KPL
ເຈົ້າໜ້າທີ່ ທາງການ ຈີນ ເລັ່ງຍົກຍ້າຍ ປະຊາຊົນ ຫລາຍກວ່າ 5.700ຄົນ ໃຫ້ໄປຢູ່ ເຂດປອດໄພ ຈາກເຫດການເຂື່ອນແຕກ ໂດຍມີ ເຈົ້າໜ້າທີ່ ກູ້ໄພ ຫລາຍກວ່າ 2.300ຄົນ ພວມເລັ່ງເຮັດວຽກ ເພື່ອສ້າງແນວກັ້ນນ້ຳທີ່ 2 ເພື່ອປ້ອງກັນ ນ້ຳຖ້ວມ ດ້ວຍການນຳໃຊ້ ຫີນ ຫລາຍກວ່າ 55.000ໂຕນ ໄປຖົມໃສ່ ຈຸດເຂື່ອນແຕກ ເມື່ອບໍ່ດົນມານີ້
ຂປລ.ຕາມຂ່າວຈາກ CCTV, ເຈົ້າໜ້າທີ່ ທາງການ ຈີນ ເລັ່ງຍົກຍ້າຍ ປະຊາຊົນ ຫລາຍກວ່າ 5.700ຄົນ ໃຫ້ໄປຢູ່ ເຂດປອດໄພ ຈາກເຫດການເຂື່ອນແຕກ ໂດຍມີ ເຈົ້າໜ້າທີ່ ກູ້ໄພ ຫລາຍກວ່າ 2.300ຄົນ ພວມເລັ່ງ ເຮັດວຽກ ເພື່ອສ້າງ ແນວກັ້ນນ້ຳທີ່ 2 ປ້ອງກັນ ນ້ຳຖ້ວມ ດ້ວຍການນຳໃຊ້ ຫີນ ຫລາຍກວ່າ 55.000ໂຕນ ໄປຖົມໃສ່ ຈຸດເຂື່ອນແຕກ ເມື່ອບໍ່ດົນມານີ້ ຊຶ່ງເປັນເຂື່ອນ ກັ້ນທະເລສາບ ດົງທີິ້ງ ເປັນທະເລສາບ ນ້ຳຈືດ ທີ່ໃຫຍ່ທີ່ສຸດ ອັນດັບສອງ ຂອງ ສປ ຈີນ ຢູ່ແຂວງຫູໜານ ໄດ້ເກີດມີຮອຍແຕກ ເປັນທາງຍາວ 226 ແມັດ ຂະຫຍາຍ ອອກຈາກ ຈຸດແຕກ ທຳອິດພຽງ 10 ແມັດ, ແຕ່ຍັງບໍ່ທັນມີ ລາຍງານ ຜູ້ບາດເຈັບ ຫລື ເສຍຊີວິດ ຈາກເຫດການ ໃນຄັ້ງນີ້ ຂະນະນີ້ ນ້ຳທີ່ອອກມາ ຈາກຮອຍແຕກ ໄດ້ໄຫລຜ່ານ ເຂົ້າໄປຖ້ວມ ເຮືອນຂອງປະຊາຊົນ ເປັນບໍລິເວນກວ້າງ ໂດຍພື້ນທີ່ ຖືກຜົນກະທົບ ໜັກສຸດ ແມ່ນຢູ່ໃກ້ກັບບ້ານ ຕວນເປີຍ (Tuanbei)ກວມເອົາເນື້ອທີ່ ປະມານ 50 ກິໂລຕາແມັດ.ປັດຈຸບັນ ທຸກໜ່ວຍງານ ທີ່ກ່ຽວຂ້ອງ ເລັ່ງລະດົມກຳລັງ ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL