ກຳມາທິການຕ່າງປະເທດ ເອົາໃຈໃສ່ປະຕິບັດໜ້າທີເພື່ອຜົນປະໂຫຍດລວມ

04/07/2024 07:31
Email Print 166
KPL ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດໃຫ້ຮູ້ວ່າ: ໃນໄລຍະແຕ່ກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຮອດປັດຈຸບັນ, ກຳມາທິການການຕ່າງປະເທດ ແລະ ບັນດາກຳມະການຂອງກຳມາທິການ ການຕ່າງປະເທດໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຫ້າວຫັນ ໃນການເປັນເສນາທິການຄົ້ນຄວ້າພິຈາລະນາການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດວຽກງານການຕ່າງປະເທດ

     *ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດໃຫ້ຮູ້ວ່າ: ໃນໄລຍະແຕ່ກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຮອດປັດຈຸບັນ, ກຳມາທິການການຕ່າງປະເທດ ແລະ ບັນດາກຳມະການຂອງກຳມາທິການ ການຕ່າງປະເທດໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຫ້າວຫັນ ໃນການເປັນເສນາທິການຄົ້ນຄວ້າພິຈາລະນາການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດວຽກງານການຕ່າງປະເທດ, ໃນນັ້ນໄດ້ເຂົ້າຮ່ວມແຕ່ຫົວທີໃນການຄົ້ນຄວ້າກ່ຽວກັບການສ້າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ຮ່ວມກັບກະຊວງການຕ່າງປະເທດ ແລະ ກຳມາທິການກ່ຽວຂ້ອງພາຍໃນສະພາແຫ່ງຊາດ ແລະ ໄດ້ຮັບຮອງເອົາຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 02 ແລະ ກົດໝາຍວ່າດ້ວຍໜັງສືຜ່ານແດນ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX; ໄດ້ປະສານສົມທົບກັບກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ຂະແໜງການຕ່າງໆຂອງລັດຖະບານ ນຳເອົາບັນດາກົດໝາຍຕ່າງໆເຂົ້າຜ່ານ ແລະ ຮັບຮອງເອົາ ຢູ່ກອງປະຊຸມສະໄໝສາມັນແຕ່ລະເທື່ອຂອງສະພາແຫ່ງຊາດ ຊຸດທີ IX.

     ພ້ອມດຽວກັນນັ້ນ, ກໍ່ໄດ້ມີການຈັດກອງປະຊຸມແລກປ່ຽນບົດຮຽນ ກັບຝ່າຍຫວຽດນາມ ໃນຮູບແບບທາງໄກ່ຽວກັບກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ແລະ ກົດໝາຍວ່າດ້ວຍການສຳຫລວດວັດແທກ ແລະ ແຜນທີ່ແຫ່ງຊາດ. ກຳມາທິການ ການຕ່າງປະເທດໃນນາມເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ໄດ້ເອົາໃຈໃສ່ກະກຽມ ແລະ ຮ່າງເນື້ອໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ກັບລັດຖະສະພາຕ່າງປະເທດເຊັ່ນ: ສະພາແຫ່ງຊາດຫວຽດນາມຈຳນວນ 03 ສະບັບ, ລັດຖະສະພາໄທ 01 ສະບັບ, ສະພາແຫ່ງຊາດ ກໍາປູເຈຍ 02 ສະບັບ, ລົງນາມບົດບັນທຶກຄວາມເຂ້ົາໃຈວ່າດ້ວຍການຮ່ວມມື ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ກັບຄະນະເລຂາທິການສະພາຄູຣານໃຫຍ່ມົງໂກລີ 01 ສະບັບ, ສະພາຄູຣານໃຫຍ່ແຫ່ງ ມົງໂກລີ 01 ສະບັບ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ 1 ສະບັບ; ໄດ້ເຊັນບົດບັນທຶກວ່າດ້ວຍການຍົກລະດັບກອງປະຊຸມສາມສະພາແຫ່ງຊາດກຳປູເຈຍ, ລາວ, ຫວຽດນາມ (CLV); ລົງນາມບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານລະຫວ່າງກຳມາທິການ ການຕ່າງປະເທດສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ 01 ສະບັບ, ຄົ້ນຄວ້າແລະລາຍງານກ່ຽວກັບຮ່າງບົດບັນທຶກການຮ່ວມ ມື 08 ສະບັບ.

   ນອກນັ້ນ, ກໍາມາທິການການຕ່າງປະເທດ ຍັງເປັນເຈົ້າການໃນ ການຮ່າງມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍ ການພິຈາລະນາໃຫ້ສັດຕະຍາບັນ ແກ່ສົນທິສັນຍາໂດຍການປະສານສົມທົບກັນກັບບັນດາກໍາມາທິການ ທີ່ກ່ຽວຂ້ອງພາຍໃນສະພາແຫ່ງຊາດ ຄົ້ນຄວ້າ ແລະ ນໍາເອົາບັນດາສົນທິສັນຍາ, ສັນຍາສາກົນເຂົ້າກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາ ແລະ ຕົກລົງເຂົ້າຮ່ວມເປັນພາຄີແລະໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນຈຳນວນ 04 ສະບັບ.

    ພ້ອມດຽວກັນນ້ີ, ກໍາມາທິການການຕ່າງປະເທດ ໃນນາມເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ໃນກອບສອງຝ່າຍ ແລະ ຫລາຍຝ່າຍ. ສຸດທ້າຍເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມມີປະສິດທິຜົນທຸກພາກສ່ວນຄວນເອົາໃຈໃສ່ບາງບັນຫາດັ່ງນີ້: ໃນຍຸກປັດຈຸບັນນີ້, ສປປ ລາວ ພວກເຮົາກໍາລັງພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຫລາຍ ບັນຫາໂດຍສະເພາະບັນຫາການເໜັງຕີງຂອງອັດຕາແລກປ່ຽນ, ລາຄາສິນຄ້າເພີ່ມຂຶ້ນສູງ, ບັນຫາ ເງິນເຟີ້ ແລະ ໜີ້ສິນຕ່າງປະເທດ; ສະນັ້ນ, ທຸກຄົນ, ນິຕິບຸກຄົນ, ພາກລັດ, ເອກະຊົນ ຕ້ອງໄດ້ຈັດຕັ້ງປະຕິບັດບັນດາກົດໜາຍທີ່ໄດ້ປະກາດໃຊ້ 167 ສະບັບໃຫ້ເຂັ້ມງວດລວມ ທັງບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກແລ້ວນັ້ນໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫລາຍຂຶ້ນ; ປັບປຸງສະພາບແວດລ້ອມ ແລະ ນະໂຍບາຍສົ່ງເສີມການລົງທຶນ ແລະ ການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ອຸດຕັນອອກໃຫ້ໄດ້; ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫລື ມີຄວາມຄືບໜ້າຊ້າ; ເລັ່ງປັບປຸງຂັ້ນຂອດການບໍລິການຂົນສົ່ງສິນຄ້າຜ່ານດ່ານຊາຍແດນ ແລະ ບັນດາທ່າບົກໃຫ້ງ່າຍດາຍ, ວ່ອງໄວ, ສະດວກກວ່າເກົ່າ ແລະ ຫລຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນເພື່ອສາມາດແຂ່ງຂັນໃນການເຊື່ອມຈອດ ແລະ ເຊື່ອມໂຍງກັບສາກົນ ໂດຍເລັ່ງຄົ້ນຄວ້າການເກັບຄ່າບໍລິການຜ່ານທ່າບົກ, ການຂົນສົ່ງສິນຄ້າຜ່ານທາງລົດໄຟ, ທາງລົດບັນທຸກຂົນສົ່ງສິນຄ້າ, ຄ່າທຳນຽມ, ຄ່າບໍລິການຜ່ານດ່ານ ໃຫ້ເໝາະສົມ ແລະ ເປັນເອກະພາບກັນ; ສົ່ງເສີມການຜະລິດກະສິກໍາ ທີ່ຕິດພັນກັບການບໍລິການ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫລາຍ; ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາໃຫ້ແຂງແຮງກວ່າເກົ່າ

ບົດໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.


Top