວ້າ,​ ມາຮັບຄຳປຶກສາກ່ອນຈະລົງທຶນ ເຮັດທຸລະກິດກ່ຽວກັບສວນຖົ່ວລຽນ ນຳອາຈານໄດ້ໂດຍກົງ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top