ຫວຽດເຈັດ ເປີດເສັ້ນທາງໃໝ່ ໃນປະເທດຈີນ ແລະ ສ ເກົາຫລື

08/07/2024 16:47
Email Print 1323
KPL ສາຍການບິນຫວຽດເຈັດ (Vietjet) ໄດ້ສ້າງບາດກ້າວຄັ້ງໃໝ່ ໃນການເຊື່ອມຕໍ່ສາຍການບິນຜ່ານພາກພື້ນອາຊີປາຊີຟິກ ດ້ວຍການເປີດບໍລິການໂດຍກົງແຫ່ງທຳອິດທີ່ເຊື່ອມຕໍ່ນະຄອນໂຮຈີ່ມິນ - ຊີອານ (Xi'an) ປະເທດ ຈີນ ແລະ ເສັ້ນທາງ Nha Trang (ສສ ຫວຽດນາມ) - Daegu (ສ ເກົາຫລີ), ຊຶ່ງເປັນການເສີມຂະຫຍາຍຄວາມມຸ່ງໝັ້ນຂອງ Vietjetໃນການນຳສະເໜີໂອກາດການເດີນທາງທີ່ສະດວກສະບາຍ ແລະ ລາຄາທີ່ເໝາະສົມ. ພ້ອມທັງເສີມຂະຫຍາຍການເຊື່ອມຕໍ່ທາງອາກາດທົ່ວອາຊີຕາເວັນອອກສຽງໃຕ້ ແລະ ອາຊີຕາເວັນອອກສຽງເໜືອ ລວມທັງປະເທດລາວ.

ສາຍການບິນຫວຽດເຈັດ (Vietjet) ໄດ້ສ້າງບາດກ້າວຄັ້ງໃໝ່ ໃນການເຊື່ອມຕໍ່ສາຍການບິນຜ່ານພາກພື້ນອາຊີປາຊີຟິກ ດ້ວຍ​ການ​ເປີດ​ບໍລິການ​ໂດຍ​ກົງ​ແຫ່ງ​ທຳ​ອິດ​ທີ່​ເຊື່ອມ​ຕໍ່​ນະຄອນໂຮຈີ່ມິນ ​- ຊີອານ (Xi'an) ປະເທດ ຈີນ ​ແລະ ​ເສັ້ນທາງ Nha Trang (ສສ ຫວຽດນາມ) - Daegu (ສ ​ເກົາຫລີ), ຊຶ່ງເປັນການເສີມ​ຂະຫຍາຍ​ຄວາມມຸ່ງໝັ້ນຂອງ Vietjet​ໃນ​ການ​ນຳ​ສະ​ເໜີ​ໂອກາດການ​ເດີນ​ທາງ​ທີ່​ສະດວກ​ສະບາຍ ​ແລະ ລາຄາທີ່ເໝາະສົມ. ພ້ອມ​ທັງ​ເສີມ​ຂະຫຍາຍ​ການ​ເຊື່ອມຕໍ່ທາງ​ອາກາດ​ທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ ລວມທັງປະເທດ​ລາວ.

ພິທີປະກາດເສັ້ນທາງ Nha Trang - Daegu ແມ່ນກົງກັບວັນຄົບຮອບ 10 ປີ ຂອງVietjet ທີ່ໄດ້ດຳເນີນງານປະສົບຜົນສຳເລັດລະຫວ່າງຫວຽດນາມ ແລະ ສ ເກົາຫລີ. ການ​ບໍ​ລິ​ການ​ເຊື່ອມ​ຕໍ່​ເມືອງ​ແຄມ​ທະ​ເລ Nha Trang ຂອງ​ຫວຽດ​ນາມກັບ​ເມືອງ Daegu ທີ່​ໃຫຍ່​ອັນ​ດັບ​ທີ 4 ຂອງ ສ ເກົາຫລີ ແມ່ນເລີ່ມ​ແຕ່​ວັນ​ທີ 27 ຕຸລາ 2024 ແລະມີຖ້ຽວບິນ​ໄປ​ກັບ 7 ຄັ້ງ​ຕໍ່​ອາ​ທິດ ເພື່ອສະເຫລີມສະຫລອງເສັ້ນທາງບິນໃໝ່ນີ້ Vietjet ໄດ້ຈັດໂປຣໂມຊັນພິເສດແຕ່ມື້ນີ້ຈົນເຖິງວັນທີ 07 ກໍລະກົດ 2024 ດ້ວຍປີ້ຍົນໜຶ່ງລ້ານໃບ, ໃນລາຄາເລີ່ມຕົ້ນທີ່ 55 ໂດລາສະຫະລັດ (ລວມພາສີ ແລະ ຄ່າທຳນຽມ) ໃນ ເຄືອຂ່າຍສາຍບິນທັງໝົດ. ທ່ານສາມາດຈອງຖ້ຽວບິນໃນລະຫວ່າງວັນທີ 22  ສິງຫາ2024 ຫາ 22 ພຶດສະພາ 2025 (ບໍ່ລວມມື້ພັກລັດຖະການ ແລະ ມື້ພັກອື່ນໆ) ຜ່ານທາງ www.vietjetair.com ແລະ ແອັບມືຖື Vietjet Air.

ປັດຈຸບັນສາຍການບິນ Vietjet ແມ່ນຜູ້ປະກອບການໃຫຍ່ທີ່ສຸດ ລະຫວ່າງ ຫວຽດນາມ ແລະ ສ ເກົາຫລີ ໃນການບໍລິການທາງອາກາດ, ທີ່ມີຖ້ຽວບິນເຊື່ອມຕໍ່ Ho Chi Minh City, Hanoi, Hai Phong, Da Nang, Nha Trang, Phu Quoc,Da LatກັບSeoul, BusanແລະDaegu. ​ໃນ​​ປີທີ່ຜ່ານມາ ສາຍການບິນຫວຽດເຈັດ ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເດີນທາງ​ ລະຫວ່າງ​ ສອງ​ປະ​ເທດ ຊຶ່ງໄດ້ຂົນ​ສົ່ງ​ຜູ້​ໂດຍສານ10 ລ້ານ​ຄົນ​ ດ້ວຍບໍລິການປົກກະຕິ ​ໂດຍ​ກົງ ​37 ​ລາຍການ ພ້ອມຍັງຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ.

ນອກຈາກນັ້ນ, ໃນວັນທີ 01 ກໍລະກົດ, ການຂະຫຍາຍຕົວຂອງ Vietjet ໄປຍັງ ສປຈີນ ໄດ້ສືບຕໍ່ດ້ວຍນຳໃຊ້ຖ້ຽວບິນໂດຍກົງຈາກນະຄອນໂຮ່ຈີມິນ ເມືອງ​ໃຫຍ່​ຂອງ​ຫວຽດນາມ ໄປ​ເມືອງ Xi'an ຊຶ່ງ​ເປັນ​ເມືອງ​ປະຫວັດສາດ​ທີ່​ເກົ່າແກ່​ຂອງ​ ສປຈີນ ສາຍການບິນ Vietjet ເປັນສາຍການບິນດຽວທີ່ໃຫ້ບໍລິການເຊື່ອມຕໍ່ໂດຍກົງກັບ 4 ຖ້ຽວບິນໄປກັບຕໍ່ອາທິດ, ທີ່ພາຍຫລັງ​ທີ່ໄດ້​ເປີດ​ບໍ​ລິ​ການ​ຢູ່​ນະຄອນ Shanghai​ແລະ​ເມືອງ Chengdu ໃນ​ຕົ້ນ​ປີ​ນີ້​. ນັກ​ທ່ອງ​ທ່ຽວ​ຈາກ​ລາວ​ ຍັງ​ສາ​ມາດ​ສຳ​ຜັດ​​ຄວາມສວຍສົດງົດ​ງາມ​ທາງວັດ​ທະ​ນະ​ທຳ​ຂອງ​ ສອງ​ປະ​ເທດ​ຜ່ານ​ເສັ້ນ​ທາງ​ໃໝ່​ຂອງ Vietjet ໃນ​ປີ​ນີ້ ເຊິ່ງເຊື່ອມຕໍ່ນະຄອນຫລວງວຽງຈັນ ຫານະຄອນໂຮ່ຈີ່ມິນ, ກັບ 4 ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ແຕ່ລະຖ້ຽວບິນຈະໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ.

ຜູ້​ໂດຍສານ​ທີ່​ບິນ​ກັບການບິນ Vietjet ສາມາດ​ຮັບ​ປະທານ​ອາຫານ​ຫວຽດນາມ ​ແລະ ສາກົນ​ທີ່​ຫລາກ​ຫລາຍ, ​ໃນ​ນັ້ນ​ຈະມີເຝີ, ເຂົ້າຈີ່​ ແລະ Ca Phe Sua Da (ກາເຟນົມເຢັນຫວຽດນາມ) ໃຫ້ບໍລິການ ໂດຍລູກເຮືອມືອາຊີບເທິງເຮືອບິນທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ. ນອກຈາກນັ້ນ, ຜູ້ໂດຍສານ Vietjet ທຸກຄົນຈະໄດ້ຮັບປະກັນໄພSkyCare ຟຣີ ແລະ ສະມາຊິກ SkyJoy ເມື່ອຈອງໃນຊ່ວງໂປຣໂມຊັນນີ້ ຈະໄດ້ຮັບ 200 ຄະແນນ ເພື່ອແລກຂອງຂວັນ ແລະ ເຂົ້າຮ່ວມກິດຈະກໍາການຈັບສະຫລາກລາງວັນ. (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ) ຂໍ້ມູນເພີ່ມເຕີມທີ່www.vietjetair.com

KPL

ຂ່າວອື່ນໆ


Top