ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

05/07/2024 15:51
Email Print 261
KPL ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

     *ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ:  ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ  ໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມມະຕິ 82/ສພຊ ຕິດພັນກັບການຍົກສູງພາລະບົດບາດການຕິດຕາມກວດກາຂອງບັນດາທ່ານ ສສຊ ແລະ ສສຂ ທີ່ສັງກັດກໍາມາທິການບັນດາເຜົ່າປະຈໍາຢູ່ເຂດ ເລືອກຕັ້ງຕ່າງໆທົ່ວປະເທດ ຕໍ່ກັບວຽກງານດັ່ງກ່າວ ແລະ ນໍາເອົາວຽກງານພັດທະນາຊົນນະບົດເຂົ້າໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ກອງປະຊຸມຮັບຮອງເອົົາເປັນມະຕິສະເພາະ ເພື່ອຍົກສູງຄວາມເອົາໃຈໃສ່ໃນວຽກງານນ້ີ ໃຫ້ບັນລຸຄາດໝາຍທີ່ກໍານົດຕາມມະຕິສະພາແຫ່ງຊາດ ແລະ ມະຕິສະ ພາປະຊາຊົນແຂວງ.

    ພ້ອມດຽວກັນໃນຕໍ່ໜ້າ ກໍ່ມີຫລາຍເປົ້າໝາຍທີ່ຈະສຸມໃສ່ຈັດຕັ້ງປະຕິບັດໜຶ່ງໃນນັ້ນ ແມ່ນຈະສຸມໃສ່ການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມມະຕິ 118 / ສພຊ, ລົງວັນທີ 21 ພະຈິກ 2023: ສ້າງຄອບຄົວພົ້ນທຸກໃຫ້ໄດ້ 35.000 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 500 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ 15 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 33.000 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 500 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 4 ບ້ານ, ສ້າງ ເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 4 ເມືອງ, ຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງຖາວອນໃຫ້ປະຊາຊົນໃຫ້ໄດ້ 1.156 ຄອບຄົວ; ຂະ ຫຍາຍກອງທຶນພັດທະນາຂັ້ນບ້ານຂອງເມືອງທຸກຍາກ ບ້ວງ 500 ລ້ານກີບ ໃຫ້ໄດ້ 14 ບ້ານ.  ສຸດທ້າຍເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີປະສິດທິຜົນກ່ອນອື່ນທຸກພາກສ່ວນຄວນເອົາໃຈໃສ່ປັບປຸງບັນຫາດ້ານບຸກຄະລາກອນຂອງ ແຕ່ລະພາກສ່ວນໃຫ້ມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປະຕິບັດກົດ ໝາຍ ແລະ ລະບຽບການທີ່ພັກ-ລັດວາງອອກຕາມແຕ່ລະໄລຍະຢ່າງເຂັ້ມງວດ; ມີສະຕິຕື່ນຕົວ, ມີຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານ ແລະ ຫັນປ່ຽນແນວຄິດຈິນຕະນາການໃຫ້ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງໃນປັດຈຸບັນ.

ບົດໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານການເມືອງ

      ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານ

      7/8/2024 1:04:49 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ

      7/8/2024 12:59:29 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ

    • ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນການເມືອງ

      ສະຫວັນນະເຂດ ເອົາໃຈໃສ່ແກ້ໄຂຄຳສະເໜີຂອງປະຊາຊົນ

      7/8/2024 9:37:05 AM

      ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ.

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


Top