KPL
ອົງການ ວິທະຍາສາດ ສຸຂະພາບ ແລະ ສະພາກາແດງ ຂອງ ສິງກະໂປ ໄດ້ເລີ່ມຕົ້ນ ແຜນລິເລີ່ມຮ່ວມ ເພື່ອສົ່ງເສີມ ໄວໜຸ່ມ ລຸ້ນໃໝ່ ໃຫ້ບໍລິຈາກເລືອດ ເພື່ອຕອບສະໜອງ ຄວາມຕ້ອງການ ທີ່ເພີ່ມຂຶ້ນ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອົງການ ວິທະຍາສາດ ສຸຂະພາບ ແລະ ສະພາກາແດງ ຂອງ ສິງກະໂປ ໄດ້ເລີ່ມຕົ້ນ ແຜນລິເລີ່ມຮ່ວມ ເພື່ອສົ່ງເສີມ ໄວໜຸ່ມ ລຸ້ນໃໝ່ ໃຫ້ບໍລິຈາກເລືອດ ເພື່ອຕອບສະໜອງ ຄວາມຕ້ອງການ ທີ່ເພີ່ມຂຶ້ນ.
ແຜນລິເລີ່ມ “ຢຸດທິອິນສະປາຍ” ( YouthInspired) ເພື່ອສົ່ງເສີມໄວໜຸ່ມ ລຸ້ນໃໝ່ ນັບແຕ່ ອາຍຸ 16-25 ປີ ຈໍານວນ 500 ຄົນ ໃຫ້ເຂົ້າຮ່ວມ ກິດຈະກຳ ບໍລິຈາກເລືອດ ແລະ ຊັກຊວນເພື່ອນ ແລະ ຄົນຮູ້ຈັກ ໃຫ້ໄປບໍລິຈາກເລືອດ ໃນໄລຍະ 5 ປີ ຕໍ່ໜ້າ. ນອກນັ້ນ ສະພາ ກາແດງ ສິງກະໂປ ຄາດວ່າ ການເຄຶ່ອນໄຫວ ດັ່ງກ່າວ ຈະມີໄວໜຸ່ມ ເຂົ້າຮ່ວມບໍລິຈາກ ຈຳນວນ 15% ໃນປັດຈຸບັນ ເພີ່ມຂຶ້ນເປັນ 25% ໃນປີ 2030./
KPL