ບຣິກສ ເລັ່ງພັດທະນາສະກຸນເງິນລວມ

08/07/2024 16:52
Email Print 197
KPL ບັນດາ ປະເທດ ບຣິກສ (BRICS) ພວມພັດທະນາ ກົນໄກ ແລະ ເຄື່ອງມື ຂອງລະບົບ ການເງິນ ເອກະລາດ ຢ່າງສິ້ນເຊີງກັບ ສະກຸນເງິນ ໂດລາສະຫະລັດ.

            ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ວັນທີ 7 ກໍລະກົດນີ້, ເວທີປາໄສ ສັນຕິພາບໂລກ ຄັ້ງທີ 12 ພວມຈັດຂຶ້ນຢູ່ ປັກກິ່ງ ຂອງ ສປ ຈີນ, ທ່ານ ອີກໍ ມໍກູລໍຟ(Igor Morgulov) ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປ ຈີນ ເປີດເຜີຍວ່າ: ບັນດາ ປະເທດ ບຣິກສ (BRICS) ພວມພັດທະນາ ກົນໄກ ແລະ ເຄື່ອງມື ຂອງລະບົບ ການເງິນ ເອກະລາດ ຢ່າງສິ້ນເຊີງກັບ ສະກຸນເງິນ ໂດລາສະຫະລັດ. ປັດຈຸບັນ ການສ້າງ ສະກຸນເງິນລວມ ພາຍໃນກຸ່ມ ແມ່ນມີທ່າອ່ຽງ ທີ່ຈຳເປັນ, ແຕ່ກໍຕ້ອງໃສ່ໃຈວ່າ  ບໍ່ຄວນຄອງຄອຍ ຈະມີການປ່ຽນແປງ ໃນອະນາຄົດ ໃກ້ໆນີ້. ກ່ອນໜ້ານີ້, ທ່ານ ແອນທັນ ຊີລານໍຟ (An ton Siluanov) ລັດຖະມົນຕີ ກະຊວງ ການເງິນ ຣັດເຊຍ ໃຫ້ຮູ້ວ່າ: ຣັດເຊຍ ໄດ້ເຊີນ ບັນດາ ປະເທດ ສະມາຊິກ BRICS ແລະ ບັນດາຄູ່ຮ່ວມມື ຂອງສະຫະພັນນີ້ ດຳເນີນການຊຳລະ ຂ້າມຊາຍແດນ ໃນລະບົບຊຳລະ BRICS Bridge. ຣັດເຊຍ ຖືວ່າ ລະບົບຊຳລະດັ່ງກ່າວ ຈະແກ້ໄຂ ການແບ່ງແຍກ ຂອງລະບົບ ຊຳລະ ໃນປັດຈຸບັນ ທີ່ຢູ່ນອກພື້ນຖານ ໂຄງລ່າງ ທີ່ບໍ່ເປັນມິດຂອງຝ່າຍຕາເວັນຕົກ./.       

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top