ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້

05/07/2024 18:30
Email Print 270
KPL ຮູບເງົາ “ຜາດໍາຄໍາໄອ່” ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້.

     *ຮູບເງົາ  “ຜາດໍາຄໍາໄອ່”  ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້ ໂດຍຮູບເງົາເລື່ອງນີ້  ເລົ່າເຖິງຄວາມຮັກຂອງ ຍິງທໍາມະດາ  ແລະ  ເຈົ້າຊາຍໃນເມືອງໆໜຶ່ງທີ່ພົບຮັກກັນ  ແຕ່ກໍບໍແມ່ນເລື່ອງງ່າຍທີ່ຈະສົມຫວັງຕ້ອງ ມີອຸປະສັກນາໆປະການເວົ້າແນວນີ້ຫລາຍຄົນຕ້ອງຄິດວ່າເປັນໜັງເສົ້າ  ແຕ່ຄວາມຈິງແລ້ວໜັງ ເລື່ອງນີ້ແມ່ນໜັງທີ່ມີຄົບທຸກລົດຊາດ, ທັງແອັກຊັນ, ສຽງຫົວ, ນໍ້າຕາ ແລະ ອື່ນໆ ເວົ້າແນວນ້ີຢ່າຟ້າວເຊື່ອເດີ້ຕ້ອງໄດ້ໄປເບິ່ງດ້ວຍໂຕເອງ ໃນວັນທີ 25 ທີ່ຈະມາເຖິງນີ້.

    ນາງ ສຸພາພອນ ສົມວິຈິດ ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: ສິ້ນສຸດການລໍຄອຍ ກັບອີກໜຶ່ງຜົນງານແຫ່ງຄວາມພູມໃຈເປັນໜັງທ່ີນຸ້ຍຕັ້ງໃຈ ແລະ ທຸ້ມເທທີ່ສຸດອີກເລື່ອງໜຶ່ງໃນຊີວິດກ່ອນອື່ນຕ້ອງຂໍຂອບໃຈທາງຜູ້ໃຫຍ່ໃຈດີທຸກໆຄົນ,  ທີມງານ M pictures ທີ່ໃຫ້ໂອກາດ  ແລະ ເຫັນເຖິງຄວາມສາມາດ ກັບການເປັນນາງເອກໜັງເລື່ອງນີ້ ໄດ້ປະສົບການຫລາກຫລາຍຢ່າງຈາກ ໜັງເລື່ອງນີ້ຂອບໃຈຄົນທີ່ໃຫ້ກໍາລັງໃຈຕະຫລອດມາໂດຍຮູບເງົາເລື່ອງນີ້ ເລົ່າເຖິງຄວາມຮັກຂອງຍິງທໍາມະດາ ແລະ ເຈົ້າຊາຍໃນເມືອງໆ ໜຶ່ງທີ່ພົບຮັກກັນ ແຕ່ກໍບໍແມ່ນເລື່ອງງ່າຍທ່ີຈະສົບຫວັງ ຕ້ອງມີອຸປະສັກນາໆ ປະການ ເຊິ່ງສຸດທ້າຍແລ້ວຄວາມຮັກຄັ້ງນ້ີຈະສົມຫວັງ ຫລື ບໍ່ຕ້ອງຮ່ວມລຸ້ນ ໄປພ້ອມກັນໃນວັນ ທີ 25 ກໍລະກົດ ທີ່ຈະມາເຖິງນີ້.

    ສໍາລັບ ສຸພາພອນ ສົມວິຈິດ ມີຜົນງານໃນໄລຍະທີ່ຜ່ານມາແມ່ນເຄີຍເຂົ້າປະກວດນາງສາວນະຄອນຫລວງ ປີ 2016 ໄດ້ຕໍາແໜ່ງຮອງ ນາງສາວ ນະຄອນຫລວງ “ຮອງອັນດັບໜຶ່ງ” ພ້ອມກັບມີຜົນງານການຖ່າຍແບບ, ຂຶ້ນປົກວາລະສານຕ່າງໆ ແລະ ງານເດີນແບບຕ່າງໆຈົນມາ ເຖິງປີ 2017 ກາຍເປັນມິສຢູນິເວີສລາວ ຄົນທໍາອິດ ແລະ ເປັນຕົວແທນນາງງາມລາວໄປປະກວດນາງງາມໂລກ (Miss Universe) ລວມທັງຍັງເຄີຍສະແດງ ເປັນນາງເອກຮູບເງົາ ທີ່ມີນັກສະແດງລາວ-ໄທ ຮູບເງົາທີ່ມີ ເຈ້ຍ ປາຊີຟິກ, ຕ່າຍອາທິດ ແລະ ພະເອກຈາກປະເທດໄທ ຮ່ວມສະແດງໃນຫລາຍປີທີ່ຜ່ານມາ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ


Top