ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

05/07/2024 17:37
Email Print 398
KPL ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ທີ່ໄດ້ນໍາເອົາໄມຕີຈິດ ມິດຕະພາບອັນດູດດື່ມ ຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາສູ່ປະຊາຊົນລາວບັນດາເຜົ່າ. ພ້ອມກັນນີ້, ຍັງເປັນໂອກາດດີໃຫ້ແກ່ສະພາແຫ່ງຊາດ ກໍຄື ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ໄດ້ແລກປ່ຽນບົດຮຽນກ່ຽວກັບ ການປັບປຸງ ລັດຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ ແລະ ສະຫາຍ ໂຕ ເລິມ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ. ພ້ອມທັງໄດ້ອວຍພອນໃຫ້ການຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ ຈົ່ງມີຜົນສໍາເລັດຢ່າງຈົບງາມ.

ໃນໂອກາດນີ້, ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານໃຫ້ຊາບ ຈຸດປະສົງຂອງ ການມາຢ້ຽມຢາມ ສປປ ລາວ, ລາຍງານໂດຍຫຍໍ້ຜົນສໍາເລັດສຳມະນາວິທະຍາສາດກ່ຽວກັບ ການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ການພົບປະສອງຝ່າຍກັບ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານການເມືອງ

      ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານ

      7/8/2024 1:04:49 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ

      7/8/2024 12:59:29 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ

    • ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນການເມືອງ

      ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນ

      7/8/2024 9:37:05 AM

      ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


Top