ທະນາຄານໂລກ ສະຫງວນເງິນຊຸກຍູ້ການຫັນເປັນດີຈີຕອນຢູ່ອາຟຣິກາ 2,5 ຕື້ໂດລາ

08/07/2024 17:08
Email Print 254
KPL ທະນາຄານໂລກ (WB) ຫາກໍ ຜັນຂະຫຍາຍ ໂຄງການໃໝ່ ທີ່ມີມູນຄ່າ 2,48 ຕື້ໂດລາ ສະຫະລັດ ເພື່ອແນໃສ່ ເພີ່ມທະວີ ຄວາມສາມາດ ເຂົ້າເຖິງ ອິນເຕີເນັດ ແລະ ນຳໃຊ້ ບັນດາ ການບໍລິການ ເຕັກນິກ ດີຈີຕອນ ໄດ້ຢ່າງຮອບດ້ານ ໃຫ້ແກ່ ປະຊາຊົນ ເຂດທາງ ທິດຕາເວັນອອກ ແລະ ພາກໃຕ້ ອາຟຣິກາ ຫລາຍກວ່າ 180 ລ້ານຄົນ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ວັນທີ7 ກໍລະກົດນີ້, ທະນາຄານໂລກ (WB) ຫາກໍ ຜັນຂະຫຍາຍ ໂຄງການໃໝ່ ທີ່ມີມູນຄ່າ 2,48 ຕື້ໂດລາ ສະຫະລັດ ເພື່ອແນໃສ່ ເພີ່ມທະວີ ຄວາມສາມາດ ເຂົ້າເຖິງ ອິນເຕີເນັດ ແລະ ນຳໃຊ້ ບັນດາ ການບໍລິການ ເຕັກນິກ ດີຈີຕອນ ໄດ້ຢ່າງຮອບດ້ານ ໃຫ້ແກ່ ປະຊາຊົນ ເຂດທາງ ທິດຕາເວັນອອກ ແລະ ພາກໃຕ້ ອາຟຣິກາ ຫລາຍກວ່າ 180 ລ້ານຄົນ.ໂຄງການ ຫັນເປັນດີຈີຕອນ ຢ່າງຮອບດ້ານ ຢູ່ອາຟຣິກາ ຫລື  IDEA ຈະສຸມໃສ່ ການແກ້ໄຂ ບັນດາ ສິ່ງທ້າທາຍ ດີຈີຕອນທົ່ວໄປ.ໂຄງ ການ ດັ່ງກ່າວ ສຸມໃສ່ ການເຊື່ອມໂຍງ, ລວມທັງ ແມ່ຍິງ, ຊາວໜຸ່ມ, ຜູ້ອາຍຸສູງ, ຄົນພິການ ແລະ ປະຊາຊົນ ທີ່ດຳລົງຊີວິດ ຢູ່ເຂດຊົນນະບົດ ເພື່ອຮັບປະກັນ ໃຫ້ເຂົາເຈົ້າມີສິດເຂົ້າ ເຖິງ ອິນເຕີເນັດ ແລະ ໄດ້ຊົມໃຊ້ ທຸກຜົນປະໂຫຍດ ເຊິ່ງ ອິນເຕີເນັດ ນຳມາໃຫ້ ຢ່າງສະເໝີພາບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top