KPL
ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.
ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ. ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຄະນະກົມ ແລະ ພະນັກງານ ທີ່ກ່ຽວຂ້ອງ ຈາກບັນດາກະຊວງ, ຂະແໜງການຕ່າງໆເຂົ້າຮ່ວມ.
ກອງປະຊຸມ ໄດ້ສືບຕໍ່ປຶກສາຫາລື ແລະ ກວດກາຄືນຄວາມຄືບໜ້າບັນດາໜ້າວຽກ ຂອງແຕ່ລະອະນຸກຳມະການ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດສັນສະຖານທີ່ພັກ ສຳລັບລັດຖະມົນຕີ ແລະ ຄະນະຜູ້ແທນ ຫລາຍກວ່າ 34 ປະເທດ ທີ່ຈະມາຮ່ວມປະຊຸມ, ຄວາມພ້ອມຂອງສະຖານທີ່ປະຊຸມ, ການກະກຽມດ້ານພາຫະນະຮັບໃຊ້ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ແລະ ບັນດາຄະນະຜູ້ແທນ, ຄວາມເປັນລະບຽບພາຍໃນຕົວເມືອງ ນະຄອນຫລວງວຽງຈັນ ເປັນຕົ້ນ ການປັບປຸງຖະໜົນຫົນທາງ ແລະ ຄວາມເປັນລະບຽບດ້ານຈາລະຈອນ, ຄວາມພ້ອມດ້ານສະໜາມບິນ, ຄວາມພ້ອມດ້ານລະບົບການສື່ສານ ແລະ ອິນເຕີເນັດ, ບຸກຄະລາກອນຮັບໃຊ້ກອງປະຊຸມ, ຄວາມພ້ອມດ້ານສະຖານທີ່ທ່ອງທ່ຽວ ແລະ ວຽກອື່ນໆທີ່ກ່ຽວຂ້ອງ. ຜ່ານການປຶກສາຫາລື ເຫັນວ່າ ການກະກຽມບັນດາໜ້າວຽກ ຂອງແຕ່ລະອະນຸກໍາມະການ ມີຄວາມຄືບໜ້າດີ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນໜ້າວຽກຂອງຕົນ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
KPL