ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

05/07/2024 13:59
Email Print 364
KPL ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.



ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)  ຮ່ວມກັບ  ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້,ທ່ານ ນາງ ມານີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ  ໄດ້ໃຫ້ຮູ້ວ່າ: ການທ່ອງທ່ຽວລາວ ເປັນຂະແໜງການໜຶ່ງ ທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງລັດຖະບານລາວ ຖືເອົາເປັນຂະແໜງ ເສດຖະກິດໜຶ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນຊຸມປີຜ່ານມາ ມີນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ນັກທ່ອງທ່ຽວຈີນ ແມ່ນຕະຫລາດທ່ອງທ່ຽວໜຶ່ງທີ່ສຳຄັນ ຂອງການທ່ອງທ່ຽວລາວ ແລະ ຈັດເປັນອັນດັບທີ 3 ທັດຈາກນັກທ່ອງທ່ຽວໄທ ແລະ ຫວຽດນາມ. ສະນັ້ນ, ເພື່ອເສີມຂະຫຍາຍການຕະຫລາດທ່ອງທ່ຽວລາວ ດຶງດູດນັກທ່ອງທ່ຽວຈີນ ມາທ່ຽວລາວ ໃຫ້ນັບມື້ນັບເພີ່ມຂຶ້ນ ຂະແໜງການທ່ອງທ່ຽວລາວ ຈະຕ້ອງສືບຕໍ່ອຳນວຍຄວາມສະດວກ, ກະກຽມບັນດາເງື່ອນໄຂຕ່າງໆ ເພື່ອຮອງຮັບການຂະຫຍາຍຕົວ ຂອງຕະຫລາດດັ່ງກ່າວ. ໃນ 4 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວຈີນ ມາທ່ຽວລາວ 351.419 ເທື່ອຄົນ ເພີ່ມຂຶ້ນ 67% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2023 ຄາດຄະເນວ່າຮອດທ້າຍປີ 2024 ຈະບັນລຸໄດ້ 8 ເເສນ ເທື່ອຄົນ.




ການລົງນາມບົດບັນທຶກສະບັບນີ້
, ຈະເປັນບາດກ້າວທີ່ສຳຄັນ ປະກອບສ່ວນເຂົ້າໃນການຈັດປີທ່ອງທ່ຽວ ລາວ 2024. ພ້ອມກັນນີ້, ຈະເປັນໂອກາດທີ່ດີສໍາລັບການພັດທະນາ ສົ່ງເສີມການຕະຫລາດຂອງລາວ ໃນຕະຫລາດ ນັກທ່ອງທ່ຽວຈີນ, ພັດທະນາ ຜະລິດຕະພັນການທ່ອງທ່ຽວ, ການບໍລິການທ່ອງທ່ຽວ, ສົ່ງເສີມໂຄສະນາການທ່ອງທ່ຽວ, ພັດທະນາບຸກຄະລາກອນທ່ອງທ່ຽວ, ລວມທັງການນຳໃຊ້ເຕັກໂນໂລຊີ ໃນຂະແໜງການທ່ອງທ່ຽວ ໂດຍສະເພາະ ຮູບແບບໂຄສະນາການທ່ອງທ່ຽວລາວ ໃນລະບົບດິຈີຕອນ, ແອັບວີແຊັດ, ອາລີເພ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວຈີນ ທີ່ຈະເດີນທາງມາທ່ຽວລາວ .

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ກະຊວງປ້ອງກັນປະເທດ ປະກາດ ເລື່ອນຊັ້ນໃຫ້ນາຍທະຫານການນຳຂັ້ນສູງການເມືອງ

      ກະຊວງປ້ອງກັນປະເທດ ປະກາດ ເລື່ອນຊັ້ນໃຫ້ນາຍທະຫານການນຳຂັ້ນສູງ

      7/8/2024 6:01:12 PM

      ຂປລ. ພິທີປະກາດການເລື່ອນຊັ້ນ ນາຍທະຫານຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ຈຳນວນ 2 ສະ ຫາຍ ຈັດ​ຂຶ້ນ​ໃນວັນທີ 8 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະ ຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ມີການນຳກະຊວງປ້ອງກັນປະເທດ, ພ້ອມດ້ວຍນາຍທະ ຫານການນໍາຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

    • ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ  ແລະ ການຂົນສົ່ງຂັ້ນສູນກາງ ຢ້ຽມຢາມເຮັດວຽກ ຢູ່ ສສ ຫວຽດນາມການເມືອງ

      ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ຢ້ຽມຢາມເຮັດວຽກ ຢູ່ ສສ ຫວຽດນາມ

      7/8/2024 5:53:53 PM

      ຂປລ. ໃນລະຫວ່າງວັນທີ 4- 5 ກໍລະກົດ 2024 ທີ່ຜ່ານມາ, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ເພື່ອເປັນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດ ສປ ຈີນ ປະຈໍາລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດ ສປ ຈີນ ປະຈໍາລາວ ຄົນໃໝ່

      7/8/2024 5:42:19 PM

      ຂປລ. ໃນວັນທີ 8 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ແຊັກບີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ແຊັກບີ

      7/8/2024 5:24:54 PM

      ຂປລ. ວັນທີ 5 ກໍລະກົດ 2024 ຜ່ານ​ມາ, ທີ່ສຳນັກງານປະທານາທິບໍດີ ສ ແຊັກບີ, ນະຄອນຫລວງເບນກຣາດ (Belgrade), ປະເທດ ສ ແຊັກບີ, ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ອາເລັກຊານດາ ວູຊິກ (H.E. Mr. Aleksandar Vučić) ປະທານາທິບໍດີແຫ່ງ ສາທາລະນະລັດ ແຊັກບີເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ແຊັກບີ ​ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງ ບູດາແປສ, ປະເທດ ຮົງກາຣີ.

    • ໜ່ວຍພັກໂທລະສັບຕັ້ງໂຕະ-ອິນເຕີເນັດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IVການເມືອງ

      ໜ່ວຍພັກໂທລະສັບຕັ້ງໂຕະ-ອິນເຕີເນັດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV

      7/8/2024 5:14:44 PM

      ຂປລ. ກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກໂທລະສັບ ຕັ້ງໂຕະ-ອິນເຕີເນັດ ຄັ້ງທີ IV ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈັດຂຶ້ນໃນຕົ້ນ​ເດືອຍກໍລະກົດ 2024 ຜ່ານມາ


Top